Breaking News

ເປັນກັນເອງ, ຕະຫຼົກເຮຮາ, ມັກໃຫ້ຄຳປຶກສາ ແລະ ມັກແລກປ່ຽນປະສົບການ

ແບ່ງປັນ

ເພັນມາລີ ມີຄວາມຮັກມັກດ້ານການບັນເທີງເປັນຊີວິດຈິດໃຈມາຕັ້ງແຕ່ນ້ອຍ ແລະ ມີປະສົບການທາງດ້ານນີ້ມາຫຼາຍປີ  ບໍ່ວ່າຈະເປັນເດີນແບບ, ຜູ້ບັນຍາຍ, ສະແດງລະຄອນ, ຜູ້ປະກາດຂ່າວ, DJ ລາຍການວິທະຍຸ, ພິທີກອນໂທລະພາບ ແລະ MC. ອີກທັງຍັງເປັນຜູ້ກໍ່ຕັ້ງ ບໍລິສັດ ທີ່ໃຫ້ບໍລິການດ້ານຜະລິດສື່ບັນເທີງ ຫຼື Production House ຍ້ອນມີຄວາມຮູ້ ຄວາມສາມາດ ແລະ ເຄີຍຜ່ານວຽກດ້ານນີ້ມາຫຼາຍກວ່າ 10 ປີ.

ຊື່: ນາງ ເພັນມາລີ ມ. ພົນເສນາ, ອາຍຸ 36 ປີ, ການສຶກສາ ຈົບປະລິນຍາຕີຄະນະອັກສອນສາດ, ຜູ້ອຳນວຍການ ບໍລິສັດ Chillax Productions ທັງເປັນຜູ້ອຳນວຍການຜະລິດ ແລະ ຜູ້ກຳກັບການສະແດງ

ຫາກທ່ານໃດສົນໃຈຢາກຮູ້ລາຍລະອຽດເພີ່ມຕື່ມກ່ຽວກັບຈຸດເລີ່ມຕົ້ນຂອງການກໍຕັ້ງບໍລິສັດ ແລະ ຊີວິດຂອງແມ່ຍິງຄົນນີ້ຫຼາຍຂຶ້ນ ທ່ານສາມາດອ່ານໄດ້ໃນ ວາລະສານຂວັນໃຈ ສະບັບ ເດືອນພະຈິກ 2016 ນີ້ ທີ່ ເອັມພອຍທຸກສາຂາທົ່ວປະເທດ

ແບ່ງປັນ