Breaking News

ຖືກຖິ້ມ! ມາອ່ານ 7 ວິທີ ຊ່ວຍໃຫ້ສາວໆທີ່ກໍາລັງ Hurt ໜັກໆກັບມາຮັກຕົວເອງ! ເຮັດໄດ້ແລ້ວຈະເຂົ້າໃຈວ່າ ເມື່ອຮັກໄດ້ກໍ “ເຊົາຮັກ” ໄດ້ຄືກັນ…

ແບ່ງປັນ

ເມື່ອຖືກຖິ້ມ! 7 ວິທີ ທຳຄວາມເຂົ້າໃຈວ່າ ຮັກໄດ້ກໍ “ເຊົາຮັກ” ໄດ້ຄືກັນ

ສາວໆຄວາມຮັກມັນຂຶ້ນຢູ່ກັບຄົນສອງຄົນ ທີ່ຕ້ອງຄອຍເບິ່ງແຍງເອົາໃຈໃສ່ກັນ ແຕ່ເມື່ອຮັກຂອງອີກຝ່າຍໜຶ່ງປ່ຽນແປງໄປ ຈາກມື້ທີ່ມີກັນແລະກັນ ມາປ່ອຍໃຫ້ອີກຝ່າຍໜຶ່ງຢູ່ຢ່າງດຽວດາຍ ແລະ ເມື່ອເຖິງເວລາສິ້ນສຸດລົງ ຄົນທີ່ຕ້ອງຮັບຄວາມເຈັບປວດທີ່ເກີດຂຶ້ນ ຈະມີວິທີແນວໃດເພື່ອເຮັດໃຫ້ລືມເຂົາຄົນນັ້ນ ແລະ ກັບມາຮັກຕົວເອງໄດ້ຄືເກົ່າ ລອງ 7 ວິທີ ທີ່ຈະຊ່ວຍໃຫ້ສາວໆທີ່ກໍາລັງ Hurt ໜັກໆ ກັບມາຮັກຕົວເອງໄດ້

  1. ເມື່ອເຈົ້າໄດ້ໃຊ້ຄວາມພະຍາຍາມຢ່າງເຕັມທີ່ແລ້ວ ການຮັັກສາສາຍສໍາພັນທີ່ມີໃຫ້ກັບຄົນຮັກ ແຕ່ເຂົາກັບບໍ່ສົນໃຈ ກໍເຕືອນຕົວເອງເອົາໄວ້ວ່າ ເຂົາເປັນຝ່າຍປະຕິເສດຄວາມຮັກຈາກເຈົ້າ ດັ່ງນັ້ນ ເຂົາຈຶ່ງບໍ່ຄ່ອຍຮູ້ສຶກທຸກຮ້ອນຫຍັງເລີຍ ມີແຕ່ເຈົ້າເທົ່ານັ້ນທີ່ເປັນຝ່າຍເຈັບປວດຫຼາຍຂຶ້ນທຸກມື້

  1. ເມື່ອຍອມຮັບກັບສິ່ງທີ່ເກີດຂຶ້ນໄດ້ແລ້ວ ລອງໃຊ້ເວລາກັບຕົວເອງເພື່ອຊອກຫາຕົ້ນຕໍ ສາເຫດທີ່ແທ້ຈິງວ່າ ເປັນຫຍັງເຈົ້າກັບເຂົາຈຶ່ງໄປນໍາກັນບໍ່ໄດ້ ໃນຂະນະທີ່ ໃຈຂອງເຈົ້າອາດກຳລັງຄິດວົນວຽນຢູ່ວ່າ ຄວາມຮັກທີ່ເຈົ້າທຸ່ມເທລົງໄປ ເປັນຫຍັງເຂົາຈຶ່ງບໍ່ຕອບແທນສິ່ງທີ່ດີກັບມາໃຫ້ເຈົ້າແດ່ ກາຍມາເປັນສິ່ງທີ່ເຈົ້າຕ້ອງເຂົ້າໃຈວ່າ ບໍ່ມີໃຜຜິດ ແຕ່ບັນຫາກໍຄື ທັງສອງຄົນມີຄວາມຄິດທີ່ແຕກຕ່າງກັນ ເຮັດໃຫ້ບໍ່ສາມາດໃຊ້ຊີວິດຮ່ວມກັນໄດ້

  1. ຖ້າຄວາມຮັກຂອງເຈົ້າກໍາລັງເຖິງຂັ້ນວິກິດ ເຂົາບໍ່ສົນໃຈ ແລະ ບໍ່ໃຫ້ຄວາມຮັກກັບເຈົ້າອີກຕໍ່ໄປ ສິ່ງທີ່ຈໍາເປັນທີ່ສຸດສໍາລັບເຈົ້າກໍຄື “ຍອມຮັບ” ຕັ້ງແຕ່ຕອນນີ້ ເມື່ອເຂົາເຊົາຮັກແລ້ວ ເຈົ້າເອງຕ້ອງຢຸດຄິດດຶງເຂົາກັບມາ ແລະ ຕ້ອງບໍ່ປ່ອຍໃຫ້ຕົນເອງຈົມຢູ່ກັບເລື່ອງລາວຮ້າຍໆ ຕ້ອງຊອກກິດຈະກໍາດີໆ ມ່ວນໆເຮັດ ຫຼືອອກໄປສັງສັນ ໂອ້ລົມກັບໝູ່ຄູ່ໃຫ້ສະບາຍໃຈ

