Breaking News

ຕູນ Bodyslam ແລ່ນຮອດເສັ້ນໄຊແລ້ວ ຍອດເງິນບໍລິຈາກທະລຸພັນກວ່າລ້ານບາດ!!!

ແບ່ງປັນ

ຕູນ Bodyslam ແລະ ຄະນະກ້າວຄົນລະກ້າວ ບັນລຸຈຸດໝາຍ ແລ່ນຮອດເສັ້ນໄຊແລ້ວ ເຊິ່ງພວກເຂົາໄດ້ເແລ່ນຈາກພາກໃຕ້ສຸດຫາພາກເໜືອສຸດ (ປະເທດໄທ) ເຊິ່ງຍອດເງິນບໍລິຈາກເຫັນແລ້ວໜ້າເປັນທີ່ຍິນດີຫຼາຍ ລວມຍອດບໍລິຈາກຫຼາຍກວ່າ 1 ພັນກວ່າລ້ານບາດ

ເປັນເວລາເກືອບ 2 ເດືອນ ທີ່ຄົນທັງໂລກໄດ້ເຫັນພາບ ນັກຮ້ອງຊື່ດັງ ຕູນ Bodyslam  ແລະ ທີມງາມໂຄງການ ກ້າວຄົນລະກ້າວ ເຊິ່ງໄດ້ມີແຜນແລ່ນຈາກ ເບຕົງ-ແມ່ສາຍ (ປະເທດໄທ)  ລວມໄລຍະທາງທັງໝົດ 2190 ກິໂລແມັດ ແລະ ຕະຫຼອດໄລຍະທາງຕ່າງກໍມີເລື່ອງລາວຄວາມປະທັບໃຈເກີດຂຶ້ນລະຫວ່າງທາງ ການແລ່ນໃນເທື່ອນີ້ຖືວ່າເປັນປະຫວັດສາດໜ້າໃໝ່ຄັ້ງຍິ່ງໃຫ່ຍຂອງປະເທດເພື່ອນບ້ານທີ່ມີນັກຮ້ອງທີ່ເປັນຕົ້ນແບບມາສ້າງພະລັງ ແລະ ກຳລັງໃຈໃຫ້ນ້ອງໆ ແລະ ແຟນໆໄດ້ເບິ່ງເປັນແບບຢ່າງທີ່ດີ

ສຳລັບການແລ່ນພາຍໃຕ້ໂຄງການ ກ້າວຄົນລະກ້າວ ຂອງ ຕູນ Bodyslam ໃນເທື່ອນີ້ ເປັນການແລ່ນເພື່ອລະດົມທຶນຫາລາຍໄດ້ເຂົ້າໃນໂຮງໝໍທົ່ວປະເທດໄທ ແລະ ປະຈຸບັນ ຕູນ Bodyslam ຂຶ້ນແທ່ນເປັນບຸກຄົນແຫ່ງປີອັນດັບ 1  ແລະ ມີປະຊາຊົນມັກຫຼາຍທີ່ສຸດ.

Cr. artiwara , https://hilight.kapook.com/view/165709 , NationPhoto

ແບ່ງປັນ