Breaking News

So cute! ຢ່າຢ່າ ອຸຣັດສະຍາ ໂພສ ແລະ ເວົ້າເຖິງສະຖານທີ່ໃນ ຫຼວງພະບາງ ແບບນີ້!!!

ແບ່ງປັນ

ຫຼັງຈາກມີຂ່າວຂອງສາວ ຢ່າຢ່າ ອຸຣັດສະຍາ ສະເປີເບີນ ນັກສະແດງສາວແຖວໜ້າຂອງປະເທດເພື່ອນບ້ານ ໄດ້ມີໂອກາດເດີນທາງມາຢ້ຽມຢາມ ແຂວງ ຫຼວງພະບາງ ປະເທດລາວຂອງ ເຮົາໃນຊ່ວງເທດສະການຄຣິດມາດ ແລະ ປີໃໝ່ ພ້ອມຄອບຄົວ, ຫຼ້າສຸດ ຢ່າຢ່າ ກໍໄດ້ໂພສຮູບພາບເພື່ອບອກໃຫ້ອ້າຍ ເອື້ອຍ ນ້ອງຮ່ວມວົງການ ແລະ ແຟນໆຂອງນາງວ່າ: “ມາຫຼວງພະບາງຕ້ອງມາຖ່າຍທີ່ນີ່!! ຕາມຮອຍພີ່ດາກັບພີ່ແໝ່ມ ? #xiengtongtemple” ເຊິ່ງສະຖານທີ່ດັ່ງກ່າວທີ່ ຢ່າຢ່າ ເວົ້າເຖິງກໍຄື “ວັດຊຽງທອງ” ເຮັດໃຫ້ມີແຟນຄລັບທັງລາວ ແລະ ໄທ ເຂົ້າມາສະແດງຄວາມຄິດເຫັນຮູບພາບນີ້ເປັນຈຳນວນຫຼວງຫຼາຍ…

ຢ່າງໃດກໍຂໍໃຫ້ເປັນທິບທ່ອງທ່ຽວທີ່ມ່ວນ ແລະ ເຕັມໄປດ້ວຍຄວາມປະທັບເດີ້ ຢ່າຢ່າ!!!

#ແຊຣໄປໃຫ້ໂລກຮູ້ໃຜໆກໍຢາກມາປະເທດລາວ 

ຮູບພາບ: urassayas

ແບ່ງປັນ