Breaking News

So sweet! ອັບເດດຄວາມໜ້າຮັກຂອງຄູ່ ແອັບເປີ້ນ-ຟຸກ ຫຼັງຈາກແຕ່ງດອງ ງານນີ້ຄົນໂສດມີອິດສາ!!!

ແບ່ງປັນ

ມາອັບເດດຄວາມໜ້າຮັກຂອງຄູ່ຮັກສາວລາວ-ບ່າວໄທ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ທີ່ໄດ້ມີພິທີສົມຣົດໄປໃນຊ່ວງເດືອນ ພະຈິກ ທີ່ຜ່ານມາ ແລະ ປັດຈຸບັນກຳລັງຢູ່ໃນຊ່ວງຫວານ ຫຼື ຈະເອີ້ນແບບລາວໆເຮົາກໍແມ່ນ ເຂົ້າໃໝ່ປາມັນ ນັ້ນລະ, ຫຼ້າສຸດ ແອັບເປີ້ນ ກໍໄດ້ໂພສຄລິບທີ່ ຟຸກ ຈິຣະ ນຳເຂົ້າໜົມມາປ້ອນຮອດຕຽງ… ແບບວ່າຈັ່ງແມ່ນຫວານກັນແທ້ເດ ຂໍບອກເລີຍງານນີ້ຄົນໂສດຕ້ອງມີອິດສາແນ່ນອນ.

ເອົ້າໆ!! ລອງມາເບິ່ງເອງເລີຍເດີ້ວ່າ ແອັບເປີ້ນ ແລະ ຟຸກ ຄູ່ຮັກສາວລາວ-ບ່າວໄທ ຫວານກັນຊໍ່າໄດ…

สาน่ารักกก เอาคุกกี้มาเสีพถึงเตียง 555 อยากกินเองหรืออยากให้พันยากิน? บอกม๊า @fluke_jira #flukeapple

Appleminiberryさんの投稿 2017年12月4日(月)

 

ບອກເລີຍວ່າ ຫວານເວີ້… ຢ່າງໃດກໍຂໍໃຫ້ ແອັບເປີ້ນ ແລະ ຟຸກ ມີເບບີ້ໂຕນ້ອຍໆມາໃຫ້ແຟນຄລັບໄດ້ເຫັນກັນໄວໆເດີ້.

ຮູບພາບ: Appleminiberry

ແບ່ງປັນ