Breaking News

ເປີດເຜີຍຊີວິດຈິງຂອງແມ່ລ້ຽງດ່ຽວສຸດແນວ ນັກອອກແບບຕົບແຕ່ງພາຍໃນ Single Mom ສາຍ Art

ແບ່ງປັນ

“ສິ່ງທີ່ເຮັດໃຫ້ຂ້າມຜ່ານບັນຫາມາໄດ້ ກໍຄືຢ່າຄິດລົບ ຢ່າຄິດກັບໄປກັບມາ ເພາະການໃຊ້ທັດສະນະຄະຕິໃນແງ່ລົບຫຼາຍເກີນໄປ ຈະເຮັດໃຫ້ເຮົາເປັນທຸກ”

ໃຜທີ່ກຳລັງພົບເຈິບັນຫາ ທາງຕັນ ຄິດຫຍັງບໍ່ອອກ ມາໆ… ລອງມາອ່ານບົດຄວາມນີ້ແລ້ວຈະໄດ້ຮູ້ວ່າບໍ່ມີແຕ່ຄົນດຽວທີ່ກຳລັງພົບເຈິບັນຫາຢູ່ ເຮົາຂໍສະເໜີເລື່ອງລາວຂອງ ນັກອອກແບບຕົບແຕ່ງພາຍໃນສາວ (Interior) ຫຼື Single Mom ສາຍ Art ຂອງເຮົາ ນາງຊື່ວ່າ ຕຸ່ງຕິ່ງ ແສງສະຖຽນ ແລະລູກຊາຍ ເຄເຄ ອາຍຸ 2 ປີ ທີ່ເລືອກຫັນຫຼັງໃຫ້ບັນຫາຄອບຄົວ ດ້ວຍການຢ່າຮ້າງ ເພາະນາງຄິດວ່າຊີວິດເຮົາຄູ່ຄວນຢູ່ກັບສິ່ງທີ່ດີໆ ແລະເຮັດໃຫ້ເຮົາສົດຊື່ນ ສະນັ້ນ ເມື່ອຄົນສອງຄົນຢູ່ນຳກັນແລ້ວບໍ່ເຂົ້າໃຈກັນ ທຳຮ້າຍຈິດໃຈກັນ ເຮົາກໍຄວນແຍກທາງກັນ ເພື່ອຄວາມສະບາຍໃຈ ແຕ່ກໍຍັງຮ່ວມກັນປະຕິບັດໜ້າທີ່ພໍ່ແມ່ທີ່ດີຂອງລູກ ເຮັດໃຫ້ລູກມີຄວາມສຸກໄດ້

