Breaking News

ມາເບິ່ງ! 5 ເຫດຜົນວ່າເປັນຫຍັງ? ສາວໆ 30+ ຈຶ່ງເລືອກ “ຄອງໂສດ” ດີກວ່າແຕ່ງງານ!!!

ແບ່ງປັນ

5 ເຫດຜົນຂອງສາວ 30+ ເລືອກ ຄອງໂສດ ດີກວ່າແຕ່ງງານ!!!

ສາວໆ ຫຼາຍໆຄົນອາດຍັງຄົງສົງໄສວ່າ ເປັນຫຍັງດຽວນີ້ຈໍານວນຄົນໂສດເພີ່ມຫຼາຍຂຶ້ນ ຫຼືຄົນເຫຼົ່ານັ້ນເຂົາບໍ່ຢາກມີຄວາມຮັກກັນຫວາ? ຫາກອາຍຸຍັງນ້ອຍເລື່ອງພວກນີ້ກໍຄົງບໍ່ເປັນປະເດັນປານໃດ ແຕ່ຖ້າເບິ່ງໃນມຸມສາວໂສດ 30+ ແລ້ວນັ້ນ ໜຸ່ມໆຫຼາຍຄົນອາດຈະຢາກຮູ້ວ່າເປັນຫຍັງນໍ່? ພວກນາງຈຶ່ງບໍ່ຍອມລົງຈາກຄານທອງຈັກເທື່ອ ທັ້ງທີ່ໜ້າຕາກໍງາມ ໜ້າທີ່ວຽກງານກໍດີ! ມື້ນີ້ຂວັນໃຈຈະມາບອກໃຫ້ຮູ້ເຖິງ 5 ສາເຫດທີ່ສາວໆ 30+ ເລືອກທີ່ຈະຄອງໂສດດີກວ່າແຕ່ງງານ!! ໄປເບິ່ງກັນເລີຍ!!!

  1. ຂ່າວຄວາມຮັກ ຄວາມຮຸນແຮງມີທົ່ວບ້ານທົ່ວເມືອງ

ຂໍ້ນີ້ຖືວ່າເປັນອັນດັບຕົ້ນໆເລີຍກໍວ່າໄດ້ ເພາະການເຂົ້າເຖິງຂ່າວສານໃນປັດຈຸບັນນັ້ນງ່າຍຫຼາຍ ແລ້ວກໍຕ້ອງຍອມຮັບອີກວ່າເປີດມາໃນແຕ່ລະມື້ ກໍຕ້ອງພົບກັບຂ່າວຂ່າແກງກັນເພາະຫຶງຫວງ ຕົບຕີຍາດຊິງ ຖ່າຍຄຼິບປະຈານກັນ ມັນເປັນຕາຢ້ານກໍບ່ອນທີ່ວ່າ ເດັກນ້ອຍອາຍຸຍັງບໍ່ຮອດ 20 ປີ ກໍເກີດເລື່ອງພວກນີ້ແລ້ວ ມັນຈຶ່ງເປັນອີກເຫດຜົນໜຶ່ງທີ່ເຮັດໃຫ້ສາວໆ 30+ ຫຼີກລ່ຽງການມີຄວາມຮັກ ເພາະຢູ່ຄົນດຽວແລ້ວສະບາຍໃຈກວ່າຫຼາຍ ບໍ່ຕ້ອງຢ້ານຈະພົບກັບຄວາມຮຸນແຮງເຫຼົ່ານັ້ນ

  1. ເຄີຍໄວ້ໃຈ ເຊື່ອໃຈ ສຸດທ້າຍເຈັບເອງ

ຄວາມຮັກຄວາມເຊື່ອໃຈເປັນຫຍັງທີ່ຕ້ອງມາຄູ່ກັນ ແຕ່ເມື່ອໃດກໍຕາມທີ່ຄວາມເຊື່ອໃຈເຫຼົ່ານັ້ນຖືກທໍາລາຍ ໂດຍສະເພາະການທີ່ສາວໆຈັບໄດ້ວ່າ ຄົນທີ່ຄົບຢູ່ນອກໃຈ ເລື່ອງແບບນີ້ມັນເປັນຫຍັງທີ່ລະອຽດອ່ອນຫຼາຍ ການໃຫ້ໂອກາດຄົນຮັກປັບປ່ຽນຕົວເອງມັນກໍດີຢູ່ ແຕ່ຈະເຊື່ອໃຈໄດ້ເທົ່າໃດວ່າຈະບໍ່ກັບໄປເຮັດຊໍ້າອີກ ເມື່ອຕ້ອງຢູ່ກັບຄວາມລະແວງ ບໍ່ໄວ້ໃຈ ພວກນາງຈຶງເລືອກທີ່ຈະກັບໄປຮັກຕົວເອງດີກວ່າ ເພາະບໍ່ມີປະໂຫຍດຫຍັງທີ່ຈະຕ້ອງທົນຢູ່ກັບຄວາມໄວ້ເນື້ອເຊື່ອໃຈທີ່ບໍ່ຮູ້ວ່າມື້ໃດມັນຈະກັບມາທໍາຮ້າຍຕົວເອງອີກ

