Breaking News

ຍ້ອນຫຍັງຈຶ່ງຕ້ອງມີການວາງແຜນຄອບຄົວ? ການວາງແຜນຄອບຄົວວ່າແມ່ນຫຍັງ? ເຮັດໄດ້ແນວໃດ? (ມີຄໍາຕອບ)

ແບ່ງປັນ

ຍ້ອນຫຍັງຈຶ່ງຕ້ອງມີການວາງແຜນຄອບຄົວ?

ຍ້ອນຫຍັງຈຶ່ງຕ້ອງມີການວາງແຜນຄອບຄົວ? ເປັນຄໍາຖາມຂອງແມ່ຍິງຫຼາຍໆຄົນ ໂດຍສະເພາະແມ່ນສາວໆໄວໜຸ່ມ, ແມ່ນຍິງທີ່ຢູ່ໃນໄວສ້າງຄອບຄົວ ຫຼື ກຸ່ມທີ່ແຕ່ງງານແລ້ວກໍ່ຕາມເພາະຄິດວ່າຍັງບໍ່ທັນເຂົ້າໃຈລຶກຊຶ່ງເຖິງການວາງແຜນຄອບຄົວແມ່ນຫຍັງ? ແລ້ວມັນດີແນວໃດ? ແຕ່ທີ່ສໍາຄັນໄປກວ່ານັ້ນຄື ເປັນຫຍັງແມ່ຍິງຈຶ່ງບໍ່ຮູ້ຈັກການວາງແຜນຄອບຄົວ? ດັ່ງນັ້ນ, ມື້ນີ້ຂວັນໃຈຈຶ່ງຢາກຈະມາບອກໃຫ້ຮູ້ກ່ຽວກັບ ການວາງແຜນຄອບຄົວວ່າແມ່ນຫຍັງ? ຖ້າຮູ້ຈັກການວາງແຜນຄອບຄົວຈະໄດ້ປະໂຫຍດແນວໃດ? ວິທີການວາງແຜນຄອບຄົວມີແນວໃດແດ່? ຖ້າໃຜຮູ້ແລ້ວ ຫຼື ໄດ້ອ່ານເຂົ້າໃຈແລ້ວກໍຝາກບອກຕໍ່ເຖິງແມ່ຍິງທຸກຄົນໃຫ້ມີການວາງແຜນຄອບຄົວນໍາກັນເດີ່!!

ການວາງແຜນຄອບຄົວແມ່ນການເຮັດໃຫ້ແມ່ຍິງ,ຄູ່ຜົວເມຍຕັດສິນໃຈວ່າຈະເອົາລູກຈັກຄົນ ແລະ ກຳນົດໄລຍະເວລາແລະໄລຍະຫ່າງຂອງການຖືພາໃຫ້ເໝາະສົມເພື່ອສຸຂະພາບຂອງແມ່ແລະເດັກທີ່ເກີດມາໂດຍການນຳໃຊ້ວິທີຄຸມກຳເນີດແລະການປິ່ນປົວການມີລູກຍາກ.

ປະໂຫຍດຂອງການວາງແຜນຄອບຄົວ: ການວາງແຜນຄອບຄົວຊ່ວຍໃຫ້

  • ແມ່ມີສຸຂະພາບແຂງແຮງ
  • ລູກເກີດມາມີສຸຂະພາບແຂງແຮງ
  • ພໍ່ ແລະ ແມ່ມີເວລາພຽງພໍເພື່ອຫາເງິນໃຫ້ຄອບຄົວຮັ່ງມີ, ອຸດົມສົມບູນ
  • ຄອບຄົວມີອາຫານດີ ແລະ ພຽງພໍສຳລັບໝົດທຸກຄົນ
  • ຄອບຄົວມີເງິນພຽງພໍສຳລັບຊື້ເຄື່ອງໃຊ້ທີ່ຈຳເປັນ
  • ລູກໆທຸກຄົນໄດ້ເຂົ້າໂຮງຮຽນດີ ແລະ ສາມາດຮຽນໃນລະດັບສູງໄດ້

ວິທີການ ການວາງແຜນຄອບຄົວ ມີ 2 ແບບຄື:

– ການວາງແຜນຄອບຄົວແບບຊົ່ວຄາວ

– ການວາງແຜນຄອບຄົວແບບຖາວອນ

  1. ວິທີການວາງແຜນຄອບຄົວຊົ່ວຄາວ
  • ການວາງແຜນຄອບຄົວຊົ່ວຄາວໄລຍະສັ້ນ:
  • 1. ຢາເມັດຄຸມກຳເນີດ ມີທັງຊະນິດດ່ຽວ ແລະ ປະສົມ ກິນທຸກມື້ສາມາດປ້ອງກັນການຖືພາໄດ້ໃນໄລຍະທີ່ກິນຢາປະສິດທິພາບໃນການປ້ອງກັນການຖືພາ 99% ຖ້າຫາກວ່າໃຊ້ຢ່າງຖືກຕ້ອງສະໝໍ່າສະເໝີ

