Breaking News

ສາວໆຄົນໃດຢາກໃຫ້ຜູ້ຊາຍຮັກ ຜູ້ຊາຍຫຼົງ ມາເບິ່ງ 18 ວິທີດີໆ! ບອກເລີຍວ່າໄປໃສບໍ່ລອດແນ່ນອນ!!! ແຊຣໄປຈ່າ

ແບ່ງປັນ

ເຮັດແນວໃດໃຫ້ຜູ້ຊາຍ “ຫຼົງ” ຈົນບໍ່ຢາກໄປໃສ

ສາວໆຄົນໃດຢາກໃຫ້ຜູ້ຊາຍຮັກ ຜູ້ຊາຍຫຼົງ ມາເບິ່ງ 18 ວິທີດີໆ! ບອກເລີຍວ່າໄປໃສບໍ່ລອດແນ່ນອນ!!! ແຊຣໄປຈ່າ

  1. ເປັນຄົນມີເຫດຜົນ

ໃຜໆກໍມັກຄົນມີເຫດຜົນ ມີຫຍັງກໍຫັນໜ້າມາລົມກັນເຖິງບັນຫາທີ່ເກີດຂຶ້ນ ເພື່ອຊ່ວຍກັນຫາທາງແກ້ໄຂ ບໍ່ແມ່ນມີແຕ່ງອນບໍ່ເວົ້າບໍ່ວ່າ ແບບນີ້ໜຸ່ມໆເຂົາວ່າບໍ່ໜ້າຮັກເລີຍໃດ໋ສາວໆ

  1. ແຕ່ງໜ້າເບົາໆ

ຄົນຮັກຂອງເຮົາຄົງຮູ້ສຶກສົດຊື່ນຖ້າໜ້າຕາເຮົາສົດໄສ ເບິ່ງເທື່ອໃດກໍຕົກຂຸມຮັກ ແລະຄົງມີຄວາມສຸກທີ່ໄດ້ເບິ່ງມາທີ່ເຮົາ ບໍ່ແມ່ນໜ້າສົດໃຕ້ຕາດໍາ ຜິວໝອງຄໍ້າ ເບິ່ງມາກໍມີແຕ່ຄວາມຫົດຫູ່ ແຕ່ສາວໆໃນການແຕ່ງໜ້າກໍຄວນແຕ່ງແບບພໍດີໄສໆເໝາະກັບໄວຈະເປັນຕາເບິ່ງຫຼາຍກວ່າເດີ່

  1. ບໍ່ເປັນຄົນຂີ້ປະຊົດ

ການປະຊົດເປັນພື້ນຖານຂອງນິໄສແມ່ຍິງຫຼາຍຄົນ ທີ່ພໍເວລາບໍ່ພໍໃຈກໍຈະບໍ່ເວົ້າໄປຕົງໆ ແຕ່ມັກສະແດງອອກດ້ວຍການກະທໍາ ຫຼືຄໍາເວົ້າໃນທາງກົງກັນຂ້າມ ທີ່ມີແຕ່ຈະເຮັດໃຫ້ແຟນໜຸ່ມຕ້ອງເຈັບຫົວ ດັ່ງນັ້ນ ຖ້າຢາກໃຫ້ເຂົາຮັກເຮົາຫຼາຍໆຄວນເລີກນິໄສແບບນີ້ຊະ

  1. ຄອຍໃຫ້ກໍາລັງໃຈກັນສະເໝີ

ກໍາລັງໃຈເປັນສິ່ງທີ່ດີທີ່ຈະເປັນພະລັງດ້ານບວກ ເຮັດໃຫ້ເຮົາສາມາດເຮັດສິ່ງທີ່ຍາກໆໄດ້ສໍາເລັດ ອີກທັງຍັງຊ່ວຍໃຫ້ບັນຫາຕ່າງໆເບົາບາງລົງໄດ້ ໂດຍສະເພາະກໍາລັງໃຈຈາກຄົນທີ່ຮັກ ມັນຊ່າງມີພະລັງອັນມະຫາສານ ດັ່ງນັ້ນ ການເວົ້າໃຫ້ກໍາລັງໃຈແຟນເປັນສິ່ງທີ່ຈະຊ່ວຍໃຫ້ເຂົາຮັກເຮົາຫຼາຍຂຶ້ນໄດ້ເດີ້

