Breaking News

ອາການມັນຟ້ອງວ່າຊິລິໂຄນດັງອາດທະລຸ ຮີບເຊັກວິທີສັງເກດອາການກ່ອນທີ່ຈະສາຍເກີນແກ້!!!

ແບ່ງປັນ

ທຸກມື້ນີ້ປະຕິເສດບໍ່ໄດ້ເລີຍວ່າ ການເຮັດສັນຍະກຳ ດັງ ກາຍເປັນສັນຍະກຳຍອດຮິດ ແລະ ເປັນເລື່ອງທຳມາສຸດໆ ເຊິ່ງເຕັກນິກອັນດັບຕົ້ນໆຂອງການເຮັດສັນຍະກຳນັ້ນກໍຄືການໃຊ້ ຊິລິໂຄນ ແລະ ແນ່ນອນວ່າການນຳສິ່ງແປກປອມເຂົ້າໄປໃນຮ້າງກາຍ ອາດຈະເຮັດໃຫ້ມີຄວາມກັງວົນໃຈ ຫຼືບັນຫາຫຼາຍໆຢ່າງຕາມມາກໍເປັນໄດ້ ເຊິ່ງບັນຫາຫຼັກໆຂອງຄົນທີ່ເຮັດສັນຍຳກຳມັກພົບເຈິ ແລະ ເປັນກັນຫຼາຍເລີຍກໍຄື ອາການຂອງ ຊິລິໂຄນດັງທະລຸ ນັ່ນເອງ, ເນື່ອງມາຈາກຫຼາຍສາເຫດ ແລະ ຫຼາຍປັດໄຈເຊັ່ນ: ບໍ່ວ່າຈະເປັນຊີ້ນດັງໜ້ອຍ ແຕ່ຢາກເສີມໃຫ້ໂມ, ຊິລິໂຄນທີ່ບໍ່ໄດ້ມາດຕະຖານ, ການແກ້ດັງຫຼາຍໆຮອບ ເຮັດໃຫ້ຊີ້ນດັງບາງລົງ ຫຼື ເສີມດັງດົນໆໄປ ອາດເຮັດໃຫ້ຊີ້ນດັງເກີດອາການທະລຸໄດ້ເຊັ່ນດຽວກັນ ເຊິ່ງບັນຫາດັງທະລຸນີ້ ຖືໄດ້ວ່າເປັນເລື່ອງໃຫ່ຍ ແລະ ສຳຄັນຂອງຄົນທີ່ເຮັດສັນຍະກຳດັງເລີຍກໍວ່າໄດ້, ດັ່ງນັ້ນ ຖ້າໝູ່ເພື່ອນຄົນໃດບໍ່ຢາກເຈິບັນຫາສາຍເກີນແກ້ ລອງມາເບິ່ງວີທີສັງເກດອາການ ແລະ ສັນຍານເຕືອນຂອງດັງທະລຸເອົາໄວ້ກ່ອນຈະເປັນການດີທີ່ສຸດ ຫາກມີອາການດັ່ງນັ້ນຄວນຮີບຮ້ອນໃຈປຶກສາແພດເພື່ອຈະໄດ້ແກ້ໄຂໃຫ້ທັນເວລາ ແລະ ບໍ່ຕ້ອງມານັ່ງເສີຍໃຈພາຍຫຼັງ.

  1. ປາຍດັງສະທ້ອນແສງ

ດັງສະທ້ອນແສງ ມັນວາວກວ່າປົກກະຕິ ຫຼືມີສີຂາວໆໃສໆ ສັງເກດງ່າຍໆໄດ້ທີ່ບໍລິເວນປານດັງ ຫາກມີອາການແບບນີ້ສະແດງວ່າເນື້ອທີ່ປາຍດັງເລີ່ມບາງລົງ ຈຶ່ງເປັນສາເຫດເຮັດໃຫ້ເບິ່ງເຫັນຜິວຂອງຊິລິໂຄນທີ່ຢູ່ໃຕ້ຜິວໜັງຂອງເຮົາສະທ້ອນອອກມາ