2. ຢາສັກຄຸມກໍາເນີດ ປ້ອງກັນການຖືພາໄດ້ 03 ເດືອນປະສິດທິພາບໃນການປ້ອງກັນການຖືພາ 99% ຖ້າຫາກວ່າໃຊ້ຢ່າງຖືກຕ້ອງສະໝໍ່າສະເໝີ

3. ຢາເມັດຄຸມກຳເນີດສຸກເສີນ ປ້ອງກັນການຖືພາໃນທັນທີທີ່ກິນ, ປ້ອງກັນການຖືພາກໍລະນີ: ມີເພດສໍາພັນທີ່ບໍ່ໄດ້ປ້ອງກັນ, ແມ່ຍິງຖືກຂົ່ມຂືນ, ຖົງຢາງອະນາໄມແຕກ, ລືມກິນຢາຄຸມຮອດ 3 ເມັດ, ສາມາດປ້ອງກັນການຖືພາໄດ້ ຖ້າຫາກວ່າກິນພາຍໃນ 5 ມື້ ຫຼັງຈາກມີເພດສໍາພັນທີ່ບໍ່ໄດ້ປ້ອງກັນ 98% ສໍາລັບຊະນິດປະສົມ, 99% ສໍາລັບຊະນິດດ່ຽວ

4. ຖົງຢາງອະນາໄມ ປ້ອງກັນການຖືພາ, ປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ ແລະ ໂລກເອດສ໌ ປະສິດທິພາບໃນການປ້ອງກັນການຖືພາໄດ້ 98% ຖ້າຫາກວ່າໃຊ້ຢ່າງຖືກຕ້ອງສະໝໍາສະເໝີ

5. ການຄຸມກໍາເນີດແບບໃຫ້ລູກດູດນົມແມ່ ໄດ້ຜົນໃນຊ່ວງ 6 ເດືອນທໍາອິດ, ບໍ່ມີຜົນຂ້າງຄຽງປະສິດທິພາບໃນການປ້ອງກັນການຖືພາໄດ້ 98% ແຕ່ຕ້ອງໄດ້ໃຫ້ລູກດູດນົມຕະຫຼອດ ແລະ ກິນນົມແມ່ພຽງຢ່າງດຽວເທົ່ານັ້ນ

  • ການວາງແຜນຄອບຄົວຊົ່ວຄາວໄລຍະຍາວ:
  1. ຮ່ວງອະນາໄມ ໃສ່ ແລະ ເອົາອອກງ່າຍ, ອັດຕາການຍອມຮັບ ແລະ ຄວາມປອດໄພສູງສໍາລັບຜູ້ໃຊ້, ມີຕົ້ນທືນຕໍ່າມີປະສິດທິຜົນໃນການນຳໃຊ້ໄດ້ເຖິງ 10-12 ປີ ປ້ອງກັນການຖືພາໄດ້ >99%

2;ໍ່. ຢາຝັງຄຸມກໍາເນີດ ຝັງຄັ້ງດຽວໃສ່ກ້ອງໜັງກົກແຂນມີປະສິດທິຜົນຍາວນານເຖິງ 3 ປີປ້ອງກັນການຖືພາໄດ້ >99%

  1. ການວາງແຜນຄອບຄົວແບບຖາວອນ

1. ເຮັດໝັນຍິງ, ໝັນຊາຍ ປ້ອງກັນການຖືພາແບບຖາວອນຄັ້ງດຽວກຸ້ມຕະຫຼອດຊີວິດເໝາະສຳລັບຜູ້ທີ່ບໍ່ຕ້ອງການມີລູກອີກເລີຍແລະ ບໍ່ຕ້ອງກັງວົນກັບວິທີການວາງແຜນຄອບຄົວອື່ນ

ເມື່ອຮູ້ແລ້ວກໍ່ຮີບພາກັນຟ້າວໄປພົບຫມໍເພື່ອຮັບຄຳປຶກສາການວາງແຜນຄອບຄົວ ແລະ ເລືອກວິທີທີ່ເໝາະສົມກັບຕົວທ່ານເອງ ຫລື ໂທປຶກສາເບີ 020 55566617 ເພື່ອສຸຂະພາບ ແລະ ຄວາມສຸກຂອງຕົວທ່ານເອງ.

ສາມາດຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ Facebook Page “ຮັກກັນແບບມີແຜນ” ເພື່ອສາລະໜ້າຮູ້ ແລະ ຮັບຄໍາປຶກສາເລື່ອງການວາງແຜນຄອບຄົວຟຣີ.

 

ແບ່ງປັນ