Breaking News

ເອົາໃຈຄົນຂີ້ຄ້ານອາບນໍ້າສຸດໆ! 6 ຂໍ້ດີທີ່ນັກວິທະຍາສາດບອກ “ບໍ່ຕ້ອງອາບນໍ້າ” ທຸກມື້ກໍໄດ້!!! ໃຜບອກສົກກະປົກ… ຖຽງສຸດໃຈຈ່າ!

ແບ່ງປັນ

ເອົາໃຈຄົນຂີ້ຄ້ານອາບນໍ້າສຸດໆ! 6 ຂໍ້ດີທີ່ນັກວິທະຍາສາດບອກ “ບໍ່ຕ້ອງອາບນໍ້າ” ທຸກມື້ກໍໄດ້!!! ໃຜບອກສົກກະປົກ… ຖຽງສຸດໃຈຈ່າ!

ການອາບນໍ້າດຸໆອາດຈະສົ່ງຜົນເສຍຫຼາຍກວ່າຜົນດີ ມາເບິ່ງກັນວ່າ 6 ຂໍ້ດີຂອງການບໍ່ອາຍນໍ້າທຸກມື້ມີຫຍັງແດ່?

ເລື່ອງ ການອາບນໍ້າ ຫຼາຍຄົນອາດເບິ່ງວ່າເປັນເລື່ອງຂອງການຮັກສາຄວາມສະອາດ ໃຜທີ່ບໍ່ມັກອາບນໍ້າຈະຖືກເບິ່ງວ່າເປັນພວກສົກກະປົກ ໂດຍສະເພາະແມ່ຍິງຢ່າງເຮົາໆ ທີ່ຈະຖືກຕັດສິນໄປນໍາວ່າບໍ່ຮູ້ຈັກເບິ່ງແຍງຕົວເອງ… ແຕ່ມື້ນີ້ Kuanjai ມີຂໍ້ມູນເດັດໆ ມາໃຫ້ສໍາລັບສາວໆທີ່ບໍ່ມັກອາບນໍ້າໂດຍສະເພາະ ເພາະວ່າຄວາມຈິງແລ້ວນັກວິທະຍາສາດເຂົາບອກມາວ່າ ອາບນໍ້າດຸກໍບໍ່ໄດ້ດີສະເໝີໄປ!! ລອງອ່ານເບິ່ງເດີ່ ຈະໄດ້ເອົາໄປໂຕ້ກັບຄົນອື່ນເວລາທີ່ໃຜມາບອກວ່າເຮົາສົກກະປົກ ບອກເລີຍວ່າ ບໍ່ແມ່ນຄວາມຈິງເລີຍ!!!!

  1. ອາບນໍ້າຕະຫຼອດເຮັດໃຫ້ຜິວແຫ້ງເສຍ

ສໍາລັບສາວໆທີ່ມັກອາບນໍ້າອຸ່ນເປັນຊີວິດຈິດໃຈ ບອກເລີຍເດີ່ວ່າພາດຫຼາຍ ເພາະເຈົ້າກໍາລັງຈະເຮັດສິ່ງທີ່ທໍາຮ້າຍຜິວຢ່າງຮຸນແຮງ ການອາບນໍ້າຕະຫຼອດເຮັດໃຫ້ຄວາມຊຸ່ມຊື່ນຂອງຜິວໜັງເຮົາຫາຍໄປ ເມື່ອດົນໄປຈະເຮັດໃຫ້ຜິວແຫ້ງເສຍ ຫຍາບກະດ້າງ  ແລະຍັງເຮັດໃຫ້ຜິວຂອງສາວໆແຫ່ວລົງກ່ອນໄວອັນຄວນນໍາອີກ ເພາະສະນັ້ນ ມື້ໃດທີ່ບໍ່ໄດ້ອອກຈາກເຮືອນໄປໃສກບໍ່ຕ້ອງອາບນໍ້າກໍໄດ້ ຖືວ່າເປັນການເກັບຄວາມຊຸ່ມຊື່ນໃຫ້ກັບຜິວກະແລ້ວກັນເນາະ!!!

