Breaking News

ຄົນລາວເຮົາເກັ່ງຫຼາຍໆ! ສ້າງສຽງຮືຮາ ແຈັກກີ້ ໄຊປະເສີດ ຜ່ານເຂົ້າຮອບໃນລາຍການ  The Voice Thailand Season 6 (ມີຄລິບ)

ແບ່ງປັນ

ຄົນລາວເຮົາເກັ່ງຫຼາຍໆ!!! ກາຍເປັນທີ່ຮືຮາໃນຊ່ວງວັນພັກຍາວ ໃນວັນທີ 2 ທັນວາ 2017 ທີ່ຜ່ານມາ… ເຊື່ອວ່າແຟນໆຫຼາຍທ່ານຄົງຈະເປັນແຟນຄລັບຂອງລາຍການ The Voice Thailand ແລະ ກໍສ້າງເຊີໄພ້ໃຫ້ຄົນລາວບໍ່ແມ່ນໜ້ອຍ ເພາະມີນັກຮ້ອງສຽງດີຈາກລາວເຮົານັ້ນກໍຄື ໜຸ່ມ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ອາຍຸ 18 ປີ ໄປແຂ່ງຂັນໃນຮອບ Blind Audition ແລະ ຜ່ານເຂົ້າໃນຮອບຕໍ່ໄປຂອງລາຍການ (ວ້າວວວ!!! ຊົມເຊີຍເກັ່ງຫຼາຍໆ) , ແຈັກກີ້ ໃຊ້ບົດເພງ “ພູດທຳໄມ” ໃນການແຂ້ງຂັນໃນຮອບນີ້ ແລະ ຮ້ອງໄດ້ມ່ວນ ມີນໍ້າສຽງເປັນເອກະລັກສຸດໆ ຈົນເຮັດໃຫ້ກຳມະການກົດປຸ່ມເລືອກ ແລະ ປິ່ນມາ. ເຊິ່ງກຳມະການຜູ້ທີ່ເລືອກ ແຈັກກີ້ ໃນການແຂ່ງຂັນໃນເທື່ອນີ້ກໍຄື ສິງໂຕ ນຳໂຊກ ສິລະປິນຊື່ດັງອີກໜຶ່ງທ່ານຂອງປະເທດເພື່ອນບ້ານເຮົານີ້ເອງ.

ສຳລັບ ແຈັກກີ້ ໄຊປະເສີດ ໜຸ່ມນ້ອຍຄົນນີ້ ມີດີກຼີເປັນເຖິງນັກຮ້ອງນຳວົງ “Yes” ແຫ່ງຄ້າຍເພງ “ອິນດີ້ ເຣັກຂອດ” ແລະ ຍັງເຄີຍແຂ່ງຂັນໃນໂຄງການປະກວດວົງດົນຕີ “ເບຍລາວແບຼນຊາເລັ້ນ ໃນປີ 2016” ແລະ ຄວ້າອັນດັບ 1 ມາແລ້ວ, ຂໍບອກເລີຍວ່າໜຸ່ມນ້ອຍຄົນນີ້ບໍ່ທຳມະດາອີ່ຫລີ ອະນາຄົດໄກແນ່ນອນ, ຢ່າງໄດກໍຢ່າລືມເປັນກຳລັງໃຈໃຫ້ກັບ ແຈັກກີ້ ໃນການຜ່ານເຂົ້າຮອບ Blind Audition ຂອງລາຍການ The Voice Thailand Season 6 ແລະ ຢ່າລືມຕິດຕາມຄົນລາວເຮົາທີ່ໄປສ້າງຊື່ສຽງໃນຕ່າງປະເທດຄົນນີ້ໃນຮອບຕໍ່ໆໄປຂອງການແຂ່ງຂັນນຳເດີ້.

 

ຂໍຂອບໃຈຄລິບ ແລະ ຮູບພາບ

ແບ່ງປັນ