Breaking News

 ງາມຫຼາຍ! ໃສ່ສິ້ນໄໝບ່ຽງແພປານສາວລາວ ຢ່າຢ່າ ອຸຣັດສະຍາ ດາລາໄທ ນຸ່ງຊຸດໄໝລາວໃສ່ບາດທີ່ ຫຼວງພະບາງ

ແບ່ງປັນ

ງາມຫຼາຍໆເດ! ຢ່າຢ່າ ອຸຣັດສະຍາ ສະເປີເບີນ  ນັກສະແດງແຖວໜ້າຂອງປະເທດເພື່ອນບ້ານ ທີ່ເດີນທາງມາທ່ອງທ່ຽວ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ  ພ້ອມດ້ວຍຄອບຄົວ ເນື່ອງໃນໂອກາດວັນພັກຊ່ວງ ຄຣິດມາດ ແລະ ປີໃໝ່ ແລະ ຫຼ້າສຸດ ໃນວັນທີ 27 ທັນວາ 2017 ໃນອິນສະຕາແກຼມຂອງ ຢ່າຢ່າ ກໍໄດ້ໂພສຮູຸບພາບນຸ່ງສິ້ນໄໝ ບ່ຽງແພ ແບບປະເພນີລາວ ເພື່ອຮ່ວມເຮັດບຸນໃສ່ບາດຕ້ອນຮັບປີໃໝ່ ແລະ ກໍເປັນທຳນຽມທີ່ມາເມືອງມໍລະດົກໂລກກໍຕ້ອງໄດ້ເຮັດບຸນໃສ່ບາດເພື່ອຕ້ອນຮັບສິ່ງດີໆ ແລະ ນຳເອົາສິ່ງດີໆກັບໄປປະເທດຂອງຄົນທີ່ໄດ້ມາທ່ອງທ່ຽວເມືອງມໍລະດົກໂລກ

(ຢ່າຢ່າ ແລະ ເອື້ອຍ ຂອງນາງ ມາແບບສະຕາຍສາວລາວ ແຖມຍັງໃສ່ເກີບແຕະສະບາຍໆອີ່ຫລີ)

ເບິ່ງເຜີນໆຄິດວ່າແມ່ນສາວລາວ ແຕ່ເບິ່ງໄປເບິ່ງມາແມ່ນ ຢ່າຢ່າ ອຸຣັດສະຍາ ສະເປີເບີນ ຕົວນິ (555) ຂໍບອກເລີຍວ່າມີຄວາມໜ້າຮັກ ແລະ ງາມຫຼາຍໆເດີ້, ຢ່າງໃດກໍຂໍໃຫ້ເປັນທິບທ່ອງທ່ຽວທີ່ມ່ວນ ແລະ ເຕັມໄປດ້ວຍຄວາມປະທັບເດີ້ ຢ່າຢ່າ!!!

#ແຊຣໄປໃຫ້ໂລກຮູ້ໃຜໆກໍຢາກມາປະເທດລາວ 

ຮູບພາບ: urassayas

ແບ່ງປັນ