ສະຕິຕ້ອງມາ ປັນຍາຈຶ່ງເກີດ 

ແມ່ຍິງເຮົາເມື່ອພົບກັບມໍລະສຸມຊີວິດ ທີ່ຊັດເຂົ້າມາພ້ອມກັນທຸກທິດທາງ ໃນຈຸດນັ້ນ ແນ່ນອນວ່າຄວາມທໍ້ຖອຍ ທຸກໃຈ ໂສກເສົ້າ ມັນຕ້ອງມາເປັນ Package ຕຸ່ງຕິ່ງ ກໍເຊັ່ນກັນໃນສະຖານະການທີ່ບັນຫາເຂົ້າມາພ້ອມໆກັນ ເມື່ອຢູ່ນຳກັນບໍ່ໄດ້ ຕ້ອງຕັດສິນໃຈຢ່າຮ້າງ ເປັນເວລາດຽວກັນ ທີ່ ນ້ອງເຄເຄ ໄດ້ເກີດມາເບິ່ງໂລກ ໃນເມື່ອທາງເລືອກຈຳກັດ ຕຸ່ງຕິ່ງ ຈຶ່ງຕ້ອງຕັ້ງ “ສະຕິ” ໃຫ້ໄດ້ໄວທີ່ສຸດ ເພາະມີອີກຊີວິດຕ້ອງປົກປ້ອງ ນາງຕ້ອງຫອບລູກນ້ອຍອອກມາ ໃນສະພາບທີ່ບໍ່ຟູມຟາຍ ຕ້ອງວາງແຜນຕັ້ງຕົນຕັ້ງໂຕ ວາງທິດທາງລ້ຽງລູກ ວ່າຈະເຮັດແນວໃດຕໍ່ໄປ ບໍ່ແມ່ນມານັ່ງໂທດອີກຝ່າຍໜຶ່ງວ່າ ຂ້ອຍຖືກເຈົ້າຜິດ ຫຼືຍາດກັນເປັນຝ່າຍຖືກ ແຕ່ຕ້ອງຍອມຮັບບັນຫາ ແລະໄປຕໍ່ໃຫ້ໄດ້ ໃນພາວະທີ່ສັບສົນທາງອາລົມ ແລະຄວາມຄິດ ຂອງແມ່ຍິງທີ່ເກີດລູກໃໝ່ທີ່ ຮໍໂມນ ກຳລັງປັບຕົວ ຕຸ່ງຕິ່ງ ຍອມຮັບວ່າໄດ້ກຳລັງໃຈຈາກພໍ່ແມ່ຫຼາຍ ເພິ່ນຊ່ວຍໃຫ້ສະຕິແກ່ລູກສາວ

ຂ້ອຍບໍ່ແມ່ນຄົນດຽວທີ່ເຈິບັນຫາແບບນີ້

ນອກຈາກກຳລັງໃຈຈາກພໍ່ແມ່ແລ້ວ ການປັບທັດສະນະຄະຕິ ແລະໃຫ້ກຳລັງໃຈຕົນເອງກໍສຳຄັນ ເພາະເປັນແມ່ຕ້ອງເຂັ້ມແຂງ ຕຸງຕິ່ງ ບອກຕົນເອງວ່າ ເຮົາຕ້ອງຜ່ານໄປໃຫ້ໄດ້ ເຮົາບໍ່ແມ່ນຄົນດຽວທີ່ເຈິກັບບັນຫາແບບນີ້ ເຖິງວ່າການຢ່າຮ້າງບໍ່ແມ່ນເລື່ອງທີ່ດີ ໃນຄວາມຄິດຂອງນາງ ແລະບໍ່ຂໍແນະນຳຕໍ່ ຖ້າເລືອກໄດ້ ກໍຂໍເລືອກຮັກສາສະຖາບັນຄອບຄົວກ່ອນ ແຕ່ໃນກໍລະນີຂອງ ຕຸ່ງຕິ່ງ ມັນມາຮອດທາງຕັນ ຮອດຈຸດທີ່ຕ້ອງຕັດສິນໃຈ ເອົາຕົນເອງ ແລະລູກອອກມາຈາກບັນຫາ ເພາະນາງເອງກໍເປັນສາວແນວ Art ອອກແນວຫົວດື້ ເຂົ້າໃຈຍາກ ແລະບໍ່ຍອມຢູ່ກັບສິ່ງທີ່ບໍ່ດີຕໍ່ໃຈ ເພາະມັນເຮັດໃຫ້ຊີວິດຂອງ ຕຸ່ງຕິ່ງ ບໍ່ສົດຊື່ນ ເຮັດວຽກກໍບໍ່ໄດ້ມີປະສິດທິພາບ .. ຈັ່ງແມ່ນນາງຮັກແລະເຫັນຄຸນຄ່າຕົນເອງ ສົມເປັນ Single Mom 2017 ເດ້

