Breaking News

10 ພຶດຕິກຳຄວາມຮຸນແຮງຕໍ່ແມ່ຍິງ ທີ່ລະເມີດຕໍ່ກົດໝາຍບ້ານເມືອງ

ແບ່ງປັນ

ແມ່ຍິງທັງຫຼາຍຟັງທາງນີ້ ຖ້າໃຜຍັງສົງໄສວ່າ ພຶດຕິກຳໃດແດ່ ທີ່ຖືວ່າເປັນຄວາມຮຸນແຮງຕໍ່ແມ່ຍິງຕາມກົດໝາຍບ້ານເຮົາ ມື້ນີ້ເຮົາມີຄຳຕອບມາຝາກມາຕ້ອນເດີ້:

ອີງຕາມມາດຕາ 17 ຈາກກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ (2015)

10 ພຶດຕິກຳທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກມີດັ່ງນີ້:

  1. ການທາລຸນ, ການທໍລະມານ, ການທຸບຕີ, ການບັງຄັບ, ການຂົ່ມຂູ່, ການໂຍນເດັກຖິ້ມ, ການກະທຳທີ່ຫຍາບຊ້າ ຫຼືການປະພຶດອື່ນໂດຍເຈຕະນາ ທີ່ແຕະຕ້ອງຕໍ່ສຸຂະພາບ, ຊີວິດ ຫຼືຈິດໃຈ;
  2. ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການເຍາະເຍີ້ຍສຽດນີ, ການໝິ່ນປະໝາດ, ຫຼືການປະພຶດອື່ນໆ ໂດຍເຈຕະນາ ທີ່ເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ ຫຼືຈິດໃຈ;
  3. ການຈຳແນກ, ການເຮັດໃຫ້ໂດດດ່ຽວ, ການໄລ່ອອກຈາກທີ່ພັກອາໄສ ຫຼືໃຫ້ອອກຈາກວຽກໂດຍບໍ່ຖືກຕ້ອງ ຫຼືສ້າງຄວາມກົດດັນທາງຈິດຕະສາດ;
  4. ການບໍ່ໃຫ້ໂອກາດ, ການກີດກັ້ນການປະຕິບັດໜ້າທີ່, ການເຄື່ອນໄຫວວຽກງານທາງ ເສດຖະກິດ-ສັງຄົມ ຫຼືກີດກັ້ນການປະຕິບັດສິດ ແລະພັນທະຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະລະບຽບການ;
  5. ການທຳລາມົກ, ການທຳອະນາຈານ, ການເຜີຍແຜສິ່ງລາມົກ, ການທຳມມິດສະຈານ, ການບັງຄັບຮ່ວມເພດ, ການຮ່ວມເພດກັບເດັກ, ການຂົ່ມຂືນທຳຊຳເລົາ, ການບັງຄັບເປັນໂສເພນີ, ການຄ້າໂສເພນີ ຫຼືການລ່ວງລະເມີດທາງເພດດ້ວຍຮູບການອື່ນ;
  6. ການລັກພາຕົວ, ການບັງຄັບໃຫ້ແຕ່ງດອງ ຫຼືຢ່າຮ້າງ, ການກີດກັ້ນການແຕ່ງດອງ ຫຼືຢ່າຮ້າງ, ການແຕ່ງດອງແລ້ວນຳໄປຂາຍ;
  7. ການບໍ່ປະຕິບັດພັນທະໃນການເບິ່ງແຍງລ້ຽງດູ ແລະສຶກສາອົບຮົມລູກ, ບໍ່ຊ່ວຍກັນທຳມາຫາກິນ ຫຼືການບໍ່ເບິ່ງແຍງດູແລເດັກ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
  8. ການຄອບຄອງ, ຍ້າຍ, ໂອນ, ນຳໃຊ້, ແບ່ງປັນ, ຍຶດ, ຊຸກເຊື່ອງ ຫຼືການທຳລາຍຊັບ ໂດຍບໍ່ຖືກຕ້ອງຕາມກົດໝາຍ;
  9. ການໃຊ້ແຮງງານເດັກ, ການບັງຄັບໃຫ້ອອກແຮງງານ ຫຼືໃຫ້ປະກອບສ່ວນດ້ານການເງິນ;
  10. ການປະພຶດອື່ນທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ.

ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ

ແບ່ງປັນ