2. ລູບປາຍດັງແລ້ວຮູ້ສຶກສຽວໆ

ເມື່ອຊິລິໂຄນເກີດການດັນອອກມາຢູ່ຜິວໜັງລາຍຈົນເກີນໄປ ຈຶ່ງເປັນສາເຫດເຮັດໃຫ້ຜິວໜັງເລີ່ມບາງລົງ ແລະ ເມື່ອເອົາມືລູບຈະເຮັດໃຫ້ຮູ້ສຶກສຽວ ເນື່ອງຈາກດັງມີຄວາມສາມາດຮັບຮູ້ການສຳຜັດໄດ້ຫຼາຍກວ່າບໍລິເວນອື່ນ ແລະ ເມື່ອຜິວບາງລົງກໍຈະເຮັດໃຫ້ຍິ່ງຮູ້ສຶກຫຼາຍຂຶ້ນກວ່າບໍລິເວນອື່ນ

3. ມີອາການເຈັບເລື້ອຍໆ

ຈະຮູ້ສຶກວ່າມີອາການເຈັບເລັກໜ້ອຍ ໂດຍສະເພາະບໍລິເວນປາຍດັງ ເຊິ່ງອາການນັ້ນຈະບໍ່ເຊົາ ແລະ ຈະເຈັບຫຼາຍຂຶ້ນຫຼືເຈັບເທົ່າເກົ່າເປັນເວລາດົນໆ ບາງຄົນອາດມີນໍ້າຂຸ້ນໆ ໃສໆ ໄຫຼອອກມາເນື່ອງຈາກເກີດອາການອັບເສບພາຍໃນດັງນັ້ນເອງ

4. ດັງມີຮອຍຫຼຸບ

ຮອຍຫຼຸບບໍລິເວນດັງເກີດມາຈາກຜິວໜັງບໍລິເວນດັງດ້ານເທິງລົງມາຕິດກັບຂອບຊິລິໂຄນ ເຮັດໃຫ້ສ່ວນນັ້ນເກີດອາການຮັດ ຈຶ່ງເຮັດໃຫ້ແນມເຫັນບໍລິເວນຊິລິໂຄນໄດ້ຊັດເຈນຫຼາຍຂຶ້ນ

5. ຮູບຮ່າງຂອງຊິລິໂຄນປ່ຽນໄປ

ດັງທີ່ເຄີຍສັນຍະກຳມາຢ່າງງາມ ຈະເລີ່ມມີການປັບຮູບຊົງເຊັ່ນ: ດັງບ້ຽວ ດັງບວມ ຫຼືດັງຍາວແລະໂກ່ງກວ່າປົກກະຕິ ເນື່ອງຈາກການເສີມດັງເປັນເວລາດົນ ຈະເຮັດໃຫ້ເກີດເນື້ອເຍື່ອຫຸ້ມບໍລິເວນຊິລິໂຄນ ເຮັດໃຫ້ເນື້ອເຍື່ອມີຄວາມໜາແລະແຂງ ຈົນເຮັດໃຫ້ເກີດການບີບຮັດບໍລິເວນຊິລິໂຄນເຮັດໃຫ້ອຽງຫຼືເລື່ອນລົງມາ ແລະນັ້ນອາດເຮັດໃຫ້ເປັນສາເຫດທີ່ຈະເຮັດໃຫ້ດັງບາງລົງຈົນເກີດການທະລຸໄດ້

6. ປາຍດັງແດງ ດຳຄໍ້າ ແລະ ຂາວຊີດ

ເນື່ອງຈາກດັງບາງລົງ ຈຶ່ງເຮັດໃຫ້ຜິວບໍລິເວນນັ້ນເກີດຄວາມແຕກຕ່າງຈາກບໍລິເວນອື່ນໆເຊັ່ນ: ອາດມີສີຂາວຊີດ ແດງ ຫຼືດຳຄໍ້າ ສັງເກດໄດ້ຈາກເວລາທີ່ເຮົາແຕ່ງໜ້າອາດໄດ້ລົງເຄື່ອງສຳອາງຫຼາຍກວ່າບໍລິເວນອື່ນ ເພື່ອປົກປິດສີຜິວທີ່ບໍ່ສະໝໍ່າສະເໝີກັນນັ້ນເອງ

