Breaking News

ຂໍພະລັງຄົນລາວ! ໂຄ້ງສຸດທ້າຍແລ້ວ ມາຮ່ວມໂຫວດໃຫ້ ນຸ້ຍ ສຸພາພອນ Miss Universe Laos ກັນແດ່ໄວໆ!!!

ແບ່ງປັນ

ໂຄ້ງສຸດທ້າຍແລ້ວ!!! ຂໍພະລັງຄົນລາວມາຮ່ວມໂຫວດໃຫ້ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໃນການປະກວດ ນາງງາມຈັກກະວານ (Miss Universe 2017) ກັນແດ່ໄວໆ, ຄົນລາວທຸກຄົນສາມາດເຂົ້າໄປໂຫວດໃຫ້ Miss Universe Laos ລາວໄດ້ທີ່ຕາມລິ້ງນີ້ເລີຍ vote.missuniverse.com ສາມາດໂຫວດໄດ້ 10 ເທື່ອຕໍ່ມື້ ແລະ ຍັງມີອີກຊ່ອງທາງ twitter ພິມ #MissUniverse#laos #MissUniversrlaos ຕາມນີ້ເລີຍ, ຄະແນນທີ່ທຸກຄົນໂຫວດຖ້າໄດ້ຫຼາຍຈະຊ່ວຍສົ່ງໃຫ້ ນຸ້ຍ ສຸພາພອນ ເຂົ້າຮອບໃນການແຂ່ງຂັນໂດຍອັດຕະໂນມັດ. 

ໃນວັນທີ 25 ພະຈິກ 2017 ຈະເປັນມື້ທີ່ສີ້ນສຸດການໂຫວດແລ້ວ ແລະ ຈະມີການປະກວດຮອບຕັດສິນຢ່າງເປັນທາງການ ໃນວັນທີ 26 ພະຈິກ 2017 ນີ້, ດັ່ງນັ້ນ ທາງ Kuanjai Magazine ເຮົາຈຶ່ງຢາກຂໍໃຫ້ແຟນເພສ ຫຼື ຄົນລາວທຸກໆມາຮ່ວມໂຫວດ ຮ່ວມເຊຍ ໃຫ້ສາວງາມຕົວແທນປະເທດລາວຂອງເຮົາດ້ວຍ.

ຂໍຂອບໃຈສຳລັບຮູບພາບ

ແບ່ງປັນ