  1. ບໍ່ເວົ້າຄໍາຫຍາບ

ບໍ່ມີໃຜມັກແມ່ຍິງເວົ້າຈາບໍ່ມ່ວນດອກ ຄໍາຫຍາບອາດຈະສະແດງເຖິງຄວາມສະນິດສະໜົມແບບໝູ່ເພື່ອນ ແຕ່ຖ້າເອົາຄວາມຈິງແລ້ວ ຜູ້ຊາຍບໍ່ໄດ້ຢາກໄດ້ແມ່ຍິງເວົ້າແຕ່ຄໍາຫຍາບໆມາເປັນແຟນດອກ ເພາະການເວົ້າຈາດີໆ ຈະເຮັດໃຫ້ເບິ່ງໜ້າຖະນຸຖະໜອມຫຼາຍກວ່າ

  1. ຂີ້ອ້ອນເປັນບາງເວລາ

ເຖິງຈະເປັນແມ່ຍິງທີ່ແຂງແກ່ງເບິ່ງແຍງຕົວເອງໄດ້ ແຕ່ຜູ້ຊາຍຈະຮູ້ສຶກດີກວ່າຖ້າໄດ້ເປັນຄົນທີ່ເບິ່ງແຍງ ປົກປ້ອງແຟນ ບໍ່ມີຜູ້ຊາຍຄົນໃດບໍ່ມັກຄວາມໜ້າຮັກ ຂີ້ອ້ອນຂອງແຟນດອກ ດັ່ງນັ້ນ ສາວໆເຮົາກໍອາດຈະເຮັດຕົວເປັນເດັກນ້ອຍຂີ້ອ້ອນເປັນບາງເວລາກະໄດ້ເດີ່ ຮັບຮອງເຂົາຫຼົງຮັກແນ່ນອນຈ່າ

  1. ເອົາແຕ່ໃຈແບບພໍດີ

ແມ່ຍິງກັບູວາມເອົາແຕ່ໃຈເປັນຂອງຄູ່ກັນ ແຕ່ຖ້າເອົາແຕ່ໃຈທຸກເລື່ອງ ເອົາແຕ່ໃຈແບບບໍ່ມີເຫດຜົນ ບໍ່ມີຜູ້ຊາຍຄົນໃດຈະຍອມໃຫ້ຕະຫຼອດເວລາດອກ ດັ່ງນັ້ນ ຄວນເອົາແຕ່ໃຈແບບພໍດີ ພໍໜ້າຮັກຈະດີກວ່າ ຢ່າຫຼາຍເກີນໄປເພາະມັນຈະກາຍເປັນຄວາມລໍາຄານໄດ້ເດີ່!

  1. ບໍ່ຊໍ້າເຕີມເວລາເຂົາບໍ່ປະສົບຄວາມສໍາເລັດ

ຜູ້ຍິງຫຼາຍຄົນຄາດຫວັງໃນສຕົວແຟນໄວ້ສູງ ວ່າເຂົາຈະຕ້ອງປະສົບຄວາມສໍາເລັດໃນທຸກສິ່ງທີ່ຕັ້ງໃຈ ຫຼືທີ່ເຂົາສັນຍາໄວ້ ແຕ່ເມື່ອບໍ່ເປັນໄປຕາມທີ່ຫວັງ ສິ່ງທີ່ແມ່ຍິງເຮົາຄວນເຮັດຄື ການປອບໃຈບໍ່ແມ່ນການຊໍ້າເຕີມໃຫ້ເຂົາຮູ້ສຶກບໍ່ດີເຂົ້າໄປຕຶ່ມ ຖ້າຍັງຢາກໃຫ້ເຂົາຮັກເຮົາຢູ່ກໍຄວນໃຫ້ກໍາລັງໃຈເຂົາ

  1. ບໍ່ວຸ້ນວາຍ ຈູ້ຈີ້ຈຸກຈິກ

ບໍ່ມີຜູ້ຊາຍຄົນໃດມັກທີ່ການມີແຟນຄືກັບມີແມ່ອີກຄົນໜຶ່ງ ບາງຄັ້ງເຮົາອາດຈະຮູ້ສຶກເປັນຫ່ວງ ຫຼືຮູ້ສຶກໜັກໃຈໃນຕົວເຂົາ ແຕ່ສິ່ງທີ່ແມ່ຍິງເຮົາຄວນເຮັດຄືມິດໄວ້ກ່ອນ ບໍ່ຖາມແຊກຊ້ອນຈຸກຈິກ ເພາະນອກຈາກເຂົາຈະບໍ່ບອກແລ້ວເຂົາຍັງຮູ້ສຶກລໍາຄານເຮົາອີກກໍໄດ້ ບາງເທື່ອຖ້າເຮົາຢູ່ເສີຍໆເຂົາອາດຈະຢາກບອກເຮົາເອງກໍເປັນໄດ້

