Breaking News

ຢາກໄດ້ໄປເຄົ້າດາວນຳເດ້! ຊ່າງມາດີຕໍ່ໃຈ ມາຮູ້ຈັກອ້າຍບ່າວຕ້ອນຮັບເທິງຍົນສຸດ Hot ໂດ່ງດັງໄກເຖິງເພສດັງປະເທດເພື່ອນບ້ານ!!!

ແບ່ງປັນ

ຢາກໄດ້ໄປເຄົ້າດາວນຳເດ້! ຊ່າງມາດີຕໍ່ໃຈ (555) ມາຮູ້ຈັກອ້າຍບ່າວສຸດ Hot…ພະນັກງານຕ້ອນຮັບເທິງເຮືອບິນ (Fight attendant) ຫຼື ສະຈວດຂອງສາຍການບິນດັງ ໝຸ່ມລາວທີ່ໄປໂດ່ງດັງໄກເຖິງເພສດັງປະເທດເພື່ອນບ້ານ, ໃນຊ່ວງຕົ້ນເດືອນທີ່ຜ່ານມາມີເພສດັງຂອງປະເທດເພື່ອນບ້ານ ໄດ້ໂພສຮູບພາບໜຸ່ມສະຈວດລາວທີ່ມີໜ້າຕາ ຮູບຮ່າງ ສຸດເຈົ້າຊູ້ ຈົນເກີດເປັນກະແສໂດ່ງດັງເຮັດໃຫ້ຫຼາຍຄົນສົງໃສວ່າ ໜຸ່ມຄົນນີ້ແມ່ນໃຜນໍ້… ຊະນີIndy ຂໍຈັດໃຫ້ເອົາໃຈສາວໆ ທັງສາວແທ້ສາວທຽມ ມາຮູ້ຈັກກັບໜຸ່ມສະຈວດສຸດເຈົ້າຊູ້ຄົນນີ້ກັນເລີຍ ແຖມຍັງເຈາະເລິກສະເປັກສາວຂອງທ້າວມາຝາກ ແລະ ທ້າວຍັງບອກວ່າເປັນຄົນທີ່ມັກຖືກສາວຫັກອົກຕະຫຼອດວ່າຊັ້ນເດ້ (ໂອ້ຍ!!! ດູຕົນເດ້) ອ໊າຍຍຍ… ຢາກຮູ້ເລື່ອງລາວຂອງໜຸ່ມຄົນນີ້ແລ້ວແມ່ນບໍ່ ມາໆ…ນຳມາຕິດໆເລີຍໄວໆ!!!

 

 

ອ້າຍບ່າວສະຈວດ ອານົນສິດ ຈຸນລະມຸນຕີ ຫຼື ເບັນ ເຈົ້າຂອງຕໍາແໜ່ງໜຸ່ມບຸກຄະລິກດີຈາກເວທີ Lao Super Model 2016. ສາວໆເຫັນແລ້ວໃຈລະລາຍພຸ້ນແຫຼະ ເພາະເບິ່ງແລ້ວເຍົ້າຍວນໃຈຈົນຢາກນອນຊົບເອິກເພິ່ນເລີຍ 555. ສະນັ້ນ, ກ່ອນອື່ນຂໍແນະນຳໃຫ້ທຸກໆຄົນໄດ້ຮູ້ຈັກກັບອ້າຍບ່າວຄົນນີ້ ພ້ອມທັງໜ້າທີ່ວຽກງານຂອງເພິ່ນ ເພາະໜຸ່ມ ເບັນ ໄດ້ມາເປີດໃຈໃຫ້ສຳພາດແບບເຈາະເລິກເລີຍ ເພາະເຮົາຮູ້ວ່າ “ຜູ້ບ່າວສະຈວດເປັນຄວາມໃຝ່ຝັນຂອງແມ່ຍິງຫຼາຍໆຄົນແມ່ນບໍ່? ໜຶ່ງໃນນັ້ນລວມທັງ ຊະນີIndy (555) ທີ່ຢາກຈະມີຄົນຮັກທີ່ທັງໜ້າຕາດີ, ຫຸ່ນດີ, ອາຊີບວຽກງານດີແບບນີ້”. (ຖາມໄປ ເຂີນໄປເອງ!!!)

