Breaking News

ຄວາມຮຸຸນແຮງຕໍ່ແມ່ຍິງແມ່ນຫຍັງ?

ແບ່ງປັນ

ຫຼາຍໆຄົນອາດເຄີຍໄດ້ຍິນຄຳວ່າ “ຄວາມຮຸນແຮງຕໍ່ແມ່ຍິງ” ຜ່ານຫູຢູ່ເລື້ອຍໆ ແລະຫຼ້າສຸດ ປີ 2015 ສະພາແຫ່ງຊາດ ກໍໄດ້ປະກາດໃຊ້ ກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ເຊິ່ງໝາຍຄວາມວ່າ ປະເດັນນີ້ແມ່ນເປັນບູລິມະສິດໜຶ່ງ ທີ່ພາກລັດຖະບານເພິ່ນເອົາໃຈໃສ່ ແລະຕ້ອງການແກ້ໄຂບັນຫາແມ່ຍິງໃຫ້ໝົດໄປ ເວົ້າງ່າຍໆກໍຄື ຄວາມຮຸນແຮງຕໍ່ແມ່ຍິງ ທຸກປະເພດຜິດກົດໝາຍ ແລະຜູ້ກະທຳຄວາມຮຸນແຮງມີໂທດທາງອາຍາຫັ້ນນ່າ

ໂອ້ຍຍຍ ເວົ້າແບບນີ້ຄືວ່່າໄກຕົວແມ່ນບໍ່?? ແຕ່ສາວໆເອີ້ຍ ທີ່ຈິງແລ້ວ ຄວາມຮຸນແຮງຕໍ່ແມ່ຍິງນີ້ ເປັນສິ່ງທີ່ໃກ້ຕົວເຮົາກວ່າທີ່ຄິດ ມັນແຝງຢູ່ໃນທຸກລົມຫາຍໃຈ ແລະທຸກບາດຍ່າງໃນຊີວິດປະຈຳວັນຂອງພວກເຮົາເລີຍກໍວ່າໄດ້ ແຕ່ພວກເຮົາເອງຫັ້ນແຫຼະ ທີ່ບໍ່ຮູ້ຕົວເອົງວ່າກຳລັງຕົກເປັນ “ເຫຍື່ອ” ຫຼື “ພວມຢູ່ໃນສະຖານະການ” ຄວາມຮຸນແຮງຕໍ່ແມ່ຍິງ

ດັ່ງນັັ້ນ, ເພື່ອໃຫ້ແມ່ຍິງເຮົາສາມາດພິຈາລະນາສະຖານະການໄດ້ດ້ວຍຕົນເອງ ເຮົາມາທຳຄວາມເຂົ້າໃຈ ນິຍາມຂອງຄວາມຮຸນແຮງຕໍ່ແມ່ຍິງ ໂດຍອີງຕາມສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (The Convention on the Elimination of all Forms of Discrimination Against Women – CEDAW) ຫຼືເພິ່ນເອີ້ນງ່າຍໆວ່າ ສົນທິສັນຍາຊີດໍ ເຊິ່ງ ສປປ ລາວ ໄດ້ຮັບຮອງເອົາ ນັບຕັ້ງແຕ່ປີ 1981 ເປັນຕົ້ນມາ:

“ຄວາມຮຸນແຮງຕໍ່ແມ່ຍິງແມ່ນ ຄວາມຮຸນແຮງທີ່ເກີດຂຶ້ນກັບແມ່ຍິງໂດຍທາງກົງ ຫຼືທາງອ້ອມ ຈາກສາເຫດຂອງ “ຄວາມເປັນແມ່ຍິງ” ຄວາມຮຸນແຮງນີ້ໄດ້ແກ່ ການກະທຳຕ່າງໆ ທີ່ເຮັດໃຫ້ເກີດຄວາມເສຍຫາຍ ຫຼື ທຸກທໍລະມານ ທາງດ້ານຮ່າງກາຍ, ຈິດໃຈ, ເສດຖະກິດ ຫຼື ທາງເພດ, ການຂົ່ມຂູ່, ການບີບບັງຄັບ, ການເມີນເສຍ ແລະ ການຈຳກັດອິດສະລະພາບ ແລະອື່ນໆ ອັນເກີດຈາກການກະທຳຂອງບຸກຄົນໃນຄອບຄົວ ຫຼືບຸກຄົນອື່່ນ.”

