Breaking News

ວິທີ​ບໍລິຫານ​ເງິນ​ແບບ​ງ່າຍໆ ​​ມີ​ເຫຼືອ​ເກັບ​ສົມ​ໃຈ

ແບ່ງປັນ

ການສ້າງຖານະທີ່ໝັ້ນຄົງກໍຄືການບໍລິຫານເງິນທີ່ມີປະສິດທິພາບນັ້ນເອງ ສະບັບນີ້ວາລະສານຂວັນໃຈ ຂໍຍົກເອົາວິທີການບໍລິຫານເງິນແບບງ່າຍໆ ທີ່ທຸກຄົນສາມາດເຮັດໄດ້ມາຝາກ ໂດຍແບ່ງລາຍຮັບທັງໝົດອອກເປັນ 6 ສ່ວນ ດັ່ງນີ້ :

  1. ເງິນສຳລັບໃຊ້ຈ່າຍທີ່ຈຳເປັນໃນຊີວິດປະຈຳວັນ ( Necessity Account ) 55% ຂອງລາຍໄດ້ທັງໝົດ ເງິນໃນສ່ວນນີ້ ເປັນເງິນທີ່ຖືກແບ່ງໄວ້ເພື່ອໃຊ້ຈ່າຍເປັນ ຄ່າອາຫານ, ເຄື່ອງນຸ່ງ, ການເດີນທາງ, ສິນຄ້າອຸປະໂພກ-ບໍລິໂພກ ຫຼື ຈ່າຍຄ່ານ້ຳ, ຄ່າໄຟ, ຄ່ານ້ຳມັນລົດ ແລະ ໜີ້ສິນຕ່າງໆ
  2. ເງິນສຳລັບໃຊ້ຈ່າຍສ່ວນຕົວຕາມໃຈມັກ ( Play Account ) : 10% ຂອງລາຍໄດ້ທັງໝົດ 10% ໃນສ່ວນນີ້ ຖືເປັນລາງວັນສຳລັບຄວາມອິດເມື່ອຍໃນການເຮັດວຽກຂອງແຕ່ລະເດືອນ ເປັນເງິນທີ່ເຮົາສາມາດໃຊ້ໄດ້ຢ່າງອິດສະລະ ໂດຍບໍ່ຕ້ອງຫ່ວງໜ້າຫ່ວງຫຼັງ
  3. ເງິນສຳລັບການລົງທຶນ ( Financial Freedom Account ) : 10% ຂອງລາຍໄດ້ທັງໝົດ ການລົງທຶນເປັນເລື່ອງສຳຄັນໃນການໝູນເງິນເພື່ອເພີ່ມລາຍໄດ້ ດັ່ງນັ້ນການແບ່ງເງິນໃຊ້ຈ່າຍສ່ວນນີ້ຈຶ່ງເປັນເລື່ອງທີ່ຂາດບໍ່ໄດ້ ໂດຍບໍ່ຈຳເປັນຕ້ອງຢູ່ໃນຮູບແບບຂອງກອງທຶນ ແຕ່ຍັງສາມາດໃຊ້ເຮັດປະກັນແບບເງິນຝາກປະຢັດທີ່ມີດອກເບ້ຍສູງ
  4. ເງິນສຳລັບການສຶກສາ ( Education Account ) : 10% ຂອງລາຍໄດ້ທັງໝົດ ສໍາລັບການຮຽນຮູ້ບໍ່ມີຄຳວ່າສວາຍເກີນໄປ ດັ່ງນັ້ນເງິນສ່ວນນີ້ຈຶ່ງເປັນເງິນເພື່ອສຶກສາຫາຄວາມຮູ້ເພີ່ມເຕີມ ບໍ່ຈຳເປັນຕ້ອງຈຳກັດຢູ່ທີ່ການສະໝັກຮຽນເທົ່ານັ້ນ ແຕ່ຍັງລວມເຖິງການຊື້ປຶ້ມ-ຕຳລາ, ການເຝິກອົບຮົມ ແລະ ສຳມະນາ
  5. ສຳລັບເງິນເກັບທ້ອນໄລຍະຍາວເພື່ອຄ່າໃຊ້ຈ່າຍ ( Long-term saving for spending Account ) : 10% ຂອງລາຍໄດ້ທັງໝົດ ສໍາລັບຄ່າໃຊ້ຈ່າຍບາງຢ່າງທີ່ອາດຈະມີກຳນົດລາຍຈ່າຍຫ່າງກັນ ຕົວຢ່າງ: ເງິນປະກັນຊີວິດ, ຈ່າຍຄ່າພາສີລົດ ຫຼື ການເກັບເງິນໄວ້ເພື່ອສິ່ງທີ່ຕັ້ງໃຈວ່າ ຈະເຮັດໃນອະນາຄົດ ເຊັ່ນ: ການແຕ່ງດອງ, ການຊື້ເຮືອນ, ການແບ່ງເງິນໃນສ່ວນນີ້ແມ່ນຈະຊ່ວຍໃຫ້ເຮົາສາມາດເກັບເງິນໄດ້ຢ່າງສະໝໍ່າສະເໝີ
  6. ເງິນສຳລັບການໃຫ້ ຫຼື ບໍລິຈາກ ( Give Account ) : 5% ຂອງລາຍໄດ້ທັງໝົດ ເມື່ອໄດ້ຮັບແລ້ວກໍຕ້ອງຮູ້ຈັກການໃຫ້ ເງິນໃນສ່ວນທີ່ເຫຼືອອີກ 5% ມີຈຸດປະສົງເພື່ອບໍລິຈາກໃຫ້ກັບຄົນທີ່ຕ້ອງການຄວາມຊ່ວຍເຫຼືອ, ຊື້ຂອງຂວັນໃຫ້ກັບຄົນໃກ້ຊິດໃນໂອກາດພິເສດ ຫຼື ເປັນຄ່າໃຊ້ຈ່າຍໃນການເປັນອາສາສະໝັກໃນອົງການຕ່າງໆ

 

 

ແບ່ງປັນ