Breaking News

ເພື່ອນສະມາຊິກວົງ SHINee ຮ່ວມເປັນເຈົ້າພາບງານສົບ ຈົງຮະຢອນ, ແຟນຄລັບແຫ່ໄວ້ອາໄລ!!!

ແບ່ງປັນ

ເພື່ອນສະມາຊິກວົງ SHINee ຮ່ວມເປັນເຈົ້າພາບງານສົບ ຈົງຮະຢອນ ສະມາຊິກວົງ SHINee ດ້ານ SM Entertainment ຕົ້ນສັງກັດໄດ້ເປີດໃຫ້ແຟນຄລັບຮ່ວມເຄົາລົບສົບສິລະປິນໃນດວງໃນເປັນຄັ້ງສຸດທ້າຍ

ຈາກຂ່າວການຈາກໄປກະທັນຫັນຂອງ ຈົງຮະຢອນ ສະມາຊິກວົງ SHINee ທີ່ທາງສື່ຂອງ ເກົາຫລີ ໄດ້ອອກມາລາຍງານວ່າໄດ້ເສຍຊີວິດເມື່ອຊ່ວງຄໍ່າຂອງວັນທີ 18 ທັນວາ 2017 ທ່າມກາງຄວາມສັບສົນຂອງແຟນຄລັບ ກ່ອນທີ່ຕົ້ນສັງກັັດ ຈະອອກມາຢືນຍັນວ່າຂ່າວເປັນຄວາມຈິງ

ໂດຍໃນວັນທີ 19 ທັນວາ 2017 SM Entertainment ຄ້າຍຕົ້ນສັງກັດຂອງ ຈົງຮະຢອນ ຈະເຄື່ອນຍ້າຍຮ່າງຂອງ ຈົງຮະຢອນ ໄປທີ່ Asan Medical Center Funeral Hall  ເພື່ອຈັດພິທີງານສົບ ເຊິ່ງໝູ່ສະມາຊິກທີ່ເຫຼືອອີກ 4 ຄົນຄື: ມິນໂຮ, ອົນຍູ, ຄຣີ ແລະ ແທມິນ ຈະເປັນເຈົ້າພາບງານຮ່ວມກັບຄອບຄົວຂອງ ຈົງຮະຢອນ ທັງນີ້ຕົ້ນສັງກັດໄດ້ຂໍໃຫ້ທາງໂຮງໝໍຈັດສະຖານທີ່ເພື່ອໃຫ້ແຟນໆໄດ້ສາມາດມາເຄົາລົບສົບ ຈົງຮະຢອນ ເປັນເທື່ອສຸດທ້າຍ ເຊິ່ງເລີ່ມຕັ້ງແຕ່ຊ່ວງບ່າຍຂອງມື້ນີ້.

(ຂໍສະແດງຄວາມເສຍໃຈ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ)

ທີ່ມາ: https://star.kapook.com/view185103.html

 

ແບ່ງປັນ