ຊ່ວຍເລົ່າໃຫ້ຟັງແນ່! ກ່ອນເຮັດອາຊີບນີ້

ທຳອິດ ເບັນ ກໍຍັງບໍ່ທັນໄດ້ຄິດ ຫຼືວາງແຜນໄວ້ວ່າຈະໄດ້ມາເຮັດວຽກນີ້. ແຕ່ຫຼັງຈາກຈົບການສຶກສາປະລິນຍາຕີຢູ່ວິທະຍາໄລ ເສດຖາບໍລິຫານທຸລະກິດ ປີ 2014. ຄອບຄົວໂດຍສະເພາະພໍ່ ຢາກໃຫ້ເຮັດວຽກກັບສາຍການບິນ ໂດຍສະເພາະແມ່ນເປັນ ພະນັກງານຕ້ອນຮັບໃນຍົນ ເພາະເງິນເດືອນສູງ ແລ້ວຍັງມີໂອກາດເດີນທາງທ່ອງທ່ຽວໄປຫຼາຍໆປະເທດ ໂດຍບໍ່ເສຍເງິນອີກ ຈຶ່ງແນະນຳໃຫ້ ເບັນ ສະໝັກສອບເສັງລອງເບິ່ງ ແລະ ເບັນ ກໍຄິດວ່າໜ້າສົນໃຈ ຢາກລອງເບິ່ງ ດ້ວຍທັກສະພາສາອັງກິດ ແລະບຸກຄະລິກທ່າທາງທີ່ມີສະເໜ່ຂະໜາດນີ້ ແນ່ນອນວ່າ ເບັນ ເສັງຜ່ານ ໄດ້ເປັນສະຈວດ ຫຼືພະນັກງານຕ້ອນຮັບໃນຍົນຕາມທີ່ຫວັງ. ຈາກນັ້ນ, ກໍໄດ້ເຂົ້າອົບຮົມຫຼັກສູດເພື່ອກຽມພ້ອມເຮັດວຽກເທິງຍົນ ໄລຍະ 3 ເດືອນ ໂດຍສະເພາະແມ່ນຕ້ອງຮູ້ກ່ຽວກັບລະບົບຕ່າງໆຂອງສາຍການບິນ ຈຶ່ງໄດ້ເຮັດວຽກຕົວຈິງ. ປັດຈຸບັນ, ເບັນ ເຮັດວຽກນີ້ຮອດ 3 ປີແລ້ວເດີ້

ເຫັນ ເບັນ ໜ້າຕາດີແບບນີ້ ຖືກສາວໆຫັກອົກເປັນປະຈຳວ່າຊັ້ນນ! 555

ເບັນໄດ້ເລົ່າໃຫ້ຟັງວ່າ ສະໄໝຕອນຮຽນມັດທະຍົມ ຖືກສາວໆຫັກອົກຕະຫຼອດ! (ແຕ່ເພິ່ນບໍ່ຂໍບອກວ່າຍ້ອນຫຍັງ ປິດເປັນຄວາມລັບ) ເບັນ ໄດ້ບອກວ່າ ແມ່ຍິງ ທີ່ຈະມາເປັນຄູ່ຊີວິດແມ່ນບໍ່ໄດ້ເນັ້ນເລື່ອງຄວາມງາມ ແຕ່ຕ້ອງເປັນຄົນທີ່ມີຮອຍຍິ້ມໜ້າຮັກ ຢູ່ນໍາແລ້ວມີຄວາມສຸກ ຕະຫຼົກເຮຮາ ມັກມ່ວນ, ເຂົ້າກັບຄອບຄົວ ແລະ ໝູ່ເພື່ອນຂອງ ເບັນ ໄດ້ມັກສາວທີ່ແຕ່ງຕົວທຳມະດາ ບໍ່ໂອເວີ່ ຟຸ້ງຟິ້ງ ບໍ່ມັກຜູ້ຍິງແຕ່ງຕົວ Sexy, ບໍ່ມັກຜູ້ຍິງທີ່ສັນຍາກຳ ເພາະເປັນທຳມະຊາດກໍມີຄວາມງາມຢູ່ແລ້ວ ຜູ້ຍິງທີ່ສັນຍາກຳບໍ່ແມ່ນແມ່ຂອງລູກ ເບັນ ເດີ້

 

 

ແຮງບັນດານໃຈໃນການເຮັດວຽກນີ້!