7. ມີກ້ອນເປັນຕູດໆບໍລິເວນດັງ

ຫາກລອງຈັບທີ່ບໍລິເວນດັງແລ້ວຮູ້ສຶກວ່າມີເມັດຫຼືມີກ້ອນເປັນຕູດໆແຂັງໆທີ່ສັນດັງ ອາດເກີດມາຈາກຫິນປູນມາຈັບທີ່ຊິລິໂຄນ ຈະເຮັດໃຫ້ເກີດເປັນກ້ອນນູນໆຂຶ້ນມາ ເຊິ່ງອາດເກີດກັບຄົນທີ່ເຮັດສັນຍະກຳດັງເປັນເວລາດົນໆ ບາງຄົນອາດເລີ່ມມີອາການເລີ່ມເຈັບ ແລະ ຖືເປັນອີກໜຶ່ງອາການທີ່ສາມາດເຮັດໃຫ້ດັງທະລຸໄດ້ ຂໍແນະນຳເລີຍວ່າຄວນໄປພົບແພດໂດຍດ່ວນ

8. ມີສິວຫົວຊ້າງຂຶ້ນ

ສຳຫຼັບໃຜທີ່ເປັນສິວຫົວຊ້າງ ກິນຍາ ທາຍາ ແລ້ວຍັງບໍ່ເຊົາ ອາດເກີດການອັບເສບລຸກລາມເຮັດໃຫ້ເນື້ອເຍື່ອທີ່ຫຸ້ມຊິລິໂຄນເສີມດັງເກີດອາການອັກເສບ ແລະ ຕິດເຊື້ອ ເຊິ່ງການອັບເສບນີ້ຈະສົ່ງຜົນເຮັດໃຫ້ຜິວໜັງບໍລິເວນດັງບາງລົງ ເປັນສາເຫດເຮັດໃຫ້ຊິລິໂຄນທະລຸໄດ້

9. ແທ່ງຊິລິໂຄນໂຜ່ອອກມາ

ສຸດທ້າຍຄືອາການຊິລິໂຄນໂຜ່ອອກມາທີ່ປາຍດັງ ເຫັນເປັນປາຍຂາວໆ ເປັນອັນແນ່ນອນເລີຍວ່າດັງຂອງເຈົ້າເກີດການທະລຸແລ້ວ ຄວນໄປພົບແພດດ່ວນ ແລະ ຢ່າຈັບ ແລະ ດຶງຊິລິໂຄນອອກມາເດັດຂາດ ເພາະອາດເຮັດໃຫ້ເກີດອາການໜັກ ແລະ ປິ່ນປົວຍາກກວ່າເກົ່າ.

ເມື່ອຮູ້ວິທີສັງເກດແລ້ວວ່າອາການຂອງຊິລິໂຄນດັງທະລຸເປັນແນວໃດ ໝູ່ເພື່ອນຄົນໃດທີ່ເຮັດສັນຍະກຳດັງກໍຢ່າໄດ້ນິ່ງນອນໃຈ ແລະ ລອງສັງເກດຕົວເອງເບິ່ງເດີ້ ຫາກຄົນໃດພົບວ່າມີອາການ ກໍແນະນຳໃຫ້ໄປພົບແພດເພື່ອເຮັດການແກ້ໄຂໂດຍດ່ວນ ເພາະຖ້າຫາກປ່ອຍໃຫ້ຊິລິໂຄນດັງທະລຸອອກມາກໍຈະຕ້ອງລໍຖ້າໃຫ້ບາດແຜເຊົາດີ ຈຶ່ງຈະສາມາດເຮັດສັນຍະກຳໄດ້ໃໝ່ ເຊິ່ງອາດໃຊ້ເວລາ 3-6 ເດືອນກັນເລີຍໄດ໋.

ຂໍ້ມູນຈາກ : https://women.kapook.com/view183775.html

ແບ່ງປັນ