Breaking News

ຄວາມຈິງຂອງຄວາມຮຸນແຮງຕໍ່ແມ່ຍິງລາວ

ແບ່ງປັນ

ເຄີຍຮູ້ບໍ່ວ່າແມ່ຍິງ ແລະ ເດັກນ້ອຍລາວຈຳນວນຫຼາຍຍັງຖືກກົດຂີ່ ຖືກໃຊ້ຮຸນແຮງ ບໍ່ວ່າຈະເປັນການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ, ຈິດໃຈ, ວາຈາ, ຊັບສິນ ແລະ ຄວາມຮຸນແຮງທາງເພດ. ຕໍ່ໄປນີ້ແມ່ນບາງຂໍ້ມູນຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃນ ສປປ ລາວ ອີງຕາມຜົນສຳຫຼວດຂອງບົດສຳຫຼວດ ການສຳຫຼວດລະດັບຊາດກ່ຽວກັບ ສຸຂະພາບ ແລະ ປະສົບການຊີວິດຂອງແມ່ຍິງໃນ ສປປ ລາວ 2014 ທີ່ສຳຫຼວດໂດຍອົງການ UNFPA UN Women & WHO ໂດຍສຳຫຼວດຈາກແມ່ຍິງຈຳນວນ 3,000 ຄົນໃນທົ່ວປະເທດ ພົບວ່າ:

  • 11.6% ຖືກໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ
  • 7.2% ຖືກໃຊ້ຄວາມຮຸນແຮງທາງເພດ
  • 34.9% ຖືກໃຊ້ຄວາມຮຸນແຮງທາງເພດຕັ້ງແຕ່ອາຍຸ 15 ປີ
  • 58.1% ຢູ່ເຂດຊົນນະບົດ
  • 81.6% ແຕ່ງງານແລ້ວ
  • 17.8% ອາຍຸລະຫວ່າງ 30-34 ປີ
  • 17.8% ບໍ່ເຄີຍເຂົ້າໂຮງຮຽນ

ສະນັ້ນ ບັນຫາຄວາມຮຸນແຮງຕໍ່ແມ່ຍິງ ຈຶ່ງບໍ່ແມ່ນບັນຫາສ່ວນຕົວຂອງໃຜຜູ້ໜຶ່ງ ຫຼືຄອບຄົວໃດໜຶ່ງ ແຕ່ແມ່ນບັນຫາລະດັບຊາດ ທີ່ຮຽກຮ້ອງການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ

ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ

ແບ່ງປັນ