  1. ເຮັດໃຫ້ຜິວມັນແບບຖາວອນ

ການອາບນໍ້າເປັນການຊໍາລະລ້າງສິ່ງສົົກກະປົກຕ່າງໆອອກໄປຈາກຮ່າງກາຍຂອງເຮົາ ເຊິ່ງລວມໄປເຖິງຄວາມມັນຕ່າງໆທີ່ຢູ່ເທິງຕົວເຮົານໍາອີກ ຫຼັງຈາກອາບນໍ້າເຮົາຈະຮູ້ສຶກສະບາຍຕົວຂຶ້ນເພາະຜິວໃປາສະຈາກຄາບໄຂມັນເກາະຕິດ ເຮັດໃຫ້ຮູ້ສຶກບໍ່ໜຽວ ແຕ່ສາວໆຮູ້ບໍ່ວ່າຍິ່ງເຮົາອາບນໍ້າດຸເທົ່າໃດ ໄຂມັນຍິ່ງຖືກຜະລິດອອກມາຫຼາຍເທົ່ານັ້ນ ໝາຍຄວາມວ່າ ຍິ່ງເຮົາອາບນໍ້າຫຼາຍ ຜິວຂອງເຮົາກໍຈະຍິ່ງມັນງ່າຍຂຶ້ນ ເຮັດໃຫ້ເຮົາຕ້ອງອາບນໍ້າຕະຫຼອດເພາະອາບໄປໜ້ອຍດຽງກໍມັນອີກແລ້ວ ກາຍເປັນສິ່ງທີ່ບໍ່ສິ້ນສຸດ ດັ່ງນັ້ນ ເຊົາສາອາບນໍ້າຕະຫຼອດນີ້ນ່າ ມັນບໍ່ດີຕໍ່ຜິວຂອງເຮົາແທ້ໆໃດ໋ສາວໆ

  1. ອາບນໍ້າຕະຫຼອດເຮັດໃຫ້ເຈັບປ່ວຍງ່າຍ

ບໍ່ເຊື່ອກໍຕ້ອງເຊື່ອເດີ່ສາວໆ ວ່າການອາບນໍ້ານີ້ມັນສົ່ງຜົນຕໍ່ສຸຂະພາບເຮົານໍາ ເພາະທຸກຄັ້ງທີ່ເຮົາອາບນໍ້າ ຈະເຮັດໃຫ້ແບັກທີເຣຍຕ່າງໆທີ່ຢູ່ເທິງຕົນໂຕເຮົາຖືກທໍາລາຍໄປ ເບິ່ງທົ່ວໄປຄືຈະດີແຕ່ຮູ້ບໍ່ວ່າ ແບັກທີເຣຍທີ່ຖືກທໍາຮ້າຍໄປນັ້ນບາງຕົວກໍມີປະໂຫຍດຕໍ່ກັບຮ່າງກາຍເຮົາຢ່າງມະຫາສານ ເພາະມັນຊ່ວຍເປັນພູມຄຸ້ມກັນໃຫ້ເຮົາ ເວລາເຈິສິ່ງສົກກະປົດ ຫຼືເຊື້ອພະຍາດບາງຢ່າງ ແບັກທີເຣຍເຫຼົ່ານັ້ນຈະເປັນດັ່ງເກາະປ້ອງກັນເຮົາຢູ່ ບໍ່ໃຫ້ເຮົາເຈັບປ່ວຍໄດ້ງ່າຍໆ ແຕ່ຖ້າເຮົາອາບນໍ້າຕະຫຼອດ ກໍປຽບດັ່ງເປັນການທໍາລາຍເກາະປ້ງກັນທີ່ທໍາມະຊາດໃຫ້ມາ ເຊິ່ງເປັນເລື່ອງທີ່ບໍ່ສົມຄວນທີ່ສຸດດດ

  1. ເປືອງເງິນ ເປືອງເວລາ

ຫຼາຍຄົນຄິດວ່າ ເຮົາອາບນໍ້າຢູ່ເຮືອນຈະເປືອງເງິນໄດ້ແນວໃດ? ແຕ່ເຮົາຢາກໃຫ້ສາວໆລອງສັງເກດເບິ່ງວ່າ ການອາບນໍ້າແຕ່ລະຄັ້ງເຮົາຕ້ອງໃຊ້ຊັບພະຍາກອນຫຍັງແດ່? ທີ່ແນ່ໆຂາດບໍ່ໄດ້ເລີຍກໍຄື: 1. ນໍ້າ 2. ສະບູ ສອງຢ່າງລະແມ່ນບໍ່? ຫຼືບາງຄົນມັກໃຊ້ຄີມອາບນໍ້າຫອມໆ ຂວດໜຶ່ງລາຄາບໍ່ຕໍ່າກວ່າ 30.000 ກີບລະ ແລ້ວບາງຄົນກໍມັກຂັດຜິວຜອກຜິວອີກ ທຸກຢ່າງທີ່ກ່າວມາຕ້ອງໃຊ້ເງິນຊື້ທັງໝົດ ນອກຈາກນີ້ຍິ່ງສາວໆທີ່ມີກິດຈະກໍາໃນຫ້ອງນໍ້າຫຼາຍປານໃດຍິ່ງຕ້ອງໃຊ້ເວລາຫຼາຍເທົ່ານັ້ນ ບາງຄົນອາດຈະ 30 ນາທີ ໃຜທີ່ມັກຂັດຜິວຜອກຜິວກໍອາດຈະ 1 ຊົ່ວໂມງ ຖ້າມື້ໜຶ່ງອາບນໍ້າ 2 ຮອບກໍໃຊ້ເວລາບໍ່ຕໍ່າກວ່າ 1-2 ຊົ່ວໂມງເລີຍ ແອັດວ່າເອົາເວລາໄປຜັກຜ່ອນນອນດີກວ່າເນາະ!!!