  1. ເບິ່ງແຍງຕົວເອງຢູ່ສະເໝີ

ໃຜໆກໍຢາກມີແຟນງາມ ເພື່ອຄວາມພາກພູມໃຈຍ່າງໄປໃສແລ້ວບໍ່ອາຍໝູ່ ສິ່ງທີ່ສາວໆຄວນເຮັດຄືການອອກກໍາລັງຢູ່ສະເໝີ ເບິ່ງແຍງຜິວພັນແນ່ ບໍ່ຕ້ອງເຖິງຂັ້ນຫຸ່ນເປະປານນາງແບບດອກ ຂໍໃຫ້ສຸຂະພາບດີ ຜິວພັນສົດໄສ ພຸງບໍ່ຍ້ອຍ ກໍໜ້າຈະພຽງພໍໃຫ້ໜຸ່ມໆຫຼົງຮັກໄດ້ແລ້ວ

  1. ບໍ່ຈ້ອງຈັບຜິດ

ຫຼາຍຄັ້ງທີ່ຜູ້ຊາຍຂອງເຮົາອາດຈະເຮັດຕົວບໍ່ໜ້າໄວ້ໃຈ ຫຼືເຄີຍເຮັດຫຍັງຜິດພາດໄປແດ່ ແຕ່ເຮົາກໍບໍ່ຄວນເອົາຄວາມຜິດພາດນັ້ນມາເກັບໄວ້ໃນໃຈ ເພາະນອກຈາກຈະເຮັດໃຫ້ເຮົາຄົບກັນດ້ວຍຄວາມວາດລະແວງແລ້ວ ອາດຈະເຮັດໃຫ້ເຂົາອຶດອັດທີ່ຖືກຈ້ອງຈັບຜິດຢູ່ຕະຫຼອດເວລາ

  1. ໃຫ້ເວລາສ່ວນຕົວກັບເຂົາແດ່

ແມ່ຍິງສ່ວນຫຼາຍອາດຈະມີນິໄສຕິດແຟນ ຕ້ອງໄປໃສມາໃສນໍາກັນ ຢູ່ນໍາກັນຕະຫຼອດເວລາ ແຕ່ຢ່າລືມວ່າບາງເທື່ອເຂົາກໍຢາກມີເວລາສ່ວນຕົວໄປໃສກັບໝູ່ ຫຼິ້ນເກມ ເຕະບານ ມີກິດຈະກໍາໃນໂລກຂອງເຂົາແດ່ ດັ່ງນັ້ນ ຄວນເວັ້ນໄລຍະ ຫຼືເວລາສ່ວນຕົວໃຫ້ກັບເຂົາ ແລ້ວເຂົາຈະຮູ້ສຶກຄິດຮອດເຮົາເອງເວລາທີ່ບໍ່ພົບກັນດົນ

  1. ໃຫ້ກຽດກັນ ແລະກັນ

ການໃຫ້ກຽດເປັນສິ່ງທີ່ສໍາຄັນຂອງທັງສອງຝ່າຍເຊັ່ນ ການເຄົາລົບໃນການຕັດສິນໃຈຂອງກັນ ແລະກັນ ການບໍ່ເວົ້າຈາດູຖູກກັນຈະເຮັດໃຫ້ຜູ້ຊາຍຮູ້ສຶກວ່າຕົນເອງມີຄວາມເປັນຜູ້ນໍາ ແລະມີຄວາມໝັ້ນໃຈທີ່ຈະເບິ່ງແຍງເຮົາຫຼາຍຂຶ້ນ

  1. ເປັນຕົວຂອງຕົວເອງ

ຜູ້ຊາຍບາງຄົນອາດຈະມັກບອກໃຫ້ເຮົາແຕ່ງຕົວແບບນີ້ ເຮັດຜົມແບບນັ້ນ ປ່ຽນຕົວເອງໃຫ້ຄືຄົນນັ້ນແມະ ເຊິ່ງມັນເປັນພຽງຄວາມຄິດຂອງເຂົາເທົ່ານັ້ນ ເຮົາຄວນເລືອກປ່ຽນແປງເມື່ອຮູ້ສຶກວ່າສິ່ງນັ້ນເຮັດໃຫ້ເຮົາດີຂຶ້ນ ແລະບໍ່ຮູ້ສຶກອຶດອັດ ເພາະວ່່າແນວໃດຜູ້ຊາຍກໍມັກຄວາມເປັນຕົວເອງຂອງແມ່ຍິງຢູ່ແລ້ວ ເຊື່ອເທາະ!