  1. ຖິ້ມເຄື່ອງຂອງຕ່າງໆທີ່ເປັນຄວາມຊົງຈໍາ ໃຫ້ເຈົ້າຄິດຮອດຄວາມຮັກເກົ່າ ຢ່າປ່ອຍໃຫ້ມັນມາຂວາງຫູຂວາງຕາ, ຂວາງຫົວໃຈ ແລະ ຄອຍເຕືອນຕົວເອງໃຫ້ຮູ້ວ່າ ອ້ອມຂ້າງເຈົ້າຍັງມີຄົນດີໆໃຫ້ເຈົ້າໄດ້ພົບ ແລະ ໃຫ້ເຈົ້າໄດ້ຮູ້ຈັກອີກຈໍານວນຫຼາຍ ເຈົ້າອາດຈະພົບຄົນທີ່ອົກຮັກ ທີ່ມີຫົວໃຈກໍາລັງບອບຊໍ້າຄືກັນກັບເຈົ້າ ຫຼືອາດຈະພົບໃຜຈັກຄົນໜຶ່ງ ທີ່ຈະຮ່ວມສ້າງຄວາມຮັກແບບທີ່ຕ່າງຝ່າຍຕ່າງທຸ່ມເທຄວາມຮັກໃຫ້ກັນແລະກັນກໍເປັນໄດ້

  1. ທ້າຍທີ່ສຸດ ເຈົ້າຕ້ອງເຊົາເວົ້າກັບຕົວເອງວ່າ “ຂ້ອຍຂາດເຈົ້າບໍ່ໄດ້” … “ຂ້ອຍເຊົາຮັກເຈົ້າບໍ່ໄດ້” … “ຂ້ອຍບໍ່ສາມາດຮັກໃຜໄດ້ອີກແລ້ວ” … “ເຂົາຄືຄົນທີ່ເໝາະສົມກັບເຈົ້າທີ່ສຸດ” ເຊົາເວົ້າປະໂຫຍກສິ່ງເຫຼົ່ານີ້ ເພາະເຈົ້າບໍ່ຈໍາເປັນຕ້ອງປິດໂອກາດຂອງຕົນເອງ ຖ້າເຈົ້າເຊົາຄິດມັນບໍ່ໄດ້ງ່າຍ ກໍລອງປັບປ່ຽນຊີວິດປະຈໍາວັນ ຊອກເຮັດຫຍັງທີ່ມັນດີໆ ໃຫ້ກຳລັງໃຈກັບຕົວເອງເພີ່ມຕື່ມດີບໍ່

  1. ອາດມີເຫດຜົນຫຼາຍຂໍ້ ທີ່ເຮັດໃຫ້ເຈົ້າເຊົາຮັກເຂົາບໍ່ໄດ້ ເຊັ່ນ: 1. ເຈົ້າຄິດຮອດແຕ່ສິ່ງດີໆ ທີ່ເຄີຍເຮັດຮ່ວມກັນມາ. 2. ຄິດຮອດຄວາມສຸກໃນອາດີດ ເຊັ່ນ: ຈາກຂໍ້ຄວາມເກົ່າໆທີ່ເຈົ້າເກັບໄວ້, ຈົດໝາຍທີ່ເຄີຍຂຽນບອກຮັກກັນ 3. ຮູ້ສຶກຜິດທີ່ເຄີຍຕົວະໃນເລື່ອງບາງເລື່ອງ .. ແຕ່ຢ່າລືມວ່າມັນຜ່ານໄປແລ້ວ ມັນກາຍເປັນອາດີດແລ້ວ ສະນັ້ນ ເຈົ້າຕ້ອງເບິ່ງຂ້າມເລື່ອງລາວເຫຼົ່່ານີ້ໄປ ຈຶ່ງຈະໄດ້ບໍ່ຈົມຢູ່ກັບຄວາມຮັກທີ່ປ່ຽນແປງໄປກາຍເປັນອັນອື່ນໄປແລ້ວ

7. ຫຼັງຈາກທີ່ເຈົ້າລືມເລື່ອງລາວຕ່າງໆໃນອາດີດໄດ້ຫຼາຍແລ້ວ ຕ້ອງເປີດໂອກາດໃຫ້ກັບຕົວເອງ ໃຫ້ຮູ້ຈັກກັບໝູ່ໃໝ່ໆ ເພື່ອເຮັດໃຫ້ຄວາມສໍາຄັນຂອງເຂົາທີ່ມີຕໍ່ເຮົາໜ້ອຍລົງ ແລະ ເຈົ້າເອງກໍຕ້ອງຢຸດໃຫ້ຄວາມສໍາຄັນກັບເຂົາໂດຍກົງເຊັ່ນດຽວກັນ ເພາະຄົນທີ່ຈະຊ່ວຍໃຫ້ເຈົ້າຕັດໃຈຈາກເຂົາໄດ້ໄວ

By: BeautyGuru

ແບ່ງປັນ