  1. ເປືອງຊັບພະຍາກອນທໍາມະຊາດ

ຄືືທີ່ບອກໄປໃນຂໍ້ຜ່ານມາແລ້ວວ່າ ການອາບນໍ້າເທື່ອໜຶ່ງຕ້ອງໃຊ້ຊັບພະຍາກອນຫຼາຍຢ່າງ ລອງຄິດເບິ່ງຫຼິ້ນໆວ່ານັ້ນເປັນພຽງຕົວເລກຂອງຄົນໜຶ່ງເທົ່ານັ້ນ ແລ້ວຖ້ານັບລວມຄົນທັງໝົດປະເທດ, ຄົນທັງໝົດທະວີບ ແລະຄົນທັງໝົດໃນທົ່ວໂລກເດ ລອງຄູນກັນເບິ່ງຖ້າເຮົາອາບນໍ້າມື້ລະສອງເທື່ອ ຈະໄດ້ສູນເສຍໄປເທົ່າໃດ? ແນ່ນອນວ່າມັນເປັນຕົວເລກທີ່ມະຫາສານເລີຍແມ່ນບໍ່? ແລະອີກຢ່າງການທີ່ຈະສົ່ງນໍ້າໄປໃຫ້ແຕ່ລະເຮືອນມັນເປັນບໍ່ພຽງແຕ່ຕ້ອງໃຊ້ຊັບພະຍາກອນນໍ້າຢ່າງດຽວໃດ໋ ແຕ່ຍັງຕ້ອງໃຊ້ພະລັງງານໄຟຟ້າໃນການເພີ່ມແຮງດັນນໍ້າສົ່ງໄປຕາມເຮືອນນໍາອີກ ດັ່ງນັ້ນ ຖ້າເຮົາບໍ່ໄດ້ເຮັດຫຍັງສົກກະປົກຫຼາຍ ກໍຖືຊະວ່າຢ່າງໜ້ອຍເຮົາກໍຊ່ວຍຊາດປະຢັດພະລັງງານດ້ວຍການບໍ່ອາບນໍ້າກັນເທາະ

  1. ອາບນໍ້າຕະຫຼອດລະວັງກາຍເປັນຄົນໝົກໝຸ້ນ

ສໍາລັບຄົນທີ່ມັກອາບນໍ້າຕະຫຼອດ ອາດສະແດງວ່າເຈົ້າຄືຄົນທີ່ຮັກຄວາມສະອາດ ມັກເລື່ອງຄວາມສວຍງາມເປັນຊີວິດຈິດໃຈ ຈຶ່ງບໍ່ຢາກປ່ອຍໃຫ້ຕົວເອງມີຄາບສົກກະປົກ  ຫຼືກິ່ນອັນບໍ່ພຶງປະສົງຢູ່ໃນຕົວ ດັ່ງນັ້ນ ເວລາຄົນເຫຼົ່ານັ້ນໄປພົບຝຸ່ນຄວັນ ຫຼືສິ່ງປົນເປື້ອນມາຖືກຕົວໜ້ອຍໜຶ່ງກໍຮູ້ສຶກບໍ່ພໍໃຈທັນທີ ເພາະອາດຈະຄິດວ່່າ ຂ້ອຍຫາກະອາບນໍ້າມາສະອາດ! ເຮັດໃຫ້ແຕ່ລະມື້ກໍຈະຄິດຮອດແຕ່ເລື່ອງພວກນີ້ ຈົນເຮັດໃຫ້ກາຍເປັນຄົນບໍ່ໜ້າຄົບຫາໄປເລີຍ ດັ່ງນັ້ນ ປ່ອຍວາງແນ່ກະໄດ້ ຖ້າຮ່າງກາຍເຮົາບໍ່ເປື້ອນສົກກະປົກຫຍັງຂະໜາດນັ້ນກໍຢ່າກັງວົນໄປເລີຍ ໄປໃຊ້ຊີວິດກັບຄົນອື່ນໃຫ້ມ່ວນໆດີກວ່າ!!!

By: BeautyGuru

ແບ່ງປັນ