Breaking News

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ຈັດງານພິທີເປີດໄຟຕ້ອນຮັບວັນຄຣິດສມາດສ ເປັນຄັ້ງທໍາອິດ

ແບ່ງປັນ

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ຈັດງານພິທີເປີດໄຟຕ້ອນຮັບວັນຄຣິດສມາດສ ເປັນຄັ້ງທໍາອິດ

ໃນຕອນແລງຂອງວັນທີ 6 ທັນວາ 2017 ທີ່ຜ່ານມາ ຢູ່ທີ່ໂຮງແຮມ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ຈັດງານພິທີເປີດໄຟຕ້ອນຮັບວັນຄຣິດສມາດສ ເປັນຄັ້ງທໍາອິດ. ພາຍໃນງານຕົກແຕ່ງດ້ວຍຕົ້ນ ຄຣິດສມາດສໃຫຍ່ ທ່ປະດັບປະດາຢ່າງສວຍງາມ ແລະເຮືອນເຂົ້າໜົມປັງຍັກ ງານດັ່ງກ່າວໄດ້ສ້າງຄວາມຮູ້ສຶກອົບອຸ່ນ ໄດ້ບັນຍາກາດຂອງວັນຄຣິດສມາດສ ໃຫ້ກັບແຂກພາຍໃນໂຮງແຮມ ແລະແຂກທີ່ເຂົ້າຮ່ວມໃນງານໄດ້ມ່ວນຊື່ນກັບການຮ້ອງເພງ ຄຣິດສມາດສ ຂອງນ້ອງນ້ອຍນັກຮຽນຈາກໂຮງຮຽນ ປະຖົມສົມບູນ ພະໄຊ. ນອກນັ້ນບັນດາແຂກທີ່ເຂົ້າຮ່ວມໃນງານຍັງໄດ້ເພີດເພີນກັບການທົດລອງຊີມເມນູອາຫານພິເສດຂອງ Magical Christmas Eve ທີ່ພ້ອທໃຫ້ທ່ານສໍາພັດໄດ້ໃນວັນທີ 24 ທັນວາ 2017 ທີ່ຈະມາເຖິງນີ້!

ແບ່ງປັນ