ຕ້ອງເຮັດວຽກ ຫາເງິນ ຈຶ່ງບໍ່ເສຍແນວຄິດ

“ອຸ້ຍ ເປັນຕາອິຕົນ ຫອບລູກນ້ອຍອອກມາ……” “ຕ້ອງໃຫ້ໄດ້ຜົວໃໝ່ ລວຍລື່ນຄົນເກົ່າເດີ້” ເປັນຄໍາແນະນໍາຈາກຄົນອ້ອມຂ້າງ ເພາະຕຸ່ງຕິ່ງເລືອກທີ່ຈະບໍ່ສົນໃຈ ພຽງແຕ່ຕັ້ງໃຈເບິ່ງລູກເຮັດວຽກເພື່ອຮັບຜິດຊອບຄ່າໃຊ້ຈ່າຍກໍພຽງພໍແລ້ວ… ການເປັນແມ່ຮ້າງ ໃນສັງຄົມແບບລາວໆ ຫຼີກລ່ຽງສຽງນົກສຽງກາ ສຽງຊຸບຊິບນິນທາ ທີ່ບັ່ນທອນກຳລັງໃຈບໍ່ໄດ້ຢູ່ແລ້ວ ຕຸ່ງຕິ່ງ ຈຶ່ງເລືອກບໍ່ໃສ່ໃຈ ບໍ່ຟັງ ເພາະຫາກໄປນັ່ງສົນໃຈຄຳຄົນ ມັນຈະບໍ່ມີມື້ຈົບ ແລະຕົວເຮົາກໍໄປບໍ່ຮອດໃສຈັກເທື່ອ ສະນັ້ນ ຕຸ່ງຕິ່ງ ຈຶ່ງເລືອກສົນໃຈແຕ່ເລື່ອງຂອງຕົນເອງ ນອກຈາກນັ້ນ ກໍຕ້ອງເຮັດວຽກ ອອກໄປພົບປະຜູ້ຄົນ ຕ້ອງມີລາຍຮັບ ເພື່ອບໍ່ໃຫ້ເສຍແນວຄິດ ເພາະຖ້າຢູ່ລ້າໆ ຈະເຮັດໃຫ້ຄິດຫຼາຍ ແມ່ຍິງທີ່ເກີດລູກໃໝ່ ແລະມີບັນຫາຄອບຄົວ ເລື່ອງທີ່ຕ້ອງລະວັງທີ່ສຸດແມ່ນ ເສຍແນວຄິດ  ຍິ່ງ ນ້ອງເຄເຄ ສຸຂະພາບບໍ່ຄ່ອຍດີ ເປັນພູມແພ້ນົມງົວ ລາວຈະກິນອາຫານປົກກະຕິບໍ່ໄດ້ ເປັນຄົນແພ້ງ່າຍ ແພ້ອາກາດ ຕ້ອງໃຊ້ເງິນປິ່ນປົວຫຼາຍພໍສົມຄວນ ເພາະຕ້ອງໄປຫາໝໍຕະຫຼອດ ກິນຫຍັງກໍຕ້ອງໄດ້ລະວັງ ເພາະລາວແພ້ອາຫານນຳ ແພ້ປາ ແພ້ໄຂ່ ແພ້ໝາກອຶ ແພ້ພືດທີ່ເປັນໃບຄັນໆຄາຍໆ ໃບພືດທີ່ມີຂົນ ຖ້າກິນເຂົ້າໄປຈະມີອາການຄັນ ຫາຍໃຈຝືດ ຜູ້ເປັນແມ່ຍິ່ງຕ້ອງເຮັດໜ້າທີີ່ໜັກຂຶ້ນຫຼາຍເທົ່າ ຈັ່ງໃດກໍສູ້ໆເດີ້ ທີມງານຂວັນໃຈເປັນກຳລັງໃຈໃຫ້

