Breaking News

ມາເບິ່ງ! ຄວາມໜ້າຮັກຂອງ ນຸ້ຍ ສຸພາພອນ ແລະ ມາເຣຍ ມາລີຍາ ມີສຢູນີເວີຣສ ລາວ ແລະ ໄທ ເຕັ້ນໂຄເວີ້ເພງ ປານາມາ!!! (ມີຄລິບ)

ແບ່ງປັນ

ມາເບິ່ງ! ຄວາມໜ້າຮັກຂອງ ນຸ້ຍ ສຸພາພອນ ສົມວິຈິດ ແລະ ມາເຣຍ ມາລີຍາ ພູນເລີດລາບ ສອງສາວ ມີສຢູນີເວີຣສ ລາວ ແລະ ໄທ ເຊິ່ງທັງສອງເປັນເພື່ອນຮ່ວມຫ້ອງ (roommate) ໃນການປະກວດ Miss Universe 2017 ທີ່ ລາສເວກັດ USA.

ເຊື່ອບໍ່ວ່າເຫັນງາມໆ ມີຄວາມໝັ້ນໃຈແບບນີ້ ນຸ້ຍ ສຸພາພອນ ແລະ ມາເຣຍ ມາລີຍາ ພວກເຂົາຍັງມີມຸມໜ້າຮັກໆມາໃຫ້ແຟນໆໄດ້ເບິ່ງ ໄດ້ແຍງ ເພາະທັງສອງສາວໄດ້ໃຊ້ເວລາຫວ່າງໂດຍການເຕັ້ນໂຄເວີ້ເພງ ປານາມາ ທີ່ກຳລັງຮິດແລະເປັນກະແສກັນໃນເວລານີ້ ແລະ ໄດ້ໂພສຄລິບລົງໃນ ເຟສບຸກ ແລະ ອິນສະຕາແກຼມສ່ວນຕົວ ຈົນເອີ້ນສຽງຮືຮາຈາກແຟນຄລັບຂອງທັງສອງ ໃຜໆທີ່ເບິ່ງກໍເບິ່ງໄປຍິ້ມໄປ.

ແນະໆບໍ່ເຊື່ອທີ່ ຊະນີIndy ເວົ້າແມ່ນບໍ່? ລອງມາເບິ່ງຄລິບຂອງ ນຸ້ຍ ສຸພາພອນ ແລະ ມາເຣຍ ມາລີຍາ ມີສຢູນີເວີຣສ ລາວ ແລະ ໄທ ເຕັ້ນໂຄເວີ້ເພງ ປານາມາ ກັນເບິ່ງເດີ້…ໜ້າຮັກອີຫລີ!!!

555555 crazy time ???Outfit : TTdesign Tom TtdesignTai Vongphachanh ??#MissUniverse#Missuniverselaos#Missuniversethailand#Missuniversekorea#Missuniversejapan#Missuniverseghana

Nui Soupphaphone Somvichitさんの投稿 2017年11月25日(土)

 

 

ທີ່ມາ: Nui Soupphaphone Somvichit , marialynnehren

ແບ່ງປັນ