Breaking News

ເປີດເຜີຍແລ້ວ! ຊຸດປະຈຳຊາດຂອງ ບອຍ ໄຊຍະເວດ ຕົວແທນປະເທດລາວໄປປະກວດໃນເວທີ Mister Ocean 2017 ທີ່ ໄຕ້ຫວັນ

ແບ່ງປັນ

ເປີດເຜີຍໃຫ້ໄດ້ເຫັນກັນແບບສົດໆຮ້ອນໆ ສຳລັບຊຸດປະຈຳຊາດຂອງ ບອຍ ໄຊຍະເວດ ພັນປະເສີດ Mister Ocean Laos 2017 ເຊິ່ງເປັນໜຸ່ມຫຼໍ່ຕົວແທນປະເທດລາວທີ່ໄປປະກວດໃນເວທີ Mister Ocean 2017 ທີ່ ໄຕ້ຫວັນ, ສຳລັບຊຸດປະຈຳຊາດຂອງ ບອຍ ໄຊຍະເວດ ນີ້ແມ່ນໄດ້ນຳເອົາຊຸດຂອງຊົນເຜົ່າກືມມຸ (Khamu) ຈາກພາກໃຕ້ຂອງລາວໄປໂຊໃນເວທີໂລກ ເປັນຊຸດໂທນແດງ ເບິ່ງແລ້ວເທ່ສຸດໆ.

ສຳລັບການປະກວດ Mister Ocean 2017 ທີ່ ໄຕ້ຫວັນ ຈະຕັດສິນກັນໃຫ້ໄດ້ຮູ້ໃນມື້ນີ້ ວັນທີ 24 ພະຈິກ 2017, ດັ່ງນັ້ນ ແຟນໆຢ່າລືມຕິດຕາມເຊຍ ໜຸ່ມຫຼໍ່ຕົວແທນປະເທດລາວເຮົາແດ່ເດີ້, ໂດຍສາມາດຕິດຕາມຊົມຖ່າຍທອດສົດໄດ້ທີ່ເພສ  https://www.facebook.com/GoldenMisterOcean/ ເລີ່ມແຕ່ເວລາ 4 ໂມງແລງເປັນຕົ້ນໄປ. #ຮັກລາວເຊຍລາວ ??

ທີ່ມາ: Firstmodelinglao

ແບ່ງປັນ