Breaking News

ເພື່ອເປັນແຮງບັນດານໃຈ! ມິເຄລ່າ ໂຮມເກັ້ນ ຄົນທຳອິດໃນປະຫວັດສາດ ຜູ້ປ່ວຍດາວຊິນໂດມຮ່ວມປະກວດນາງງາມ!!!

ແບ່ງປັນ

ຫຼັງຈາກທີ່ເຮົາໄດ້ຮູ້ຜົນການປະກວດ Miss Universe 2017 ກັນໄປແລ້ວ ເທື່ອນີ້ຂໍແວະມາເກາະຕິດຂອບເວທີ ມິສຢູເອສເອ ກັນແດ່ ເພາະເວທີນີ້ກໍສ້າງກະແສຮືຮາບໍ່ແມ່ນໜ້ອຍ ເຊິ່ງໃນປີນີ້ມີຜູ້ເຂົ້າປະກວດທີ່ເປັນ ດາວຊິນໂດມ (Down’s syndrome) ຫຼື ຄົນທີ່ມີສະຕິບໍ່ສົມປະກອບ ລົງສະໜາມຊິງມົງກຸດ ມິສຢູເອສເອ ເພື່ອສານຝັນໃຫ້ເປັນຈິງ

ສາວງາມຜູ້ປ່ວຍ  ດາວຊິນໂດມ ຄົນນີ້ມີຊື່ວ່າ ມິເຄລ່າ ໂຮມເກັ້ນ ອາຍຸ 22 ປີ ເປັນຜູ້ປ່ວຍ  ດາວຊິນໂດມ ຄົນທຳອິດໃນປະຫວັດສາດທີ່ເຂົ້າປະກວດ ມິສຢູເອສເອ ລະດັບຣັດ ໂດຍກ່ອນໜ້ານີ້ ມິເຄລ່າ ເຄີຍປະກວດໃນເວທີນາງງາມລະດັບເຍົາວະຊົນ ແລະ ໄດ້ຕຳແໜ່ງ ມິສມິນນີ່ໂຊຕ້າ ຈູເນີຍ ແລະ ເປັນຕົວແທນຣັດເຂົ້າປະກວດມິສອະເມຊິ່ງລະດັບເຍົາວະຊົນທີ່ ລອສແອງເຈີລິສ ມາແລ້ວ…

“ຂ້ອຍຕ້ອງການສະແດງຄວາມສາມາດໃຫ້ຄົນອື່ນເຫັນວ່າ ຂ້ອຍສາມາດເຮັດສິ່ງທີ່ຍາກໄດ້ ແລະສະແດງໃຫ້ເຫັນວ່າຄົນທີ່ເປັນ ດາວຊິນໂດມ ມີຄວາມສາມາດ ແລະ ສາມາດເຮັດຕາມຄວາມຝັນໄດ້” (ມິເຄລ່າ ໂຮມເກັ້ນ ກ່າວວວ)

ເຊິ່ງທີ່ຜ່ານມາ ມິເຄລ່າ ບໍ່ເຄີຍຄິດວ່າຕົວເອງແຕກຕ່າງຈາກຄົນປົກກະຕິເພື່ອມາເປັນອຸປະສັກໃນການໃຊ້ຊີວິດແຕ່ຢ່າງໃດ ແຕ່ນາງກັນເຮັດທຸກໆມື້ໃຫ້ມີຄວາມສຸກ ເຮັດໃນສິ່ງທີ່ນາງຮັກ ບໍ່ເຄີຍກີດກັນຕົວເອງໃນການເຮັດກິດຈະກຳຮ່ວມກັນຄົນອື່ນ ແລະ ເຖິງແມ້ວ່າການປະກວດ ມິສຢູເອສເອ ຈະເປັນຄວາມທ້າທາຍທີ່ສຸດໃນຊີວິດຂອງລາວກໍຕາມ ແຕ່ກໍມີຄວາມມຸ່ງໝັ້ນໃນການເຮັດຕາມຄວາມຝັນນີ້ຢ່າງເຕັມທີ່ ເພື່ອສ້າງແຮງບັນດານໃຈໃຫ້ຜູ້ທີ່ມີບັນຫາ ແລະ ບົກຜ່ອງທາງສະຕິປັນຍາ ເພື່ອໃຫ້ພວກເຂົາໄດ້ກ້າວອອກມາຕາມຫາຝັນ ຕະຫຼອດຈົນປ່ຽນມຸມມອງທີ່ສັງຄົມມີຕໍ່ຜູ້ທີ່ເປັນດາວຊິນໂດມ ໄປຈົນເຖິງມຸມມອງຕໍ່ແນວຄິດເລື່ອງຄວາມງົດງາມອີກດ້ວຍ

ດ້ານ ເດນິສ ວອສເລສ ຜູ້ອຳນວຍການກອງປະກວດ ມິສຢູເອສເອ ເປີດເຜີຍວ່າ “ມິເຄລ່າ ເປັນແມ່ຍິງທີ່ໜ້າອັດສະຈັນທີ່ສຸດ ແລະ ນາງກໍເປັນຕົວຢ່າງຂອງແມ່ຍິງທີ່ອົງກອນ Miss Universe ພະຍາຍາມຊອກຫາ”

ຢ່າງໃດກໍດີ ການປະກວດທີ່ຣັດມິນເນໂຊຕ້າມໃນປິນີ້ ຕຳແໜ່ງຊະນະເລີດຕົກເປັນຂອງ ເຄຣີ່ ໄຣ, ແຕ່ວ່າ ມິເຄລ່າ ໂຮມເກັ້ນ ກໍບໍ່ໄດ້ກັບບ້ານລ້າໆ ເພາະນາງໄດ້ຮັບຕຳແໜ່ງ “ສະປີລິດ ອອຟ ມິສ ມິສຢູເອສເອ” ເຊິ່ງເປັນລາງວັນພິເສດທີ່ທາງກອງປະກວດໄດ້ມອບໃຫ້ (ຂໍສະແດງຄວາມຍິນດີນຳຫຼາຍໆເດີ້).

ທີ່ມາ:https://women.mthai.com/amazing-women/327142.html?utm_source=Social&utm_medium=putsacha&utm_campaign=Social_team

ແບ່ງປັນ