Breaking News

ສຸດຍອດ! ຮູບເງົາລາວ “ຫົງຫາມເຕົ່າ” ຮັບລາງວັນໃນລະດັບ ອາຊຽນ ທີ່ປະເທດ ມາເລເຊຍ!!!

ແບ່ງປັນ

ວ້າວວວວ!!! ເປັນທີ່ໜ້າຍິນດີກັນສຸດໆເລີຍ ເປັນຂ່າວດີໃຫ້ກັບວົງການບັນເທີງລາວ ເພາະຮູບເງົາ “ຫົງຫາມເຕົ່າ” ດັງໄກ ແລະ ໄດ້ຮັບລາງວັນ ຮູບເງົາດີເດັ່ນ (Excellent Film Award) ລະດັບອາຊຽນໃນງານ Asean-China Film Festival ທີ່ ປະເທດ ມາເລເຊຍ, ເຊິ່ງງານນີ້ມີທີມງານຜູ້ສ້າງ ແລະ ບັນດານັກສະແດງນັ້ນກໍຄື: ເຈ້ຍ ປາຊິຟິກ, ລູກນໍ້າ ທິດາລັດ ວົງສິຣິ, ບ໋ອບບີ້ ອັດສະວິນ ໄປຮ່ວມງານ ແລະ ຮັບລາງວັນກັບມາຝາກຄົນລາວເຮົາທຸກຄົນດ້ວຍຄວາມຍິນດີ.

Phoumsana Sirivongsaさんの投稿 2017年12月4日(月)

 

ສຳລັບ ຮູບເງົາລາວ “ຫົງຫາມເຕົ່າ ທີ່ໄດ້ຮັບລາງວັນ ຮູບເງົາດີເດັ່ນ (Excellent Film Award) ໃນລະດັບອາຊຽນໃນຄັ້ງນີ້ຖືເປັນອີກບາດກ້າວໜຶ່ງຮູບເງົາລາວ ຂອງວົງການບັນເທີງລາວ ເພາະຈະເຮັດໃຫ້ຊາວໂລກໄດ້ຮູ້ວ່າວົງການຮູບເງົາຂອງລາວເຮົາກໍນັບມື້ນັບພັດທະນາຂຶ້ນໄປເລື້ອຍໆ.

#ແຊຣໄປໃຫ້ໂລກຮູ້ເຖິງສີມືຂອງຄົນລາວ

ທີ່ມາ: Phoumsana Sirivongsa , Louknum Vongsili

ແບ່ງປັນ