Breaking News

ສ່ອງ! ຄວາມງາມຫວານປານນໍ້າເຜິ້ງຂອງ ບີ່ໂບ້ ດວງພະໄທ ເຈົ້າຂອງຕຳແໜ່ງ Miss Laos 2017

ແບ່ງປັນ

ມາສ່ອງສາວງາມອີກ 1 ເວທີກັນແດ່ນັ້ນກໍຄຶເວທີ ນາງສາວລາວ (Miss Laos 2017)  ທີ່ໄດ້ຮູ້ກັນໄປໃນໄລຍະໜຶ່ງແລ້ວວ່າສາວງາມທີ່ສາມາດຄວ້າຕຳແໜ່ງອັນຊົງກຽດນີ້ໄປໄດ້ນັ້ນກໍຄື ດວງພະໄທ ເມກສີທອງ ຫຼື ບີ່ໂບ້ ສາວນ້ອຍອາຍຸ 19 ປີ ທີ່ມີຄວາມງາມພຽບພ້ອມ ເຂົ້າຕຳລາໃນແບບສະບັບ ນາງສາວລາວ.

ແຟນໆຫຼາຍຄົນພາກັນເວົ້າເປັນສຽງດຽວກັນວ່າ ນ້ອງ ບີ່ໂບ້ ດວງພະໄທ Miss Laos 2017 ນາງມີຄວາມເໝາະສົມໃນຕຳແໜ່ງນີ້ຫຼາຍ ເພາະຍິ່ງເບິ່ງແລ້ວຍິ່ງງາມ ເປັນສາວນ້ອຍໜ້າຫວານ ບໍ່ວ່າຈະເບິ່ງມຸມໃດກໍງາມໄປໝົດ ແຖມຍັງມີພິບໄຫວດີເອົາຊະນະໃຈກຳມະການໃນການຕອບຄຳຖາມມາແລ້ວ.

ບີ່ໂບ້ ດວງພະໄທ ຈະມີຄວາມງາມ ແລະ ໜ້າຮັກ ພຽງໃດ ແຟນໆລອງເບິ່ງເອົາເອງເລີຍສະເນາະ!!!

ຮູບພາບ: Bibo Duangphathai

ແບ່ງປັນ