ເດັກທີ່ມີຄວາມສຸກ ຈະເປັນເດັກທີ່ສະຫຼາດ     

ຕຸ່ງຕິ່ງ ຄິດວ່າ ຄວາມສະຫຼາດຂອງລູກ ຂຶ້ນກັບຄວາມສຸກທີ່ລາວມີຮ່ວມກັບແມ່ ເກີດຈາກສິ່ງທີ່ເຮົາປ່ອຍໃຫ້ລາວເຮັດ ໃຫ້ລາວລອງ ເຊື່ອວ່າມັນຕ້ອງເປັນໄປຕາມທຳມະຊາດ ອາດບໍ່ຈຳເປັນຕ້ອງພາລາວໄປເຂົ້າໂຮງຮຽນແພງໆ ແລະ ຕຸ່ງຕິ່ງ ຈະໃຫ້ອິດສະຫຼະກັບລູກ ບໍ່ວ່າລາວຢາກເຮັດ ຢາກເປັນຫຍັງ ກໍຈະສະໜັບສະໜູນລາວ ເພາະນາງກໍຖືກລ້ຽງມາແບບນີ້ເຊັ່ນກັນ ຢາກຮຽນຫຍັງກໍໄດ້ຮຽນ ຢາກຫຼິ້ນກິລາກໍໄດ້ຫຼິ້ນ ບໍ່ວ່າຈະເປັນ ເທຄວັນໂດ ຫຼື ຣັກບີ້ ພໍ່ແມ່ເພິ່ນໃຫ້ເຮົາລອງເຮັດທຸກຢ່າງດ້ວຍຕົນເອງ ເຊິ່ງກໍເຮັດໃຫ້ເຮົາຮູ້ສຶກພູມໃຈໃນຕົນເອງ ແລະຮູ້ສຶກວ່າຕົນເອງມີຄຸນຄ່າ ນາງຈຶ່ງຢາກໃຫ້ສິ່ງດຽວກັນນີ້ກັບລູກ

ຄິດບວກຕໍ່ບັນຫາ ແລະເຫັນຄຸນຄ່າຕົນເອງ

ຈາກປະສົບການຂອງ ຕຸ່ງຕິ່ງ ສິ່ງທີ່ເຮັດໃຫ້ນາງຂ້າມຜ່ານບັນຫາມາໄດ້ ກໍຄືຢ່າຄິດລົບ ຢ່າຄິດກັບໄປກັບມາ ເພາະການໃຊ້ທັດສະນະຄະຕິໃນແງ່ລົບຫຼາຍເກີນໄປ ຈະເຮັດໃຫ້ເຮົາເປັນທຸກ ຢ່າເບິ່ງອີກຝ່າຍວ່າເຂົາຮ້າຍກາດ ເຮົາຕ້ອງຫຼຸດທິດຖິລົງມາ ປ່ອຍວາງ ເພື່ອໃຫ້ເຮົາຍ່າງໄປທາງໜ້າໄດ້ ເຮົາຕ້ອງເຊື່ອວ່າ ມີສິ່ງທີ່ດີກວ່າລໍຖ້າເຮົາຢູ່ຂ້າງໜ້າ ສຳຄັນທີ່ສຸດແມ່ນ ໃຫ້ຫຼຽວຄືນມາເບິ່ງພໍ່ແມ່ວ່າເພິ່ນຮັກເຮົາ ເຮົາກໍຕ້ອງຮັກ ແລະເຫັນຄຸນຄ່າຕົນເອງ ຕ້ອງຄິດວ່າເຮົາຄູ່ຄວນກັບຄວາມສຸກ ກັບຊີວິດທີ່ດີກວ່າ

ຝາກທ້າຍ:

“ຈົ່ງພູມໃຈທີ່ໄດ້ເປັນແມ່ ບໍ່ວ່າຈະຢູ່ໃນສະຖານະໃດກໍຕາມ ເພາະລູກຄືຂອງຂວັນວິເສດ ສິ່ງດຽວທີ່ເປັນສິ່ງຍຶດໜ່ຽວໃກ້ເຮົາບໍ່ທໍ້ກໍຄືຮອຍຍິ້ມຂອງລູກ”

FB: Toungting Souivanisavong

(ສາມາດຕິດຕາມເລື່ອງລາວຕໍ່ໄປຂອງ Single Mom ຄົນຕໍ່ໄປໄດ້ໄວໆນີ້…)

ແບ່ງປັນ