Breaking News

ບຸບຜາມະນີ ຈຸນລະມະນີ “ເຮັດໃຫ້ດີທີ່ສຸດ” ​ເຖິງຜົນທີ່ອອກມາຈະເປັນແບບໃດກໍຕາມ

ແບ່ງປັນ

ປະຈຸບັນ ໃຜໆກໍມັກຈະໃຊ້ຄໍາວ່າ ສະສົມປະສົບການ ໃນການເຮັດວຽກຫຼາຍດ້ານ ຫຼື ເຮັດວຽກຫຼາຍບ່ອນ ທີ່ສົ່ງຜົນເຮັດໃຫ້ຄົນຜູ້ນັ້ນໄດ້ຮຽນຮູ້ປະສົບການໃນການເຮັດວຽກຫຼາຍຂຶ້ນ ໂດຍບໍ່ຈໍາເປັນຕ້ອງຮຽນຈົບຫຍັງ ຂໍພຽງແຕ່ໃຈມັກ ແລະ ຕັ້ງໃຈກັບວຽກນັ້ນ ຄືກັບ ນາງ ບຸບຜາມະນີ ຈຸນລະມະນີ ອາຍຸ 35 ປີ ຜູ້ຈັດການຝ່າຍການຕະຫຼາດ ແລະ ປະຊາສຳພັນ ທະນາຄານກຸງສີ ປະຈຳ ສປປ ລາວ.

ບຸບຜາມະນີ ຮຽນຈົບດ້ານໄອທີ ລະບົບເວ໊ບໄຊ ຈາກອົດສຕາລີ ຫລັງຈາກນັ້ນ ກໍໄດ້ໄປສອນພາສາອັງກິດໃຫ້ກັບໂຮງຮຽນເດັກນ້ອຍ ຢູ່ປະເທດຢີ່ປຸ່ນ ເປັນເວລາ 5 ປີ ຈຶ່ງກັບມາເຮັດວຽກໃນບ້ານເກີດ ເລີ່ມທໍາອິດແມ່ນໄດ້ເປັນ ທີ່ປຶກສາ ຢູ່ໂຮງຮຽນອະນຸບານ ເມື່ອເຮັດໄປບໍ່ດົນ ກໍປ່ຽນມາເຮັດວຽກຢູ່ສູນການແພດ ປະຈຸບັນ ໄດ້ມາເຮັດວຽກຢູ່ທະນາຄານກຸງສີ ເປັນຜູ້ຈັດການຝ່າຍການຕະຫຼາດ ແລະ ປະຊາສຳພັນ.

ຫາກທ່ານໃດສົນໃຈອ່ານຕໍ່ ສາມາດຕິດຕາມໄດ້ທີ່ ວາລະສານຂວັນໃຈສະບັບເດືອນ ຕຸລາ 2016 ໃນເອັມພອຍທຸກສາຂາ

14799029_1140722689350269_285157463_n

(ຮູບໜ້າປົກ ວາລະສານຂວັນໃຈ ສະບັບເດືອນ ຕຸລາ 2016)

ແບ່ງປັນ