Breaking News

ຈາກທີ່ເຄີຍຖືກດູຖູກ! ນັກບິນສາວອິນເດຍ ສ້າງປະຫວັດສາດ ເປັນກັບຕັນຍິງອາຍຸນ້ອຍທີ່ສຸດ ຂັບໂບອິ້ງ 777

ແບ່ງປັນ

ຫາກຄິດວ່າຕົວເອງບໍ່ມີຄວາມສາມາດ ແລະ ກຳລັງຈະຍອມແພ້ໃນການເຮັດຄວາມຝັນ ມື້ນີ້ ຂວັນໃຈ ເຮົາມີເລື່ອງລາວຂອງ ກັບຕັນຍິງ  Anny Divya ສາວທັງງາມ ທັງເກັ່ງ ສັນຊາດ ອິນເດຍ ທີ່ສາມາດລົບຄຳປະມາດ ແລະ ສຽງເຍີ້ຍຫຍັນ ທີ່ວ່ານາງເວົ້າພາສາອັງກິດອອກສຳນຽງໄດ້ບໍ່ດີ ດ້ວຍການຕັ້ງໃຈເຝິກຝົນທັກສະພາສາອັງກິດໄດ້ຄ່ອງແຄ້ວ ແລະ ມຸ່ງໝັ້ນໃນການຮຽນ ຈົນເປັນນັກບິນຕາມຄວາມຝັນໄດ້ສຳເລັດ ແລະ ມາເປັນອີກແຮງບັນດານໃຈໃຫ້ທຸກຄົນໄດ້ເດີນທາງຕາມຄວາມຝັນກັນຕໍ່…

Anny Divya ອາຍຸ 30 ປີ ກັບຕັນຍິງ ຈາກ ປະເທດ ອິນເດຍ ນາງຄືຄົນທີ່ສ້າງປະຫວັດສາດ ເປັນແມ່ຍິງທີ່ມີອາຍຸນ້ອຍທີ່ສຸດທີ່ໄດ້ເປັນກັບຕັນຍົນ ໂບອິ້ງ 777

ແຕ່ວ່າຄວາມຝັນຂອງນາງກໍບໍ່ແມ່ນເລື່ອງງ່າຍດາຍ Anny Divya ເລົ່າວ່າ ນາງມີຄວາມຝັນຢາກເປັນນັກບິນມາຕັ້ງແຕ່ຕອນເປັນເດັກນ້ອຍ ເມື່ອອາຍຸຄົບ 17 ປີ ນາງຈຶ່ງເຂົ້າຮຽນການບິນທີ່ໂຮງຮຽນການບິນ ແລະ ໂຊກດີທີ່ພໍ່ແມ່ຂອງລາວກໍໃຫ້ການສະໜັບສະໜຸນເປັນຢ່າງດີ ແຕ່ບັນດາສະມາຊິກໃນຄອບຄົວຄົນອື່ນໆ ກັບບໍ່ເຫັນດີກັບອາຊີບທີ່ນາງເລືອກ ແລະ ຍັງຖືກໝູ່ຄູ່ ແລະ ຄົນອ້ອມຂ້າງຫົວຂວັນທຸກເທື່ອໃນເວລາທີ່ Anny ເວົ້າພາສາອັງກິດ ເພາະນາງບໍ່ມີທັກສະທາງດ້ານພາສາເລີຍ ເວົ້າກໍຜິດໆຖືກໆ ສຳນຽງພາສາອັງກິດກໍບໍ່ດີເລີຍ

ແຕ່ Anny Divya ກໍບໍ່ຍອມແພ້ໄປງ່າຍໆ ນາງຕັ້ງໃຈ ແລະ ດຸໝັ່ນເຝິກຊ້ອມພາສາອັງກິດໃຫ້ແຂັງແກ່ງຂຶ້ນ ເຝິກເວົ້າພາສາອັງກິດທີ່ໂຮງຮຽນການບິນ ຈົນໄດ້ໄປຮຽນຕໍ່ເຝິກບິນໃນສະເປນ ແລະ ລອນດອນ ກ່ອນທີ່ຈະໄດ້ກັບມາປະດັບປີກ ເປັນນັກບິນພານິດ ແລະ ໄດ້ຂັບຍົນ Boeing 737 ເປັນຄັ້ງທຳອິດ ຕອນອາຍຸພຽງ 19 ປີເທົ່ານັ້ນ ຕໍ່ມານາງໄດ້ຖືກສົ່ງໄປຮຽນເພີ່ມເຕີມທີ່ລອນດອນ ປະເທດອັງກິດ ເພື່ອເຝິກຂັບຍົນ ແລະ ເປັນນັກບິນໂບອິ້ງ 777 ເປັນຄັ້ງທຳອິດ

ສຳລັບ ຄວາມສຳເລັດທັງໝົດໃນມື້ນີ້ຂອງ Anny ນາງໄດ້ຍົກເຄຼດິດໃຫ້ກັບພໍ່ແມ່ ທີ່ເປັນຜູ້ຢູ່ເບື້ອງຫຼັງ ແລະ ໃຫ້ການສະໜັບສະໜຸນດ້ານການເງິນ ແລະ ສົ່ງລາວໃຫ້ເດີນຕາມຄວາມຝັນ ມີອາຊີບເປັນນັກບິນສົມຄວາມຕັ້ງໃຈ ນອກຈາກນີ້ ຄວາມຕັ້ງໃຈມຸ່ງໝັ້ນເຮັດຕາມຄວາມຝັນ ແລະ ຄວາມຮັກຮຽນ ກໍເຮັດໃຫ້ Anny ໄດ້ຮັບໃບປະກາດຈາກ BSC Aviation ອີກດ້ວຍ

ເທົ່ານັ້ນຍັງບໍ່ພໍ Anny Divya ຍັງເປັນນັກຫຼິ້ນດົນຕີເພງຄາສສິກ ເປັນແດັນເຊີ ແລະ ຍັງຈົບການສຶກສາໃນລະດັບສູງກວ່າປະລິນຍາຕີດ້ານນິຕິສາດອີກດ້ວຍ ເອີ້ນໄດ້ວ່າເປັນແມ່ຍິງຍຸກໃໝ່ ທີ່ມີຄວາມງາມ ເກັ່ງ ແລະ ເພີເຟັກອີກຄົນໜຶ່ງເລີຍລະ

ໃຜທີ່ກຳລັງເຮັດຕາມຄວາມຝັນ ຂໍພຽງຢ່າຢຸດຝັນ ແລ້ວຈົງລົງມືເຮັດ ສຸດທ້າຍຄວາມຝັນກໍຈະກາຍເປັນຈິງຄືກັບສາວຄົນນີ້!!!

ທີ່ມາ:  https://women.mthai.com/amazing-women/303511.html , www.mirror.co.uk , 

ແບ່ງປັນ