  1. ມີອິດສະຫຼະ ຢາກເຮັດຫຍັງກໍເຮັດໄດ້

ເວົ້າເຖິງເລື່ອງການແຕ່ງງານແລ້ວ ຄໍາວ່າອິດສະຫຼະຄົງໜ້ອຍລົງກວ່າຕອນຄົບກັນເປັນແຟນແນ່ນອນ ເພາະຄໍາວ່າຄອບຄົວປຽບດັ່ງຮ່ວງທີ່ຕິດຄໍນ້ອຍໆ ແນ່ນອນວ່າຈະເຮັດຫຍັງກໍບໍ່ສາມາເຮັດໄດ້ເຕັມທີ່ຄືຕອນເປັນໂສດ ຫຼືຕອນທີ່ຄົບກັນເປັນແຟນ ເພາະມີພາລະໜ້າທີ່ຕ້ອງຮັບຜິດຊອບຫຼຍຂຶ້ນ ຈະເຮັດຫຍັງກໍຕ້ອງນຶກເຖິງອີກຝ່າຍສະເໝີ ສະນັ້ນ ການເປັນສາວໂສດຈຶ່ງເຮັດໃຫ້ພວກນາງບໍ່ພະວົງ ຈະປາຕີ່ຢູ່ໃສກະໄດ້ ຈະທ່ຽວຕ່າງປະເທດຈັກມື້ກໍໄດ້ ຫຼືຈະຊ໋ອບປີ່ງເທົ່າໄດ້ກໍໄດ້ຕາມໃຈ ມີອິດສະຫຼະໃນການເຄື່ອນຍ້າຍຕົວເອງໄດ້ຢ່າງເຕັມທີ່ ແຕ່ກໍຢ່າມ່ວນຫຼາຍຈົນລືມຄວາມປອດໄພເດີ່ສາວໆ

  1. ຢ້ານຄວາມຮັກ

ພະຍາດນີ້ຟັງແລ້ວຄືຈະບໍ່ມີແຕ່ມັນກະມີຢູ່ຈິງ ບໍ່ວ່າສາເຫດມາຈາກ ເຄີບຜິດຫວັງ ຫຼືຢ້ານຜິດຫວັງກໍຕາມ ແຕ່ເລິກໆແລ້ວກໍເປັນເຫດຜົນທີ່ເຮັດໃຫ້ສາວໆໄປຈົບຢູ່ທີ່ຄານຢ່າງສວຍງາມ ພຽງເພາະຢາກຕັດບັນຫາທີ່ກວນໃຈອອກໄປ ແລ້ວໃຊ້ຊີວິດທີ່ມີຢູ່ຢ່າງມີຄວາມສຸກເທົ່ານີ້ກໍພໍແລ້ວ

  1. ມີຄວາມສາມາດເບິ່ງແຍງຕົວເອງໄດ້ດີບໍ່ເປັນຮອງຜູ້ຊາຍ

ຂໍ້ນີ້ກໍຕ້ອງຍອມຮັບວ່າ ເລື່ອງການເບິ່ງແຍງຕົວເອງຂອງແມ່ຍິງນັ້ນບໍ່ມີທາງເປັນຮອງ ເພາະຄວາມໃສ່ໃຈເລື່ອງການເບິ່ງແຍງຕົວເອງຍັງລາມໄປຫາບຸກຄົນທີ່ນາງຮັກນໍາອີກ ແລະຍິ່ງແມ່ຍິງໃນປັດຈຸບັນທີ່ຕ່າງຈາກແມ່ຍິງໃນຍຸກກ່ອນຫຼາຍ ທັງໃນເລື່ອງຂອງການເຮັດວຽກລ້ຽງຕົວເອງ ແລະຄົນໃນຄອບຄົວໄດ້ຢ່າງສະບາຍ ເກືອບບໍ່ຕ້ອງເພິ່ງຜູ້ຊາຍ ເມື່ອຊີວິດສະບາຍແລ້ວ ຫຼາຍຄົນກໍເບິ່ງຂ້າມຈຸດທີ່ເອີ້ນວ່າ ການມີຄູ່ຄອງ ຫຼືແຕ່ງງານໄປ ພໍຮູ້ຕົວອີກເທື່ອໜຶ່ງກໍກາຍເປັນວ່າ ຊີວິດຕອນນີ້ໂອເຄຫຼາຍແລ້ວບໍ່ຕ້ອງການໃຜມາເພີ່ມອີກ

By: BeautyGuru

ແບ່ງປັນ