Breaking News

ຊຶ້ງກິນໃຈ! ນຸ້ຍ ສຸພາພອນ ໂພສຂອບໃຈຄົນລາວທຸກຄົນທີ່ໃຫ້ກຳລັງໃຈຕະຫຼອດໄລຍະການປະກວດ Miss Universe 2017

ແບ່ງປັນ

“ຂໍຂອບໃຈທຸກໆຄົນຈາກໃຈ ຖ້າບໍ່ມີທຸກໆຄົນຄົງຈະບໍ່ມີນຸ້ຍໃນມື້ນີ້ເຊັ່ນກັນ” ເປັນຄຳເວົ້າທີ່ອອກມາຈາກໃຈ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ທີ່ຫຼ້າສຸດໄດ້ອອກມາໂພສໃນເຟສບຸກສ່ວນຕົວເພື່ອຂອບໃຈຄົນລາວທຸກໆຄົນທີ່ໃຫ້ການສະໜັບສະໜູນ ຄອຍສົ່ງກຳລັງໃຈຕະຫຼອດໄລຍະທີ່ເຮັດພາລະກິດໃນກອງປະກວດ Miss Universe 2017 ທີ່ ລາສເວກັດ (USA).

ລອງມາອ່ານຂໍ້ຄວາມບາງສ່ວນທີ່ນຸ້ຍໄດ້ໂພສຜ່ານເຟສບຸກ: “ຈົບໄປແລ້ວກັບການປະກວດ Miss Universe ນຸ້ຍເອງຂໍສະແດງຄວາມຍິນດີກັບຜູ້ທີ່ຖືກເລືອກແລະເໝາະສົມກັບຕຳແໜ່ງນີ້ກໍຄືສາວງາມຈາກ South Africa ສຳລັບນຸ້ຍເອງເປັນສິ່ງໜຶ່ງທີ່ພາກພູມໃຈໃນຊີວິດຂອງຜູ້ຍິງຄົນໜຶ່ງ ເປັນຢ່າງກັບຝັນ ບໍ່ເຄີຍຄິດວ່າຕົນເອງຊິມາຢືນຢູ່ເວທີນີ້ເຄີຍນັ່ງເບິ່ງແຕ່ຢູ່ໂທລະທັດແລ້ວຊີ້ວ່າ “ຜູ້ນັ້ນງາມຜູ້ນີ້ງາມ“ ແຕ່ມາມື້ນີ້ໄດ້ມາສຳຜັດຕົວຈິງໄດ້ຍ່າງ ແລະ ມີທຸງລາວພ້ອມປະກາດຄຳວ່າລາວ… ດັງໆໃຫ້ທົ່ວໂລກໄດ້ຍິນເຮັດໃຫ້ໂຕເອງພາກພູມໃຈຫຼາຍ ❤️?? ສຳຫຼັບນຸ້ຍຄິດວ່າມາຮອດນີ້ບໍ່ມີຄຳວ່າແພ້ຫຼືຊະນະ ທຸກໆຄົນເຮັດເຕັມທີ່ໃນໜ້າທີ່ຂອງໂຕເອງໄດ້ດີທຸກຄົນ ເຮົາເຫັນເຖີງຄວາມຕັ້ງໃຈຂອງແຕ່ລະຄົນ ແຕ່ບໍ່ໄດ້ໝາຍເຖີງເຮົາຈະມາແຂ່ງຂັນກັນພຽງຢ່າງດຽວ ເຮົາມີຄວາມຮັກ ແລະ ມິດຕິພາບໃຫ້ກັນ ສິ່ງທີ່ໄດ້ຈາກຈຸດນີ້ເປັນຫຍັງທີ່ວິເສດແລະມີຄ່າຫຼາຍ ນຸ້ຍເອງຈະນຳມາພັດທະນາໂຕເອງໃຫ້ດີຂຶ້ນກວ່າເກົ່າ ແລະ ຫວັງວ່າທຸກຄົນຍັງຈະຮັກແລະເຊຍນຸ້ຍເດີ້… ຂໍຂອບໃຈທຸກໆຄົນຈາກໃຈ ຖ້າບໍ່ມີທຸກໆຄົນຄົງຈະບໍ່ມີນຸ້ຍໃນມື້ນີ້ເຊັ່ນກັນ”

Nui Soupphaphone Somvichitさんの投稿 2017年11月29日(水)

 

ຢ່າງໃດກໍຕາມ ເປັນທີ່ໜ້າພູມໃຈຫຼາຍທີ່ມີທຸງຊາດລາວ ແລະ ແມ່ຍິງລາວໄປຮ່ວມປະກວດໃນເວທີ ນາງງາມຈັກກະວານ (Miss Universe) ເພາະຈະເປັນອີກຊ່ອງທາງໜຶ່ງເພື່ອໂປໂໝດໃຫ້ຄົນທົ່ວໂລກໄດ້ຮູ້ເຖິງ ປະເທດລາວ, ຮູ້ເຖິງສັກກະຍະພາບຂອງຄົນລາວ, ຮູ້ເຖິງວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ເພື່ອຈະໄດ້ເປັນທີ່ກ່າວຂານ ແລະ ລືຊ່າວ່າປະເທດລາວນັ້ນມີດີພຽງໃດ ພູມໃຈໃນຄວາມເປັນລາວ. #ແຊຣໄປໃຫ້ໂລກຮູ້ ??

Nui Soupphaphone Somvichitさんの投稿 2017年11月29日(水)

 

ທີ່ມາ: Nui Soupphaphone Somvichit

 

ແບ່ງປັນ