Breaking News

ເດັກລາວສຸດຍອດ! ແຈັກກີ້ ໂຊພະລັງສຽງຂັ້ນເທບເອົາຊະນະຄູ່ຕໍ່ສູ້ ຜ່ານເຂົ້າຮອບຕໍ່ໄປໃນ The Voice Thailand

ແບ່ງປັນ

ສະແດງຄວາມຍິນດີ…ກັບ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ທີ່ໄປສ້າງສຽງຮຶຮາ ໂດຍໄດ້ມີໂອກາດໄປແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດເພື່ອນບ້ານ The Voice Thailand Season 6 ເຊິ່ງກ່ອນໜ້ານີ້ກໍສ້າງສຽງຮຶຮາໄປແລ້ວໃນຊ່ວງຕົ້ນເດືອນ ທັນວາ ທີ່ຜ່ານມາ ເພາະ ແຈັກກີ້ ໄດ້ສ້າງປະກົດການຜ່ານເຂົ້າໃນຮອບ  Blind Auditions ມາແລ້ວ ແລະ ຫຼ້າສຸດ ວັນທີ 24 ທັນວາ 2017 ກໍສ້າງປະກົດການໃຫ້ແຟນໆທັງ ລາວ ແລະ ໄທ ໄດ້ກຣີດໆໆໆ… ກັນສະໜັ່ນນັ້ນກໍຄື ແຈັກກີ້ ໄດ້ແຂ່ງຂັນໃນຮອບ Knock Out ແລະ ກໍສາມາດເອົາຊະນະຄູ່ຕໍ່ສູ້ໂດຍການໂຊພະລັງສຽງຂັ້ນເທບ ແລະ ເອົາຊະນະໄປໄດ້ຢ່າງງົດງາມ.

ສຳລັບ ການແຂ່ງຂັນໃນຮອບ Knock Out ນີ້ ແຈັກກີ້ ໜຸ່ມລາວເຮົາກໍໄດ້ແຂ່ງຂັນກັບ ມ່ອນ ໜຸ່ມຈາກປະເທດເພື່ອນບ້ານສຸດແນວ ໂດຍ ແຈັກກີ້ໃຊ້ບົດເພງ “ເກືອບ” ເຂົ້າໃນການແຂ່ງຂັນ ໂຊພະລັງສຽງຂັ້ນເທບ ຮ້ອງອອກມາດີ ແລະ ໄດ້ອາລົມເພງ ຈົນເຖິງຂັ້ນກຳມະການອອກປາກຍ້ອງ ແລະ ໃນທີ່ສຸດກໍຖືກ ສິງໂຕ ນຳໂຊກ ເຊິ່ງເປັນໂຄດສ໌ເພງຂອງ ແຈັກກີ້ ເລືອກ ແລະ ຈະຜ່ານເຂົ້າໄປໃນຮອບຕໍ່ໄປ. (ຂໍສະແດງຄວາມຍິນດີນຳຫຼາຍໆເດີ້)

ສຳລັບ ແຈັກກີ້ ໄຊປະເສີດ ໜຸ່ມນ້ອຍຄົນນີ້ ມີດີກຼີເປັນເຖິງນັກຮ້ອງນຳວົງ “Yes” ແຫ່ງຄ້າຍເພງ “ອິນດີ້ ເຣັກຂອດ” ແລະ ຍັງເຄີຍແຂ່ງຂັນໃນໂຄງການປະກວດວົງດົນຕີ “ເບຍລາວແບຼນຊາເລັ້ນ ໃນປີ 2016” ແລະ ຄວ້າອັນດັບ 1 ມາແລ້ວ, ຂໍບອກເລີຍວ່າໜຸ່ມນ້ອຍຄົນນີ້ບໍ່ທຳມະດາອີ່ຫລີ ອະນາຄົດໄກແນ່ນອນ, ຢ່າງໄດກໍຢ່າລືມເປັນກຳລັງໃຈໃຫ້ກັບ ແຈັກກີ້ ໃນການແຂ່ງຂັນໃນລາຍການ The Voice Thailand Season 6 ແລະ ຢ່າລືມຕິດຕາມຄົນລາວເຮົາທີ່ໄປສ້າງຊື່ສຽງໃນຕ່າງປະເທດຄົນນີ້ໃນຮອບຕໍ່ໆໄປຂອງການແຂ່ງຂັນນຳເດີ້.

ທີ່ມາ: The Voice Thailand , Jack Phommavongsay

ແບ່ງປັນ