Breaking News

Oh my got!! ເຜີຍ! ລາຍໄດ້ ແລະສະຫວັດດີການຂອງ 10 ສາຍການບິນດັງທົ່ວໂລກ… ບໍ່ແປກໃຈເລີຍທີ່ໃຜໆກໍຢາກເປັນແອ!!!

ແບ່ງປັນ

Oh my got!! Update ລາຍໄດ້ ແລະສະຫວັດດີການຂອງ 10 ສາຍການບິນດັງທົ່ວໂລກ!!! ບໍ່ແປກໃຈເລີຍທີ່ໃຜໆກໍຢາກເປັນແອ!!!

ແອຮ໋ອດສະເຕດ ສະຈ໋ວດ ຄົງເປັນວຽກໃນຝັນຂອງໃຜຫຼາຍໆຄົນ ເພາະເປັນວຽກທີ່ງ່າຍ ຄ່າຕອບແທນສູງ ວ່າແຕ່ວ່າຄ່າຕອບແທນສູງທີ່ວ່ານັ້ນມັນເທົ່າໃດກັນນ່າ!!! ຖ້າຢາກຮູ້ຕ້ອງມາເບິ່ງກັນເລີຍ!!!

  1. ສາຍການບິນ ອາມິເຣດ ແອລາຍ (Emirate Airline)

ສາຍການບິນ ອາມິເຣດ ແອລາຍ (Emirate Airline) ເປັນສາຍການບິນຈາກປະເທດສະຫະລັດອາຣັບອາມິເຣດ ໃຫ້ບໍລິການໄປຍັງ 87 ຈຸດໝາຍປາຍທາງໃນ 59 ປະເທດທົ່ວໂລກ ແລະຍັງໃຫ້ບໍລິການຂົນສົ່ງສິນຄ້າພາຍໃຕ້ຊື່ ອາມິເຣດ ສະກາຍຄາໂກ ໂດຍໃຫ້ບໍລິການຢູ່ທີ່ ມະໜາມບິນນານາຊາດ ດູໄບ້ ເຄື່ອງບິນຂອງ ອາມິເຣດແອລາຍ ເປັນເຄື່ອງບິນທີ່ຄ້ອນຂ້າງໃໝ່ ພະນັກງານໃຫ້ບໍລິການລູກຄ້າໄດ້ດີຫຼາຍ ບໍລິການຕ່າງໆເທິງເຄື່ອງບິນຄ້ອນຂ້າງດີ ສ່ວນເລື່ອງລາຄາປີ້ນັ້ນຄ້ອນຂ້າງຖືກ ເມື່ອທຽບກັບສາຍການບິນອື່ນໆ ແລະພະນັກງານຍັງສາມາດເວົ້າໄດ້ຫຼາຍພາສານໍາອີກ!!! ລາຍໄດ້ຕໍ່ເດືອນຂອງພະນັກງານຕ້ອນຮັບເທິງເຄື່ອງບິນຢູ່ທີ່ 20.000.000-27.500.000 ກີບ ຫຼື 2.500-3.400 ໂດລາ

  1. ສາຍການບິນ ກາຕ່າ ແອເວ (Qatar Airways)

ສາຍການບິນ ກາຕ່າ ແອເວ (Qatar Airways) ເປັນສາຍການບິນຈາກປະເທດກາຕ່າ ມີຖານທີ່ຕັ້ງຢູ່ທີ່ກຸງໂດຮາ ປະເທດກາຕ່າ ໃຫ້ບໍລິການທ່ຽວບິນສູ່ຈຸດໝາຍຫຼາຍກວ່າ 100 ແຫ່ງທົ່ວໂລກ ຈັດວ່າເປັນສາຍການບິນໜຶ່ງທີ່ເຕີບໃຫຍ່ໄວທີ່ສຸດ ແລະໃນປັດຈຸບັນກໍເປັນ 1 ໃນ 5 ສາຍການບິນທີ່ໄດ້ຮັບການຈັດອັນດັບຈາກ Skytrax ໃຫ້ເປັນສາຍການບິນຢູ່ໃນລະດັບ 5 ດາວ ໂດຍໃນແຕ່ລະປີຈະມີຜູ້ໃຊ້ບໍລິການເຖິງ 12 ລ້ານຄົນ ໃນປິ 2011-2012 ແລະ 2015 ກາຕ່າ ແອເວ ໄດ້ຮັບຕໍາແໜ່ງເປັນສາຍການບິນທີ່ດີທີ່ສຸດໃນໂລກ (World’s Best Airlines) ສໍາລັບລາຍໄດ້ຕໍ່ເດືອນຂອງພະນັກງານຕ້ອນຮັບຢູ່ເທິງເຄື່ອງບິນແມ່ນຢູ່ທີ່ 20.000.000-25.000.000 ກີບ ຫຼື 2.500-3.100 ໂດລາ

