Breaking News

ມາດຕະການປົກປ້ອງ ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ

ແບ່ງປັນ

ໃນລະຫວ່າງການດຳເນີນຄະດີ ຫຼືທຸກໄລຍະໃນການແກ້ໄຂ ບັນຫາຄວາມຮຸນແຮງຕໍ່ແມ່ຍິງ ຜູ້ຖືກເຄາະຮ້າຍ ຕ້ອງໄດ້ຮັບການປົກປ້ອງແນວໃດແດ່? ອີງຕາມກົດໝາຍວ່າດ້ວຍ ການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ (2015) ມາດຕາ 42 ມາດຕະການປົກປ້ອງຜູ້ຖືກເຄາະຮ້າຍ ພ້ອມໆກັນວ່າມີຫຍັງແດ່:

  1. ບໍ່ໃຫ້ຜູ້ໃຊ້ຄວາມຮຸນແຮງ ມີເງື່ອນໄຂໃຊ້ຄວາມຮຸນແຮງຕໍ່ຜູ້ຖືກເຄາະຮ້າຍຕື່ມອີກ;
  2. ໃຫ້ຜູ້ໃຊ້ຄວາມຮຸນແຮງ ຍຸດຕິ ການນາບຂູ່ ກໍ່ກວນຜູ້ຖືກເຄາະຮ້າຍ ຫຼືສະມາຊິກໃນຄອບຄົວຂອງຜູ້ກ່ຽວ;
  3. ໃຫ້ຜູ້ໃຊ້ຄວາມຮຸນແຮງ ຕອບສະໜອງດ້ານການເງິນ ແກ່ຜູ້ຖືກເຄາະຮ້າຍ ລວມທັງການນຳໃຊ້ພາຫານະ ແລະຊັບສິ່ງຂອງທີ່ຈຳເປັນ;
  4. ບໍ່ໃຫ້ຂາຍ, ໂອນ, ທຳລາຍ ຊັບສິນທີ່ເປັນກຳມະສິດຮ່ວມ ຫຼືສິນສົມສ້າງ;
  5. ໃຫ້ຜູ້ໃຊ້ຄວາມຮຸນແຮງ ເຂົ້າບຳບັດ ຖ້າເຫັນວ່າຜູ້ກ່ຽວຫາກ ຕິດເຄື່ອງດື່ມທີ່ມີທາດເຫຼົ້າ, ຕິດຢາເສບຕິດ;
  6. ກັກຕົວ, ຈັບຕົວ ຫຼືກັກຂັງ ຜູ້ໃຊ້ຄວາມຮຸນແຮງ ແລ້ວດຳເນີນຄະດີຕາມກົດໝາຍ;
  7. ໃຫ້ການຊ່ວຍເຫຼືອ ທີ່ພັກເຊົາທີ່ປອດໄພ, ດ້ານການແພດ, ດ້ານກົດໝາຍ, ການຝຶກອົບຮົມວິຊາຊີບ ແລະການສຶກສາ, ການກັບຄືນສູ່ຄອບຄົວ ແລະສັງຄົມແກ່ຜູ້ຖືກເຄາະຮ້າຍ ຕາມແຕ່ລະກໍລະນີ;
  8. ນຳໃຊ້ມາດຕະການປົກປ້ອງອື່ນທີ່ເຫັນວ່າຈຳເປັນ.

ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ

 

ແບ່ງປັນ