Breaking News

ຄວາມຮັກບໍ່ຈໍາເປັນຕ້ອງເລືອກລະຫວ່າງ ສະໝອງ ຫຼື ຫົວໃຈ

ແບ່ງປັນ

ຂ້າພະເຈົ້າເຊື່ອວ່າທຸກຄົນ ຕ້ອງເຄີຍຜ່ານການມີຄວາມຮັກມາແລ້ວ ສ່ວນຕົວຂ້າພະເຈົ້າເອງເຊື່ອວ່າ ການເລືອກຄູ່ຊີວິດ ເຮົາຕ້ອງໃຊ້ສະໝອງ ແລະ ຫົວໃຈຄວບຄູ່ກັນໄປໃນເວລາດຽວກັນ ເພາະຫົວໃຈຈະຖືກສັ່ງດ້ວຍສະໝອງ ຄວາມຮັກກໍເຊັ່ນກັນ ຈະຖືກສັ່ງດ້ວຍຄວາມຮູ້ສຶກຂອງມະນຸດທຸກຄົນ ມັນເປັນໄປບໍ່ໄດ້ທີ່ເຮົາຕ້ອງເລືອກລະຫວ່າງ ສະໝອງ ຫຼື ຫົວໃຈມາຕັດສິນວ່າຈະເລືອກໃຜມາເປັນຄູ່ຊີວິດ

ຍ້ອນວ່າການເລືອກຄົນໆໜຶ່ງໃຫ້ເຂົ້າມາໃຊ້ຊີວິດຢູ່ຮ່ວມກັບເຮົາ ແມ່ນຕ້ອງຄິດໃຫ້ດີກ່ອນຢູ່ແລ້ວ ສ່ວນທາງດ້ານຂອງຫົວໃຈກໍຕ້ອງເປັນອີກສ່ວນຫໜຶ່ງໃນການເລືອກຄູ່ ເພາະເຮົາເອົາແຕ່ສະໝອງຄິດຢ່າງດຽວມັນກໍເປັນໄປບໍ່ໄດ້ ເຮົາຕ້ອງໃຊ້ຄວາມຮູ້ສຶກໃນການຊ່ວຍຕັດສິນໃຈເຊັ່ນກັນ ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຍັງເຊື່ອວ່າການເລືອກໃຜຈັກຄົນເຂົ້າມາໃຊ້ຊີວິດຢູ່ຮ່ວມກັນມັນຕ້ອງໃຊ້ ສະໝອງແລະຫົວໃຈໄປພ້ອມໆກັນໃນການເລືອກຄູ່ ຂ້າພະເຈົ້າຂໍເລົ່າເຖິງປະສົບການທີ່ເຄີຍຜ່ານມາໃນຊີວິດໃຫ້ຟັງ.

