Breaking News

Update ຄວາມເຈົ້າຊູ້ຂອງອາຈານ ຫຼົງ (ພັດທະນາຂຶ້ນ ຫຼືຄົງຄວາມເຈົ້າຊູ້ບໍ່ປ່ຽນແປງ) ບອກໃຫ້ອາຈານໃຫ້ຮູ້ນໍາເດີ່ນ້ອງໆ!!!

ແບ່ງປັນ

ສາວໆ ຈື່ໄດ້ບໍ່? ເມື່ອບໍ່ດົນມານີ້ທີ່ຂວັນໃຈ ໄດ້ນໍາເອົາຮູບພາບຂອງໜຸ່ມເຈົ້າຊູ້ຄົນໜຶ່ງທີ່ຖ່າຍຮູບໃນຊຸດຄູມາໂພສລົງໃນ Page kuanjai Magazine ຫຼາຍຄົນກໍເລີຍໃຫ້ຄວາມສົນໃຈວ່າ ແມ່ນອາຈານແທ້ ຫຼືເປັນພຽງການຖ່າຍແບບເທົ່ານັ້ນ ເພາະເບິ່ງຈາກໜ້າຕາ, ຫຸ່ນຕ່າງໆ ລວມແລ້ວແລ້ວກໍເຊື່ອວ່າເປັນນາຍແບບອີ່ຫຼີ! ແຕ່ມີແຟນຄັບ kuanjai ຫຼາຍຄົນກໍໄດ້ອອກມາໃຫ້ສະແດງຄວາມຄິດເຫັນວ່າ ຄົນໃນຮູບແມ່ນເປັນອາຈານແທ້ໆ ແລະເຄີຍສອນຕົວເອງມານໍາຫຼາຍຄົນເອີ້ນວ່າ ອາຈານຫຼົງ ສອນຢູ່ ວິທະຍາໄລແຫ່ງໜຶ່ງຂອງ ແຂວງ ຫຼວງພະບາງ… ພໍຮູ້ວ່າເປັນອາຈານຕົວຈິງເທົ່ານັ້ນແຫຼະ! ທັງສາວແທ້ ສາວທຽມ… ກໍພາກັນແຫ່ເຂົ້າມາຄອມເມັ້ນວ່າຢາກຈະກັບໄປຮຽນອີກຄັ້ງເພື່ອທີ່ຈະໄດ້ຮຽນນໍາອາຈານຫຼົງຄົນນີ້…

ແລະມື້ນີ້ແອັດກໍເລີຍຢາກຈະມາ Update ຄວາມຫຼໍ່, ເຈົ້າຊູ້ຂອງອາຈານ ຫຼົງ ໃຫ້ສາວແທ້ ສາວທຽມ ໄດ້ຟີນກັນອີກຮອບໜຶ່ງ ເຊິ່ງຖ້າໃຜທີ່ເປັນ FC ຂອງອາຈານທ່ານນີ້ຢູ່ແລ້ວກໍຄົງຈະໄດ້ເຫັນຄວາມເຈົ້າຊູ້ຂອງເພິ່ນຜ່ານທາງ Facebook ສ່ວນຕົວ Gabriel Along Kirivong ຢູ່ເປັນປະຈໍາ ແຕ່ສໍາລັບໃຜທີ່ບໍ່ໄດ້ເປັນ FC ຂອງເພິ່ນ ກໍສາມາດຕິດຕາມກັນໄດ້ທາງ Page Kuanjai Magazine ນີ້ເລີຍ! ເຮົາຈະນໍາມາ Update ໃຫ້ໄດ້ເຫັນກັນເປັນປະຈໍາ! ສໍາລັບອາຈານຫຼົງແມ່ນ ເປັນອາຈານສອນມາໄດ 6 ປີແລ້ວ ແລະປັດຈຸບັນເພິ່ນກໍຍັງໄດ້ໄປຮຽນຕໍ່ຍອດຄວາມຮູ້ຂອງຕົວເອງຢູ່ທີ່ປະເທດຫວຽດນາມພຸ້ນລະ… ແຕ່ຕອນນີ້ເອົາເປັນວ່າ! ເຮົາໄປເບິ່ງຄວາມເຈົ້າຊູ້ຂອງເພິ່ນພ້ອມໆກັນເລີຍວ່າຈະພັດທະນາຂຶ້ນ, ຫຼຸດລົງ ຫຼືຍັງຄົງຄວາມເຈົ້າບໍ່ປ່ຽນແປງ… ແນວໃດກໍຢ່າລືມຄອມເມັ້ນໃຫ້ອາຈານຫຼົງໄດ້ຮູ້ກັນນໍາເດີ່!!!

ຮູບເກົ່າ…

ຮູບໃໝ່…

  • ຂຽນຊື່ຕົວເອງ

  • ຍິ້ມ & ບໍ່ຍິ້ມ

  • ຢູ່ຊື່ກະຫຼໍ່ແລ້ວ

  • ໃສ່ແວ່ນນນນ

  • ພ້ອມດ້ວຍຄະນະ

  • ອາຈານນນ ຢາກໄດ້ມາສອນສ່ວນຕົວເດ໊ະ555

  • ຍິ້ມມມມ

  • ໂອປປ່ະຂະໜາດ

 

By: BeautyGuru

Cr ຮູບ: Gabriel Along Kirivong

ແບ່ງປັນ