Breaking News

ປະໂທະ! ຍອມໃຈໃນຫຸ່ນຂອງນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ (ຫຸ່ນແບບນີ້ມີຂາຍບໍ່?)

ແບ່ງປັນ

ທ້າຍອາທິດແບບນີ້ ມາເບິ່ງຫຍັງທີ່ມັນຜ່ອນຄາຍກັນແດ່ເນາະ!!! ຢາກຈະບອກວ່າຫຼັງຈາກ ທີ່ເວັບໃຊ້ ຂວັນໃຈ ເຮົາໄດ້ນຳສະເໜີຂ່າວຂອງສາວ ກິນນະລອນ ນັນທະລາດ (ຕ້ອມ) ອາຍຸ 33 ປີ ນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ ໃນງານແຂ່ງຂັນກິລາໃນລຸ້ນ Model Physique ໃນງານ Thailand International Sport Expo 2017 ທີ່ເມືອງທອງທານີ (ປະເທດໄທ) ໃນຊ່ວງເດືອນ ພະຈິກ ທີ່ຜ່ານມາ, ແຖມງານນີ້ສາວລາວເຮົາກໍບໍ່ທຳມະດາ ສາມາດເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ຜ່ານເຂົ້າໄປໃນຮອບ 10 ຄົນສຸດທ້າຍ ຈົນສ້າງສຽງຮືຮາໃຫ້ວົງການນັກກິລາລາວ ແຖມເປັນແມ່ຍິງລາວ ຈົນເປັນທີ່ໜ້າຍິນດີມາແລ້ວ.

ຫຼ້າສຸດ ຂວັນໃຈ ເຮົາກໍຍັງຢາກຈະອັບເດດເລື່ອງລາວຂອງສາວຄົນນີ້ມາໃຫ້ແຟນໆໄດ້ຕິດຕາມກັນຕື່ມ ແລະ ຈະເປັນຫຍັງບໍ່ໄດ້ເລີຍ ເພາະເວົ້າເຖິງ ນັກກິລາກໍຄົງຈະໜີບໍ່ພົ້ນເລື່ອງຫຸ່ນ ແບບວ່າຫຸ່ນຂອງນາງນິນະ ປະໂທະ!!! ດີຫຼາຍໆ ຢາກຈະຮ້ອງອອກໄປດັງໆເລີຍວ່າ ຫຸ່ນແບບນີ້ມີຂາຍບໍ່? (555) ເອົ້າໆ!!! ດຽວຈະຫາວ່າເວົ້າເກີນເຫດ ລອງເບິ່ງຫຸ່ນຂອງ ກິນນະລອນ ຫຼື ຄູຕ້ອມ ຄົນນີ້ເບິ່ງເດີ້…

ເບິ່ງແລ້ວຮູ້ສຶກມີ ແຮງບັນດານໃຈ ຂຶ້ນມາທັນທີເລີຍແມ່ນບໍ່? ຢ່າງໃດກໍຢາກໃຫ້ແຟນໆຮູ້ວ່າ ສຸຂະພາບທີ່ດີ ຮູບຮ່າງທີ່ດີບໍ່ມີຂາຍ ຖ້າຢາກໄດ້ຕ້ອງສ້າງ ແລະ ຮັກສາເອງ, ຖ້າຢາກຈະໄດ້ຫຸ່ນດີໆ ງາມໆ ແບບນີ້ໝູ່ເພື່ອນກໍຕ້ອງມີວິໄນ ເຝິກເປັນນິດໃສ ບໍ່ວ່າຈະເປັນເລື່ອງອາຫານການກິນ ແລະ ການອອກກຳລັງກາຍກໍສຳຄັນຫຼາຍເດີ້…(ສູ້ໆໆ).

ຮູບພາບ: Kinnie Nanthalath

ແບ່ງປັນ