ເລື່ອງມັນເລີ່ມຕົ້ນຈາກຂ້າພະເຈົ້າເປັນຄົນຫຼາຍໃຈ ຂ້ອຍມັກໃຊ້ຊີວິດແບບເລີກກັບຄົນນັ້ນບໍ່ດົນກໍລົມຄົນໃໝ່ ເປັນແບບນີ້ມາຕະຫຼອດ ຈົນມີມື້ໜຶ່ງ ຂ້ອຍໄດ້ພົບກັບຊາຍຄົນໜຶ່ງທີ່ເປັນໝູ່ຂອງໝູ່ໃນກຸ່ມທີ່ຮຽນ ພາກພາສາອັງກິດ ທຸກຄັ້ງທີ່ເຮົາລົມກັນ ກໍມັກລົມບໍ່ຢຸດບໍ່ເຊົາ ແຕ່ລາວເປັນຄົນທີ່ບໍ່ມັກລົມ ຂ້ອຍຂໍແທນຊື່ລາວວ່າ: ສ ເນາະ! ຂ້ອຍມັກຈະຊວນ ສ ໂອ້ລົມຢູ່ຕະຫຼອດເວລາ ເພາະ ສ ເປັນຄົນເວົ້າບໍ່ເກັ່ງ ຈົນເຮົາໄດ້ໄປໃສມາໃສນໍາກັນຫຼາຍຂຶ້ນ ຂ້ອຍເລີຍຕັດສິນໃຈຖາມ ສ ວ່າ: ຮູ້ສຶກແນວໃດກັບຂ້ອຍ ເພາະຂ້ອຍຄົງຖ້າໃຫ້ ສ ເປັນຝ່າຍຖາມຄືຈະຍາກ ຍ້ອນລາວບໍ່ມັກປາກ ແລະ ເປັນຄົນເສີຍໆ ແລະ ສ ກໍຕອບວ່າ ລາວຮູ້ສຶກດີກັບຂ້ອຍຄືກັນ ຫຼັງຈາກນັ້ນ ເຮົາສອງຄົນຈຶ່ງຄົບກັນມາ ຂ້ອຍຮູ້ສຶກວ່າ ສ ເຂົ້າໃຈຂ້ອຍທຸກເລື່ອງ ແຕ່ການເຂົ້າໃຈໃນແບບຂອງ ສ ນີ້ລະ ເຮັດໃຫ້ມີບັນຫາ ດ້ວຍຄວາມເສີຍຊາຂອງ ສ ໃນເວລາທີ່ຂ້ອຍມີບັນຫາແລ້ວໂທໄປຫາ ສ ຫຼື ປຶກສາ. ສ ກໍຈະບອກຕະຫຼອດວ່າຈະໃຫ້ລາວເຮັດແບບໃດລະ? ສ ຮັບຟັງຂ້ອຍທຸກເລື່ອງ ແຕ່ບໍ່ມີການສະແດງຄວາມຮູ້ສຶກ ຫຼື ຄວາມຄິດເຫັນ ຫຼື ຄໍາເວົ້າໃດໆຈາກປາກລາວເລີຍ ຈົນຂ້ອຍໄດ້ຮູ້ຈັກກັບລຸ້ນອ້າຍໃນກຸ່ມທີ່ຮຽນຢູ່ ມ.ຊ ລາວເປັນຄົນທີ່ອາລົມດີ ຂ້ອຍກໍມັກເຂົ້າໄປໂອ້ລົມກັບລາວ ຂ້ອຍບໍ່ໄດ້ຄິດຫຍັງຫຼາຍ ຄິດພຽງວ່າລົມແລ້ວກໍມ່ວນດີ ຫຼັງຈາກນັ້ນລາວກໍມາບອກວ່າມັກຂ້ອຍ ເມື່ອຂ້ອຍໄດ້ຟັງຄໍານັ້ນຂ້ອຍກໍຕົກໃຈຢ່າງແຮງ ຫົວໃຈເຕັ້ນຜິດປົກກະຕິ ແຕ່ກໍບໍ່ໄດ້ປະຕິເສດລາວເລີຍ ເພາະວ່າຕອນນັ້ນຂ້ອຍກໍາລັງຮູ້ສຶກຕ້ອງການໃຜຈັກຄົນ ທີ່ຢູ່ຂ້າງໆ ຂ້ອຍເລີ່ມສະນິດກັບລຸ້ນອ້າຍຫຼາຍຂຶ້ນ ໄດ້ໄປທ່ຽວນໍາກັນຫຼາຍຂຶ້ນ ແລ້ວຂ້ອຍກໍຄົບຜູ້ຊາຍທັງ 2 ຄົນໃນເວລາວດຽວກັນ ເພາະຕອນນັ້ນຂ້ອຍຮູ້ສຶກວ່າຂ້ອຍເລີກກັບ ສ ໄປແລ້ວຍ້ອນຄວາມເສີຍຊາຕໍ່ກັນ ແລະຈິດໃຈຂອງຂ້ອຍກໍຕ້ອງການໃຜຈັກຄົນ ຂ້ອຍຄົບກັບຜູ້ຊາຍ 2 ຄົນແບບນີ້ປະມານ 3 ເດືອນ ສ່ວນ ສ ບໍ່ຮູ້ວ່າຂ້ອຍມີຄົນອື່ນ ແຕ່ລຸ້ນອ້າຍ ຮູ້ວ່າຂ້ອຍມີແຟນຢູ່ແລ້ວ ຍ້ອນວ່າເວລາທີ່ຂ້ອຍມີບັນຫາ ຂ້ອຍມັກຈະລົມສູ່ລຸ້ຍອ້າຍຟັງສະເໝີ ລວມທັງເລື່ອງຂ້ອຍກັບ ສ ທີ່ມີບັນຫາກັນຢູ່.

