Breaking News

ຫຼົງຮັກປະເທດລາວເຂົ້າແລ້ວ! ຈອຍ ລິນລະນີ ແລະ ເຕີ ສັນທະວິດ 2 ນັກສະແດງຊື່ດັງຕ້ອງມົນສະເໜ່ ແຂວງ ຫຼວງພະບາງ!!!

ແບ່ງປັນ

ຈອຍ ລິນລະນີ ແລະ ເຕີ ສັນທະວິດ 2 ນັກສະແດງ-ພິທີກອນຊື່ດັງ ຈາກປະເທດເພື່ອນບ້ານ ເດີນທາງມາຢ້ຽມຢາມປະເທດລາວ ໂດຍທັງ 2 ໄດ້ເດີນທາງໄປທີ່ ແຂວງ ຫຼວງພະບາງ ໃນວັນທີ 15 ພະຈິກ 2017 ທີ່ຜ່ານມາ ແລະ ຍັງມີໂອກາດໄດທ່ອງທ່ຽວພາຍໃນຕົວເມືອງ ຫຼວງພະບາງ ເລາະກິນອາຫານພື້ນເມືອງ ພ້ອມຍັງໃສ່ຊຸດໄໝລາວ ອັນເປັນເຊິ່ງເອກະລັກປະເພນີຂອງລາວ ແລະ ຍັງໄຫວ້ພະຂໍພອນຕາມວັດວາທີ່ສັກສິດ ແລະ ຍັງມີໂອກາດໄດ້ເຮັດບຸນຕັກບາດທີ່ແຂວງຫຼວງພະບາງ ແລະ ຍັງໄດ້ໄປນໍ້າຕົກຕາດກວາງຊີ ທີ່ມີຄວາມງາມຈົນເຮັດໃຫ້ນັກສະແດງທັງສອງຫຼົງຮັກ ແລະ ປະທັບໃຈໃນ ແຂວງ ຫຼວງພະບາງ ປະເທດລາວ ເຮົາເປັນທີ່ສຸດ.

ການມາປະເທດລາວໃນເທື່ອນີ້ ຈອຍ ລິນລະນີ ແລະ ເຕີ ສັນທະວິດ ແມ່ນໄດ້ມາຖ່າຍທຳລາຍການກ່ຽວກັບອາຫານທີ່ທັງສອງໄດ້ເປັນພິທີກອນ ມີຄລິບລາຍການມາຝາກແຟນໆນຳເດີ້!!!

#ແຊຣໄປໃຫ້ໂລກຮູ້ວ່າໃຜໆກໍຢາກມາປະເທດລາວ ??????

ທີ່ມາ: เปรี้ยวปาก – Preawpak

ແບ່ງປັນ