Breaking News

ແຟນຄລັບມີກຣີດໆໆໆ! ຢ່າຢ່າ ອຸຣັດສະຍາ ນັກສະແດງສາວຊື່ດັງຈາກເພື່ອນບ້ານ ເດີນທາງທ່ອງທ່ຽວປະເທດລາວ!!!

ແບ່ງປັນ

ແຟນຄລັບມີກຣີດໆໆໆ! ຢ່າຢ່າ ອຸຣັດສະຍາ ສະເປີເບີນ ນັກສະແດງສາວຊື່ດັງແຖວໜ້າຈາກເພື່ອນບ້ານ ເດີນທາງທ່ອງທ່ຽວປະເທດລາວ ໂດຍໃນວັນທີ 25 ທັນວາ 2017 ເຊິ່ງກົງກັງວັນ Christmas ຈຶ່ງໄດ້ມີເວລາວັນພັກ ແລະ ເດີນທາງມາຢ້ຽມຢາມເມືອງມໍລະດົກໂລກ ເຊິ່ງ ຢ່າຢ່າ ໄດ້ເຊັກອິນທີ່ ແຂວງ ຫຼວງພະບາງ ປະເທດລາວເຮົາ ແລະ ຍັງໄດ້ໂພສຮູບພາບໃສ່ບາດເຮັດບຸນຕັ້ງແຕ່ເຊົ້າມືດ ພ້ອມນຸ່ງຊຸດໄໝ ບຽງແພ ມາໃນຊຸດສີສົ້ມ ຕາມແບບຮີດຄອງປະເພນີລາວ ຢູ່ທີ່ຫຼວງພະບາງ ນອກຈາກນັ້ນຍັງມີໂອກາດໄດ້ຂີ່ລົດຈຳໂບ້ຂອງລາວເຮົາ ເຮັດໃຫ້ ຢ່າຢ່າ ມີຄວາມປະທັບໃຈປະເທດລາວເຮົາຫຼາຍທີ່ສຸດ.

ພໍແຕ່ ຢ່າຢ່າ ອຸຣັດສະຍາ ໂພສຮູບພາບເຊັກອິນທີ່ ຫຼວງພະບາງ ປະເທດລາວ ເຮັດໃຫ້ມີບັນດາແຟນຄລັບທັງສອງຝັ່ງຂອງ ແລະ ອ້າຍ ເອື້ອຍ ນ້ອງ ຮ່ວມວົງການເຂົ້າມາຄອມເມັ້ນຮູບພາບທີ່ ຢ່າຢ່າ ໄດ້ໂພສກັບແບບລົວໆ ແລະ ກໍເປັນການດີຖືເປັນການໂຄສະນາປະເທດລາວເຮົາໃຫ້ຕ່າງຊາດ ໄດ້ຮູ້ ໄດ້ເຫັນ ເຖິງວັດທະນະທຳອັນດີງາມ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຢາມບ້ານເຮົາໃຫ້ຫຼາຍທີ່ສຸດ.

#ແຊຣໄປໃຫ້ໂລກຮູ້ໃຜໆກໍຢາກມາປະເທດລາວ

ຮູບພາບ: urassayas

ແບ່ງປັນ