Breaking News

Star Wars: The Last Jedi ຖະຫຼົ່ມລາຍໄດ້ ເຂົ້າສາຍທິດທຳອິດກວດລາຍໄດ້ມະຫາສານ ບຽດ Coco ຕົກອັນດັບ!!!

ແບ່ງປັນ

ຫຼັງຈາກ Box Ofiice ໃນ ອາເມລິກາ ບໍ່ເຄື່ອນໄຫວມາເປັນສອງອາທິດ ຫຼ້າສຸດກໍກັບມາຄຶກຄື້ນອີກຄັ້ງ ເມື່ອໄດ້ສອງຮູບເງົາເຂົ້າໃໝ່ມາໂກຍລາຍໄດ້, ເລີ່ມຕົ້ນດ້ວຍຮູບເງົາຈາກຄ້າຍດິສນີ່ພິກຊາຣ (disney pixar) Coco ວັນອົນລະວົນ ວິນຍານອົນລະເອງ ທີ່ຕົກຈາກອັນດັບທີ່ 1 ເປັນທີ່ຮຽບຮ້ອຍ…

ເລື່ອງລາວຂອງເດັກໜຸ່ມທີ່ໄຝ່ຝັນຢາກເປັນນັກດົນຕີ ຈົນມີມື້ໜຶ່ງໄດ້ຫຼຸດເຂົ້າໄປໃນດິນແດນແຫ່ງຄວາມຕາຍ ແລະໄດ້ຮູ້ຈັກຄວາມໝາຍຂອງຊີວິດແລະຄອບຄົວ ຮູບເງົາເຮັດລາຍໄດ້ໄປອີກ 10 ລ້ານໂດລ້າ ແລະ ເຮັດລາຍໄດ້ຈາກທົ່ວໂລກໄປກວ່າ 448.2 ລ້ານໂດລ້າ

ຕໍ່ດ້ວຍຮູຍເງົາແນວອະນິເມຊັ່ນເຂົ້າໃໝ່ເອົາໃຈນ້ອງໆ ຈາກຄ່າຍດຣີມເວີກ Ferdinand ເປັນອະນິເມຊັ່ນທີ່ຖ່າຍທອດເລື່ອງລາວຂອງ ເຟີນິນານ ກະທິງຍັກໃຈດີ ທີ່ດັນຖືກມະນຸດເຂົ້າໃຈຜິດວ່າເປັນສັດອັນຕະລາຍ ຈົນຖືກຈັບຕົວໄປ ເຮັດໃຫ້ມັນພັດພາກຈາກຄອບຄົວ ການຜະຈົນໄພເພື່ອເດີນທາງກັບບ້ານພ້ອມບັນດາໝູ່ເພື່ອນໃນລະຫວ່າງທາງຈຶ່ງເລີ່ມຕົ້ນຂຶ້ນ ຮູບເງົາເຂົ້າສາຍໃນອາທິດທຳອິດໄປໄດ້ 13.3 ລ້ານໂດລ້າ ແລະ ກວດລາຍໄດ້ຈາກທົ່ວໂລກໄປແລ້ວກວ່າ 19.5 ລ້ານໂດລ້າ

ປິດທ້າຍດ້ວຍຮູບເງົາທີ່ແຟນໆ ທົ່ວໂລກລໍຖ້າເບິ່ງ ການກັບມາອີກເທື່ອຂອງສົງຄາມແຫ່ງດວງດາວ Star Wars: The Last Jedi ປັດສິມມະບົດແຫ່ງເຈໄດ ກຳລັງເດີນທາງມາເຖິງພາກຕໍ່ທີ 8 ທີ່ເຜີຍໃຫ້ເຫັນເຖິງເລື່ອງລາວຂອງ ເຣ ທີ່ຄົ້ນພົບວ່າຕົວເອງມີຄວາມສາມາດບາງຢ່າງຈາກຄຳແນະນຳຈາກ ລຸກ ສະກາຍວ໋ອກເກີ້ ຜູ້ທີ່ຮູ້ເຖິງພະລັງອັນອັນແຂງແກ່ນຂອງສາວຄົນນີ້ ໃນເວລາດຽວກັນກຸ່ມຜູ້ຕໍ່ຕ້ານກໍເລີ່ມເຄື່ອນໄຫວເພື່ອເຮັດສົງຄາມກັບກຸ່ມເຟີດອໍເດີ້

ຄົນທີ່ເບີ່ງແລ້ວກໍຕ່າງວິພາກວິຈານເປັນສອງສຽງຢ່າງເຫັນໄດ້ຢ່າງຈະແຈ້ງ ຜູ້ທີ່ມັກຕ່າງກໍຍ້ອງເປັນສຽງດຽວກັນວ່າເປັນຮູບເງົາທີ່ດີທີ່ສຸດ ສ່ວນບາງຄົນທີ່ບໍ່ມັກກໍບອກວ່າເຮັດອອກມາໄດ້ດີແຕ່ຍັງບໍ່ດີເຖິງ 100%, The Last Jedi  ເປີດຕົວດ້ວຍລາຍໄດ້ທີ່ສວຍງາມໃນອາທິດທຳອິດ ກວດລາຍໄດ້ໄປ 222 ລ້ານໂດລ້າ ແລະ ເຮັດລາຍໄດ້ຈາກທົ່ວໂລກໄປແລ້ວເຖິງ 450 ລ້ານໂດລ້າກັນເລີຍ.

ທີ່ມາ: https://movie.mthai.com/movie-news/224603.html?via=gossipstar

ແບ່ງປັນ