Breaking News

ດ່ວນ! ຜູ້ຈັດງານ VangVieng Fest ອອກມາຊີ້ແຈງແລ້ວກ່ຽວກັບກໍລະນີຂີ້ເຫຍື້ອທີ່ ຖໍ້າລົມ ວັງວຽງ!!!

ແບ່ງປັນ

ກາຍເປັນກະແສດຮ່າມ່າ Talk of the town ສຳລັບງານເທສະການດົນຕີລະດັບປະເທດ Vangvieng Fest 2017 ໃນວັນທີ 15-16 ທັນວາ ທີ່ຜ່ານມາ, ຫຼັງຈາກແລ້ວງານກະແສກໍຍັງບໍ່ໝົດໄປ ເພາະມີມືດີປ່ອຍພາບກອງຂີ້ເຫຍື້ອຂະໜາດມະຫຶມາຢູ່ທີ່ງານ ເຮັດໃຫ້ເສື່ອມເສຍພາບລັກຂອງສະຖານທີ່ກໍຄື ຖໍ້າລົມ ສະຖານທີ່ຈັດງານ ຈົນຜູ້ຈັດ ກໍຄື ທ່ານ ອະນຸລັກ ປະຖຳມະວົງ ຫຼື (ອ້າຍ ເປັດ) ຜູ້ອຳນວຍການຈັດງານ Vangvieng Fest ກໍໄດ້ອອກມາໂພສເພື່ອຊີ້ແຈງໃຫ້ທຸກຄົນໄດ້ຮັບຮູ້ ແລະ ເຂົ້າໃຈດັ່ງນີ້:

(ຮູບພາບແລ້ວງານ Vangvieng Fest 2017 ບໍ່ພໍເທົ່າໃດຊົ່ວໂມງ)

“ຂໍຂອບໃຈຜູ້ຫວັງດີ?? ທີ່ເພີ່ນຕັ້ງໃຈຕື່ນແຕ່ເຊົ້າໄປຖ່າຍຮູບຂີ້ເຫຍື້ອຫລັງງານພວກເຮົາມາລົງເພື່ອ ?
ໂດຍບໍ່ຖາມຫນ້າຖາມຫລັງວ່າພວກມີແຜນກຳຈັດແລະເມື້ອຍຂີ້ເຫຍືອແນວໃດ?
1. ພວກເຮົາມີການຈັດການມ້ຽນທຸກມື້ຢູ່ແລ້ວ ເພາະພວກເຮົາເຮັດ2ມື້
2. ພວກເຮົາໄດ້ເຊົ່າສະຖານທີ່ສ່ວນບຸກຄົນໃນການຈັດງານນີ້ເຊິ່ງເປັນສະຖານທີ່ປິດ
3. ພວກເຮົາໄດ້ເຮັດບົດບັນທຶກວ່າຈ້າງເຈົ້າຂອງສະຖານທີ່ໃຫ້ເປັນຝ່າຍມ້ຽນຂີ້ເຫຍື້ອ
4. ການມ້ຽນອາດແກ່ຍາວເປັນ1~2ມື້ ແຕ່ພວກເຮົາຄິດວ່າຄືສິບໍ່ມີບັນຫາຫຍັງເພາະເປັນສະຖານທີ່ປິດ
5. ບໍລິສັດພວກເຮົາມີຈິດສຳນຶກເລື້ອງນີ້ຢູ່ແລ້ວ ເພາະເຮົາຈັດແບບຢັ້ງຢືນ ສັ່ງເສີມເມືອງວັງວຽງ ແລະ ຍັງຢາກຈັດຢູ່ທີ່ວັງວຽງໄປເລື້ອຍໆ
ແລ້ວຕອນນີ້ກະມີ Pageໃຫຍ່ໆຕ່າງໆທີ່ຄົນໃຫ້ຄວາມເຊື່ອຖື່ໄດ້ນຳໄປshare ຕໍ່ ໂດຍບໍ່ມີການສອບຖາມມາຍັງຜູ້ຈັດແລະເຈົ້າຂອງສະຖານທີ່ແຕ່ຢ່າງໃດ
ບາງທີການຢາກໄດ້ແຕ່ Like ຊື່ໆກະເຮັດໃຫ້ຄົນອື່ນເສຍຫາຍ ແລະສັງຄົມເຂົ້າໃຈຜິດກະເປັນໄປໄດ້
ກະລຸນາລະວັງການ Like ແລະ Share ຂໍມູນທີ່ທ່ານຍັງບໍ່ຮູ້ຄັກ ? “


ສຳລັບຮູບພາບທີ່ຖືກປ່ອຍຈາກກຸ່ມຄົນບໍ່ຫວັງດີ ແມ່ນພວກເຂົາໄດ້ເກັບພາບກອງຂີ້ເຫຍື້ອພາຍໃນງານຫຼັງຈາກງານເລີກບໍ່ພໍເທົ່າໃດຊົ່ວໂມງ ເຮັດໃຫ້ຍັງເຫັນວ່າມີຂີ້ເຫຍື້ອຊະຊາຍ ແລະ ເບິ່ງບໍ່ຈົບບໍ່ງາມຢູ່, ປັດຈຸບັນສະຖານທີ່ຈັດງານກໍຄື ຖໍ້າລົມ ວັງວຽງ ໄດ້ມ້ຽນເປັນທີ່ຮຽບຮ້ອຍແລ້ວ ສະອາດງາມຕາ ແລະ ໜ້າໄປຫຼິ້ນຄືດັ່ງເກົ່າ, ດັ່ງນັ້ນ ຂໍໃຫ້ທຸກໆຄົນໃຈເຢັນ ແລະ ເສບຂ່າວຢ່າງມີສະຕິ ແລະ ອີກຢ່າງໜຶ່ງໃກ້ປີທ່ອງທ່ຽວລາວ 2018 ແລ້ວ ເຮົາມາຊ່ວຍກັນຮັກສາ ແລະ ເຮັດສະຖານທີ່ຕ່າງໆໃຫ້ເປັນລະບຽບຮຽບຮ້ອຍຊ່ວຍກັນຈະດີທີ່ສຸດ ເພື່ອດຶງດູດເອົາຊາວຕ່າງຊາດເຂົ້າມາທ່ອງທ່ຽວໃນປະເທດເຮົາໃຫ້ຫຼາຍທີ່ສຸດ.

(ນີ້ແມ່ນຮູບພາບປັດຈຸບັນຂອງ ຖໍ້າລົມ ວັງວຽງ ສະອາດງາມຕາແລ້ວເດີ້… ທຸກຄົນສະບາຍໃຈໄດ້)

ແລະ ຍັງມີບັນຍາກາດພາຍໃນງານບາງສ່ວນມາໃຫ້ເບິ່ງນຳເດີ້ ສຳລັບໝູ່ເພື່ອນຄົນໃດທີ່ບໍ່ໄດ້ໄປ

ທີ່ມາ:PedIndee Samart

ແບ່ງປັນ