  1. ສິງຄະໂປ ແອລາຍ (Singapore Airline)

ສິງຄະໂປ ແອລາຍ (Singapore Airline ຫຼື SIA) ເປັນສາຍການບິນຈາກປະເທດສິງຄະໂປ ມີສະໜາມບິນ ສິງຄະໂປຊາງງີເປັນສະໜາມບິນຫຼັກ ຈັດວ່າເປັນສາຍການບິນທີ່ມີລະດັບແຖວໜ້າຂອງຕະຫຼາດອາຊີຕາເວັນອອກສຽງໃຕ້ ອາຊີຕາເວັນອອກ ອາຊີໃຕ້ ແລະເສັ້ນທາງຈິງໂຈ (ເສັ້ນທາງບິນລະຫວ່າງທະວີບ ອົດສະຕາລີ່ກັບສະຫະຣາດຊະອານາຈັກໂດຍຜ່ານຊີກໂລກຕາເວັນອອກ) ນອກຈາກນັ້ນຍັງມີທ່ຽວບິນຂ້າມມະຫາສະໝຸດປາຊີຟິກ ເຊິ່ງລວມທັງທ່ຽວບິນກົງເຊິງພານິດທີ່ໃຊ້ເວລາບິນດົນທີ່ສຸດໃນໂລກສອງເສັ້ນທາງຄື ຈາກສິງຄະໂປໄປນູອາກ ແລະລອດແອງເຈິລິສ ດ້ວຍເຄື່ອງບິນແອບັສ A 340-500 ນໍາອີກ. ລາຍໄດ້ຕໍ່ເດືອນຂອງພະນັກງານຕ້ອນຮັບຢູ່ເທິງເຄື່ອງບິນແມ່ນຢູ່ທີ່ 20.000.000-25.000.000 ກີບ ຫຼື 2.500-3.100 ໂດລາ ເທົ່າກັບສາຍການບິນ ກາຕ່າແອເວ

  1. ເອທິຮັດ ແອເວ (Etihad Airways)

ເອທິຮັດ ແອເວ (Etihad Airways) ເປັນສາຍການບິນແຫ່ງຊາດຂອງສະຫະລັດອາຣັບອາມິເຣດ ເລີ່ມຕົ້ນບິນໃນເດືອນ ພະຈິກ 2003 ປັດຈຸບັນສາຍການບິນມີທ່ຽວບິນຫຼາຍກວ່າ 1.200 ທ່ຽວຕໍ່ອາທິດ ຈຸດໝາຍປາຍທາງຫຼາຍກວ່າ 70 ແຫ່ງ ໃນເກືອບ 50 ປະເທດທົ່ວໂລກ ການບໍລິການລູກຄ້າຂອງພະນັກງານເທິງເຄື່ອງບິນຖືວ່າເຮັດໄດ້ດີ ເຖິງຈະຊື້ປີ້ແບບລາຄາປະຢັດ ແຕ່ລູກຄ້າທຸກຄົນກໍໄດ້ຮັບການບໍລິການແບບລະດັບ 5 ດາວທັງເສີບອາຫານ+ເຄື່ອງດື່ມ. ລາຍໄດ້ຕໍ່ເດືອນຂອງພະນັກງານຕ້ອນຮັບຢູ່ເທິງເຄື່ອງບິນແມ່ນຢູ່ທີ່ 20.000.000-25.000.000 ກີບ ຫຼື 2.500-3.100 ໂດລາ

  1. ເຈແປນ ແອລາຍ (Japan Airlines)

