Breaking News

ອັບເດດ! ແຟຼຊັ່ນເທຣນສີຜົມປີ 2018 ບອກເລີຍປີນີຕ້ອງສີປະມານນີ້ເລີຍ!!!

ແບ່ງປັນ

ປີໃໝ່ນີ້ສາວໆທີ່ຢາກປ່ຽນແປງຕົວເອງ ລອງເລີ່ມຈາກການປ່ຽນສີຜົມຮັບຮອງວ່າຕ້ອງງາມ ເດັ່ນ ຈົນໝູ່ຄູ່ທ້ວງພຸ້ນລະ ສຳລັບແຟຼຊັ່ນເທຣນສີຜົມໃນປີ 2018 ກໍຈັດວ່າຈະມີຫຼາກຫຼາຍໂທນສີທີ່ຮິດ ແລະ ຕິດກະແສ ມີໃຫ້ເລືອກຫຼາຍສີເລີຍເຊັ່ນ: ບອນ, ນໍ້າຕານ, ສີແດງ ແລະ ອື່ນໆ ດັ່ງນັ້ນລອງມາເບິ່ງເທຣນສີຜົມຂອງປີ 2018 ນີ້ ຮັບຮອງຖືກໃຈໝູ່ເພື່ອນແນ່ນອນ!!!

1.Golden Ombré

ສີຜົມ Ombre (ອອມເບຣ) ເປັນການໄລ່ສີຜົມຈາກອ່ອນໄປເຂັ້ມ ເຊິ່ງໂທນສີທອງສາວໆກໍສາມາດໄລ່ຈາກໂຄນຜົມສີນໍ້າຕານເຂັ້ມໄປທີ່ປາຍຜົມສີທອງ ສາວໆຄົນໃດທີ່ເຮັດຜົມສີນີ້ກໍຈະຊ່ວຍໃຫ້ໜ້າຂອງເຮົາເບິ່ງສົດໃສຂຶ້ນ

2.Salt and Pepper

ໂທນສີຂາວ ເທົາ ດຳ ພໍໄລ່ສີອອກມາກໍຈະກາຍເປັນໂທນສີໃໝ່ບໍ່ຊໍ້າກັບໃຜແນ່ນອນ

3.Burnt Orange

ຜົມສີສົ້ມເຂັ້ມໆ ອົມສີແດງເລັກໜ້ອຍ ສີຜົມຄ້າຍກັບເຈົ້າຍິງ ເມີຣິດາ ໃນກາຕູນເລື່ອງ Brave  ເລີຍໄດ໋ ງາມໆເນາະ

4.Bleach-Toned

ໂທນສີຂາວ ໃຜທີ່ຢາກເຮັດສີຜົມສີນີ້ບອກໄວ້ກ່ອນເລີຍວ່າມັນຂ້ອນຂ້າງເບິ່ງແຍງ ແລະ ຈັດຊົງຍາກແດ່ ແຕ່ກໍບໍ່ເປັນຫຍັງຖ້າສາວໆຄົນໃດມັກກໍຈັດເລີຍ…

5.Tiger Eye

ເປັນໂທນສີຜົມທີ່ປະສົມລະຫວ່າງສີນໍ້າເຜິ້ງ ສີແອມເບີ ແລະ ສີນໍ້າຕານອ່ອນ ຜົມໂທນສີນີ້ຈະຊ່ວຍໃຫ້ເບິ່ງເປັນສາວທີ່ມີຄວາມໝັ້ນໃຈ ນອກຈາກຈະເປັນໂທນສີທີ່ງາມແລ້ວ ຍັງບໍ່ຕ້ອງມານັ່ງກັງວົນເມື່ອເວລາຜົມຍາວຂຶ້ນ ເພາະໂທນສີຈະເບິ່ງຄ້າຍກັນກັບຜົມທີ່ຍາວຂຶ້ນ

6.Chocolate Mauve

ໂທນສີນີ້ພຽງແຕ່ເຫັນກໍຕົກຫຼຸມຮັກແລ້ວ ເປັນການປະສົມລະຫວ່າງສີນໍ້າຕານກັບສີບົວອ່ອນ ໂທນສີທີ່ໄດ້ມາກໍຈະງາມເປັນໂທຍສີອ່ອນແຕ່ເບິ່ງບໍ່ເບື່ອ

7.Nude hair 

ເປັນໂທນສີຜົມອ່ອນໆ ເບິ່ງແລ້ວງາມເປັນທຳມະຊາດ ແຕ່ສາວໆຕ້ອງເລືອກລະດັບຂອງໂທນສີໃຫ້ເບິ່ງແລ້ວເໝາະສົມກັບສີຜົມຂອງຕົວເອງ ຮັບຮອງວ່າເປັນສີຜົມທີ່ງາມບໍ່ມີທີ່ຕິ

8.Jewel Tones

ເປັນສີຜົມທີ່ມີຫຼາກຫຼາຍໂທນສີ ສີຂຽວມໍລະກົດ ສີມ່ວງ ແຕ່ຕ້ອງລະວັງການເລືອກສີຄວນໃຊ້ສີທີ່ກົມກືນກັນລາຍທີ່ສຸດ ສີທີ່ອອກມາກໍຈະໄດ້ສີທີ່ງາມທີ່ສຸດ

 9.Baby Blonde

ຖ້າຢາກປ່ຽນລຸກເປັນສາວທັນສະໄໝ ສີບອນອ່ອນໆຊ່ວຍໄດ້ ຈະເຮັດໃຫ້ເປັນສາວເຊັກຊີ່ຂຶ້ນມາທັນທີ

10.Blondz

ເປັນສີປະສົມ ຜົມທີ່ໄດ້ມາຈະອອກເປັນສີຜົມທີ່ເຂັ້ມຂຶ້ນມາໜ້ອຍໜຶ່ງ ແຕ່ຈະຊ່ວຍໃຫ້ຜົມເຮົາເບິ່ງມີມິຕິ ແລະ ສຸຂະພາບດີ

11.Strawberry Rose

ຜົມໂທນສີແດງຈະຊ່ວຍຂັບສີຜິວ ໃຫ້ສາວໆເບິ່ງມີໜ້າຜ່ອງໃສ ໃຜທີ່ບໍ່ຄ່ອຍມີເວລາເບິ່ງແຍງຜົມຄວນຈະເຮັດສີນີ້ເລີຍ ຮັບຮອງຖືກໃຈແນ່ນອນ

12.Driftwood Lights

ຜົມສີນໍ້າຕານເຂັ້ມ ເພີ່ມລູກຫຼິ້ນໃຫ້ກັບເສັ້ນຜົມດ້ວຍໂທນສະຫວ່າງທີ່ແຊມປາຍຜົມເລັກໜ້ອຍ

13.Bronde

ເປັນການປະສົມສີລະຫວ່າາງ ສີບຣອນ ແລະ ສີນໍ້າຕານ ຜົມໂທນສີນີ້ບໍ່ວ່າໃຜເຮັດກໍຮັບຮອງເດັ່ນແນ່ນອນ

14.Pop of Green

ຖ້າເຈົ້າເປັນສາວຜົມສີອ່ອນໆ ຄວນເລືອກສີນີ້ເປັນສີໄຮໄລ້ ຈາກທາງໃນຈະງາມກວ່າ

ທີ່ມາ: https://women.mthai.com/hair/hair-recommend/320314.html

 

ແບ່ງປັນ