ເມື່ອເວລາຜ່ານໄປດົນເຂົ້າ ລຸ້ນອ້າຍເລີ່ມຖາມວ່າເປັນຫຍັງຄືຍັງບໍ່ເລີກກັບ ສ ຈັກເທື່ອ ຂ້ອຍພະຍາຍາມແກ້ບັນຫາໃນເລື່ອງນີ້ ແຕ່ໃນທີ່ສຸດກໍເຮັດໃຫ້ຜູ້ຊາຍດີໆ ທັງສອງຄົນທີ່ຮັກຂ້ອຍທີ່ສຸດເສຍໃຈ ໃນເວລາທີ່ຂ້ອຍຫ່າງກັບ ສ ຂ້ອຍກໍໄດ້ພະຍາຍາມງໍ້ລາວ ຍ້ອນວ່າ ສ ເປັນຄົນທີ່ຂ້ອຍໄດ້ເລືອກແລ້ວ ເຖິງບໍ່ໄດ້ເປັນຄົນຮັກກັນ ແຕ່ຂ້ອຍກໍພະຍາຍາມງໍ້ຢ່າງໜ້ອຍຂໍໃຫ້ໄດ້ເປັນພຽງໝູ່ກໍຍັງດີ ຕອນນັ້ນຂ້ອຍລໍາບາກໃຈຫຼາຍເພາະຂ້ອຍບໍ່ກ້າບອກຄວາມຈິງວ່າຂ້ອຍກໍາລັງຄົບຜູ້ຊາຍສອງຄົນໃຫ້ ສ ຟັງ ຈົນສຸດທ້າຍຂ້ອຍກໍໄດ້ຕັດສິນໃຈບອກຄວາມຈິງ ແລ້ວ ສ ກໍໃຫ້ໂອກາດຂ້ອຍ ໂດຍການໃຫ້ຂ້ອຍຕັດສິນໃຈເລືອກລະຫວ່າງ ສ ກັບລຸ້ນອ້າຍ ຂ້ອຍຈະເລືອກໃຜ ຂ້ອຍໄດ້ບອກກັບ ສ ວ່າ: “ຕະຫຼອດເວລາຂອຍຖ້າໂອກາດທີ່ຈະກັບໄປຄົບ ສ ແຕ່ມາມື້ນີ້ ລຸ້ນອ້າຍໄດ້ເຂົ້າມາເປັນສ່ວນໜຶ່ງໃນຊີວິດຂອງຂ້ອຍແລ້ວ” ຂ້ອຍໄດ້ຕັດສິນໃຈບອກ ສ ໄປແບບນັ້ນ ຍ້ອນວ່າຂ້ອຍໄດ້ຮັກລຸ້ນອ້າຍໄປແລ້ວ ລຸ້ນອ້າຍເປັນຄົນທີ່ຂ້ອຍເລືອກທີ່ຈະໃຊ້ຊີວິດຮ່ວມກັນໄປຕະຫຼອດ ນີ້ແມ່ນຄັ້ງທໍາອິດທີ່ຂ້ອຍຕັດສິນໃຈໂດຍບໍ່ຈໍາເປັນຕ້ອງໃຊ້ ສະໝອງ ຫຼື ຫົວໃຈ ເລືອກ ເພາະຂ້ອຍໄດ້ໃຊ້ທັງສອງຢ່າງນີ້ຕັດສິນໃຈເລືອກຜູ້ຊາຍຄົນນີ້ເຂົ້າມາເປັນອີກສ່ວນໜຶ່ງຂອງຊີວິດຂ້ອຍແລ້ວ.

ໂດຍ: Airline

ແບ່ງປັນ