ເຈແປນ ແອລາຍ (Japan Airlines ຫຼື JAL) ກໍ່ຕັ້ງໃນຮູບແບບບໍລິສັດເອກະຊົນເມື່ອເດືອນ ສິງຫາ 1951 ເປັນສາຍການບິນທີ່ໃຫຍ່ເປັນອັນດັບ 2 ຂອງປະເທດຍີ່ປຸ່ນ (ຮອງຈາກສາຍການບິນ ອອນ ນິບປອນ ແອເວ) ມີສູນການບິນຢູ່ສອງແຫ່ງໃນໂຕກຽວຄື ສະໜາມບິນນານາຊາດນາຣິຕະ ແລະສະໜາມບິນນານາຊາດຮາເນະດະ ແລະອີກ 2 ແຫ່ງໃນແຂວງໂອສະກ້າຄື ສະໜາມບິນນານາຊາດຄັນໄຊ ແລະສະໜາມບິນນານາຊາດອິຕາມິ ປັດຈຸບັນມີທ່ຽວບິນລະຫວ່າງປະເທດ ທີ່ມີປາຍທາງ 33 ແຫ່ງໃນທະວີບອາຊີ, ອາເມຣິກາ, ເອຣົບ ແລະໂອເຊອານີ ນອກນັ້ນຍັງມີທ່ຽວບິນພາຍໃນປະເທດອີກ 59 ເສັ້ນທາງ. ລາຍໄດ້ຕໍ່ເດືອນຂອງພະນັກງານຕ້ອນຮັບຢູ່ເທິງເຄື່ອງບິນແມ່ນຢູ່ທີ່ 12.500.000-20.000.000 ກີບ ຫຼື 1.500- 2.500 ໂດລາ

  1. ໂອມານ ແອລາຍ (Oman Airline)

ໂອມານ ແອລາຍ (Oman Airline) ເປັນສາຍການບິນແຫ່ງຊາດຂອງປະເທດໂອມານ ສູນກາງຢູ່ທີ່ສະໜາມບິນນານາຊາດ ມັດສແຄດ (Muscat International Airport) ມີທັງສາຍການບິນພາຍໃນ ແລະລະຫວ່າງປະເທດ ໂດຍບິນບໍ່ຫຍຸດຫຼາຍກວ່າ 40 ຈຸດໝາຍປາຍທາງໃນ 23 ປະເທດ ໃນຕາເວັນອອກກາງ ອາຊີ ອາຟຣິກາ ແລະເອຣົບ ສາຍການບິນໂອມານຍັງເປັນໜຶ່ງໃນສະມາຊິກຂອງ Arab Air Carriers Organization ນໍາອີກ. ສໍາລັບລາຍໄດ້ຕໍ່ເດືອນຂອງພະນັກງານຕ້ອນຮັບຢູ່ເທິງເຄື່ອງບິນແມ່ນຢູ່ທີ່ 17.500.000-22.500.000 ກີບ ຫຼືປະມານ 2.100-2.800 ໂດລາ

  1. ແອ ເອເຊຍ (Air Asia)

ແອ ເອເຊຍ (Air Asia) ເປັນສາຍການບິນ Low Cost ຈາກປະເທດມາເລເຊຍ ຖືວ່າເປັນສາຍການບິນທີ່ຄ່າປີ້ຍົນຖືກທີ່ສຸດໃນທະວີບອາຊີ ກຸ່ມແອເອເຊຍ ໃຫ້ບໍລິການທ່ຽວບິນທັງພາຍໃນ ແລະລະຫວ່າງປະເທດ ໂດຍມີຈຸດໝາຍປາຍທາງຫຼາຍກວ່າ 400 ແຫ່ງໃນ 25 ປະເທດ ມີສະໜາມບິນຫຼັກຢູ່ທີ່ສະໜາມບິນນານາຊາ ກົວລາລໍາເປີ ສາຍການບິນແອເອເຊຍເຄີຍໄດ້ຮັບລາງວັນ World’s best low-cost airlines award 9 ປີຕິດຕໍ່ກັນ ຈັດອັນດັບໂດຍ Skytrax ເປັນເຄື່ອງກາລັນຕີຄຸນນະພາບນັ້ນເອງ. ລາຍໄດ້ຕໍ່ເດືອນຂອງພະນັກງານຕ້ອນຮັບຢູ່ເທິງເຄື່ອງບິນແມ່ນຢູ່ທີ່ 16.525.000-17.500.000ກີບ ຫຼືປະມານ 2.000-2.100ໂດລາ