ຄວາມຮຸນແຮງຕໍ່ແມ່ຍິງ ເພິ່ນໄດ້ແບ່ງອອກເປັນ 4 ປະເພດດັ່ງນີ້:

  1. ຄວາມຮຸນແຮງທາງດ້ານຮ່າງກາຍ ໄດ້ແດ່ການຍູ້, ການຖີບ, ການຕີ, ການເຕະ, ການຕົບ, ການຕີດ້ວຍວັດຖຸ, ການໂຍນ/ຂວ່າງວັດຖຸ, ຫຼືການສະແດງອື່ນໆທີ່ພະຍາຍາມທຳຮ້າຍ.
  2. ຄວາມຮຸນແຮງທາງດ້ານຈິດໃຈ ແມ່ນພຶດຕິກຳເຊັ່ນ: ການຮ້ອງໃສ່, ການປ້ອຍດ່າ, ການເວົ້າດູຖູກ, ການເຮັດໃຫ້ອັບອາຍ, ການວິພາກວິຈານ, ການຂົ່ມຂູ່, ການຫຶງຫວງທີ່ຮຸນແຮງ, ນອກໃຈ.
  3. ຄວາມຮຸນແຮງທາງເພດ ໝາຍເຖິງການກະທຳທາງເພດໃດໜຶ່ງ, ຄວາມພະຍາຍາມກະທຳທາງເພດ, ຄຳເວົ້າສຽດສີຫຼືການເວົ້າຢອກໄຍກ່ຽວກັບທາງເພດ (ການລວນລາມທາງເພດ), ຫຼືການກະທຳເພື່ອຄ້າ, ຫຼືໃຊ້ການບີບບັງຄັບມີເພດສຳພັນໂດຍທາງກົງ, ໂດຍບຸກຄົນທີ່ບໍ່ໄດ້ຄຳນຶງເຖິງສາຍພົວພັນກັບຜູ້ເຄາະຮ້າຍ, ໃນບາງບ່ອນແມ່ນລວມເອົາ ແຕ່ບໍ່ໄດ້ຈຳກັດຢູ່ໃນເຮືອນ ແລະບ່ອນເຮັດວຽກ.
  4. ຄວາມຮຸນແຮງທາງເສດຖະກິດ ແມ່ນການປະຕິເສດ, ຜູ້ເປັນຜົວຄວບຄຸມຊັບພະຍາກອນພື້ນຖານ. ສິ່ງນີ້ລວມເອົາການກະທຳເຊັ່ນ: ການປະຕິເສດການຊ່ວຍເຫຼືອທາງການເງິນ, ການປະຕິເສດການໃຫ້ອາຫານ ແລະຄວາມຕ້ອງການພື້ນຖານ, ການຄວບຄຸມການເຂົ້າເຖິງການເບິ່ງແຍງສຸຂະພາບ, ແລະການຈ້າງງານ.

ສາວໆຕ້ອງຈື່ໄວ້ວ່າ ຖ້າຄວາມເສຍຫາຍນັ້ນ ເນື່ອງມາຈາກ “ເຈົ້າເກີດມາເປັນແມ່ຍິງ” ຄື “ຄວາມຮຸນແຮງຕໍ່ແມ່ຍິງ” ເມື່ອໃດກໍຕາມ ທີ່ເຮົາຍອມໃຫ້ຄວາມຮຸນແຮງປະເພດໃດໜຶ່ງເກີດຂຶ້ນກັບເຮົາ ເມື່ອນັ້ນ ເຮົາກຳລັງຫຼຸດຄຸນຄ່າຂອງຕົນເອງລົງ ແລະຍອມຮັບໃຫ້ຄວາມຮຸນແຮງຮູບແບບອື່ນໆ ໃຫ້ເກີດຂຶ້ນກັບເຮົາຫຼາຍຂຶ້ນເລື້ອຍໆ.

ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ

ແບ່ງປັນ