ເຫັນໜ້າຕາເປັນຕາແພງແບບນີ້ ເບັນ ເປັນຄົນມັກຄວາມທ້າທາຍເດີ້ ມັນເລີຍຖືກກັບວຽກສະຈວດທີ່ມີຄວາມທີ່ທ້າທາຍໃຈສູງ ທ້າທາຍຕັ້ງແຕ່ຄິດຈະສະໝັກ ເພາະເພິ່ນຕັ້ງເງື່ອນໄຂ ມາດຕະຖານສູງ ສຸຂະພາບຕ້ອງດີ ຈົນເລີ່ມເຂົ້າສອບເສັງ ກໍຕ້ອງເກັ່ງພາສາອັງກິດ ຕ້ອງມີທັກສະແກ້ໄຂບັນຫາສະເພາະໜ້າ ເມື່ອເກີດເຫດສຸກເສີນ ແລະ ຍັງທ້າທາຍທຸກໆຄັ້ງທີ່ຍົນຫວິດພື້ນດິນ ເພາະເຮົາຕ້ອງຮັບຜິດຊອບຊີວິດຜູ້ໂດຍສານ ທີ່ມາໃຊ້ບໍລິການສາຍການບິນເຮົາ ໃຫ້ມີຄວາມປອດໄພ, ມີຄວາມສຸກ ແລະ ປະທັບໃຈ. ອີກຢ່າງ ລາຍໄດ້ກໍຖືວ່າດີ, ມີສະຫວັດການດີ, ມີກຽດໃນສັງຄົມ ໄດ້ຮູ້ຈັກຫຼາຍໆຄົນ, ໄປເຫັນໄດ້ໄປທ່ອງທ່ຽວຫຼາຍບ່ອນ, ຫຼາຍປະເທດ ແລະຍັງມີສິດທິພິເສດ ປີ 1 ພະນັກງານຈະໄດ້ປີ້ຟຣີ ພາຍໃນປະເທດ 1 ປີ້, ຕ່າງປະເທດ 1 ປີ້ ແລະ ຍັງມີສ່ວນຫຼຸດລາຄາປິ້ຍົນ ສຳລັບສະມາຊິກຄອບຄົວນຳອີກ

ຝາກທ້າຍ: ຖ້າໝູ່ເພື່ອນຄົນໄດ້ເດີນທາງຖ້າເຫັນ ເບັນ ກໍທັກທາຍກັນໄດ້ ບໍ່ໄດ້ຂີ້ຄຸຍເດີ້ (ຍິ້ມ…) ສໍາລັບວຽກໃນວົງການບັນເທີງທີ່ຢາກເຮັດນອກຈາກການເດີນແບບແລ້ວ ຖ້າເປັນໄປໄດ້ກໍຢາກທົດລອງເປັນນັກສະແດງ ຮູບເງົາ ຫຼື MV ເພງ ຖ້າໃຜສົນໃຈກໍຕິດຕໍ່ມາຫາ ເບັນ ແດ່ເດີ້.

ຂໍຂອບໃຈຂໍ້ມູນຈາກ: ວາລະສານ ຂວັນໃຈ ສະບັບເດືອນ ສິງຫາ 2017

ສາມາດຕິດຕາມອ້າຍບ່າວເບັນໄດ້ທີ່: Anonsith Chounlamountry

ຮູບພາບບາງສ່ວນ: หนูน้อยบนยอดเขาอันหนาวเหน็บ

ແບ່ງປັນ