  1. ຄູເວດ ແອເວ (Kuwait Airways)

ຄູເວດ ແອເວ (Kuwait Airways) ເປັນສາຍການບິນແຫ່ງຊາດຂອງປະເທດຄູເວດ ທີ່ມີສໍານັກງານໃຫຍ່ພາກພື້ນດິນຢູ່ທີ່ ສະໜາມບິນນານາຊາດ AI Farwaniyah Governrate ໃຫ້ບໍລິການທ່ຽວບິນທັງພາຍໃນ ແລະລະຫວ່າງປະເທດ ໂດຍທ່ຽວບິນຈະຄວບຄຸມທຸກຈຸດໃນຕາເວັນອອກກາງ ປະເທດແຖວມະຫາສະໝຸດອີນເດຍ ອາຊີຕາເວັນອອກສຽງໃຕ້ ອາເມຣິກາເໜືອ ໂດຍບິນຕົງອອກຈາກສະໜາມບິນແຫ່ງຊາດຄູເວດ ຄູເວດແອເວເປັນໜຶ່ງໃນສະມາຊິກຂອງ Arab Air Carriers Organization ນໍາອີກລາຍໄດ້ຕໍ່ເດືອນຂອງພະນັກງານຕ້ອນຮັບຢູ່ເທິງເຄື່ອງບິນແມ່ນຢູ່ທີ່ 17.500.000-20.000.000 ກີບ ຫຼືປະມານ 2.100-2.500 ໂດລາ

  1. ເຈດສະຕ່າ ແອເວ (JetStar Airways)

ເຈດສະຕ່າ ແອເວ (JetStar Airways) ເປັນສາຍການບິນ Low Cost ສັນຊາດອົດສະຕາລີ່ ມີສູນກາງຢູ່ທີ່ກຸງເມລເບິ່ນ ປະເທດອົດສະຕາລີ່ ເຈດສະຕ່າ ແອເວນັ້ນໃຫ້ບໍລິການພາຍໃນປະເທດໃນພາກພື້ນ ແລະລະດັບນານາຊາດ ໃຊ້ເຄື່ອງບິນຫຼັກຄື ແອບັສ A 330 ແລະໂບອິ່ງ 787 ດຼິມໄລເນີ່. ລາຍໄດ້ຕໍ່ເດືອນຂອງພະນັກງານຕ້ອນຮັບຢູ່ເທິງເຄື່ອງບິນແມ່ນຢູ່ທີ່ 12.500.000-16.525.000ກີບ ຫຼືປະມານ 1.500-2.000ໂດລາ

  1. ເອວີເອ ແອ (Ava Air)

ເອວີເອ ແອ (Ava Air) ເປັນສາຍການບິນສັນຊາດໃຕ້ຫວັນ ບໍລິຫານໂດຍ ເອເວີກຼີນກຸບ ເຊິ່ງເປັນກຸ່ມທຸລະກິດຂົນສົ່ງຂະໜາດໃຫຍ່ຂອງໃຕ້ຫວັນ ໃຫ້ບໍລິການທ່ຽວບິນໂດຍສານ ແລະທ່ຽວບິນຂົນສົ່ງສິນຄ້າໃນຊື່ ອີວີເອແອ ຄາໂກ ຈາກສະໜາມບິນຫຼັກທີ່ໃຕ້ຫວັນເຖົາຫຍວນ ສາຍການບິນ AVA ໃຫ້ບໍລິການທ່ຽວບິນໄປຍັງ 70 ປາຍທາງ ໃນໃຕ້ຫວັນ ແລະທັງໃນອາຊີ ເອຣົບ ແລະອາເມຣິກາເໜືອ. ລາຍໄດ້ຕໍ່ເດືອນຂອງພະນັກງານຕ້ອນຮັບຢູ່ເທິງເຄື່ອງບິນແມ່ນຢູ່ທີ່ 12.500.000-16.525.000ກີບ ຫຼືປະມານ 1.500-2.000ໂດລາ ເທົ່າກັນກັບສາຍການບິນ JetStar Airways

ແບ່ງປັນ