  1. ບໍ່ຂີ້ໃຈຮ້າຍ

ໃຜແນ່ຈະມັກຄົນທີ່ຂີ້ໃຈຮ້າຍຢູ່ຕະຫຼອດເວລາ ບໍໄດ້ດັ່ງໃຈກໍຮ້າຍກໍດ່າ ໂວຍວາຍ ໃຜຢູ່ນໍາເປັນຕ້ອງເຈັບຫົວ ເກີດຄວາມຄຼຽດຕະຫຼອດເວລາ ສາວໆຄວນທີ່ຈະສະຫງົບສະຕິອາລົມໄວ້ແດ່ ຖ້າໃຫ້ໃຈເຢັນກ່ອນແລ້ວຄ່ອຍລົມກັນຈະດີກວ່າ ເທົ່ານີ້ຜູ້ຊາຍກໍຫຼົງຮັກໄປອີກດົນແລ້ວ

  1. ບໍ່ຕົວະ

ການຕົວະເປັນຈຸດເລີ່ມຕົ້ນຂອງຄວາມບໍ່ເຊື່ອໃຈກັນ ເຊິ່ງຈະສ້າງຮອຍແຕກໃຫ້ກັບຄວາມຮັກຂອງຄົນສອງຄົນໄດ້ ຖ້າເຮົາຕົວະພຽງຄັ້ງໜຶ່ງ ມັນກໍຍາກເມື່ອເທື່ອໜ້າເຮົາເວົ້າຄວາມຈິງແລ້ວເຂົາຈະເຊື່ອໃຈໄດ້ ດັ່ງນັ້ນ ເມື່ອມີຫຍັງກໍບອກໄປຕົງໆດີກວ່າ ຮັກກັນກໍຕ້ອງເຂົ້າໃຈກັນຢູ່ແລ້ວ ແມ່ນບໍ່?

  1. ທໍາທ່າຄືໂງ່ແນ່ກະໄດ້

ແມ່ຍິງສະຫຼາດໃຜໆກໍມັກ ແຕ່ຖ້າສະຫຼາດເກີນໄປຜູ້ຊາຍເຮັດຫຍັງກໍຮູ້ທັນໄປໝົດທຸກຢ່າງ ຈັບທາງໄດ້ໝົດ ອັນນີ້ຄົງບໍ່ດີປານໃດ ເພາະຈະເຮັດໃຫ້ເຂົາສູນເສຍຄວາມເປັນຜູ້ນໍາ ຫຼືຄວາມໝັ້ນໃຈທີ່ຈະປົກປ້ອງເບິ່ງແຍງ ຫຼືສະເໜີຄວາມຄິດເຫັນຫຍັງອອກມາ ດັ່ງນັ້ນ ແມ່ຍິງເຮົາຄວນເຮັດຄືໂງ່ ຮູ້ບໍ່ທັນ ບໍ່ເຂົ້າໃຈແດ່ ໃຫ້ເຂົາໄດ້ມີພື້ນຖານໃນການຕັດສິນໃຈໃນເລື່ອງຕ່າງໆ

  1. ສົດໄສລ່າເລີງ

ຢູ່ກັບຄົນສົດໄສລ່າເລີງໃຜແນ່ຈະບໍ່ຮູ້ສຶກດີ ໝັ້ນເວົ້າຈາ ໂອ້ລົມ ຍິ້ມຫົວເປັນປະຈໍາ ບໍ່ແມ່ນເອົາແຕ່ໜ້າບູດໜ້າບຶ້ງ ຂີ້ງອນ ເຊື່ອເທາະວ່າຜູ້ຊາຍຢູ່ກັບເຮົາແລ້ວມີແຕ່ຄວາມສຸກເຂົາບໍ່ໜີໄປໃສດອກ

By: BeautyGuru

ແບ່ງປັນ