Breaking News

ປະໂທະ! ວັນໃໝ່ ທຳມະວົງ ໃຈກ້າໂພສທ່າຖ່າຍຮູບເລີດໆກັບ ນ້ອງ ໄທເກີ້

ແບ່ງປັນ

ມີໃຜກ້າແດ່ຍົກມືຂຶ້ນ! ວັນໃໝ່ ທຳມະວົງ ສາວປະເພດສອງຄົນດັງ ຫຼ້າສຸດໄດ້ໂພສຮູບຜ່ານເຟສບຸກ ແລະ ອິນສະຕາແກຼມສ່ວນຕົວ ໂດຍນາງໄດ້ໂພສທ່າກັບ ເສືອໂຄ່ງ ຫຼື ເອີ້ນໃຫ້ໜ້າຮັກແດ່ເປັນ ນ້ອງ ໄທເກີ້ ສະເນາະ (ອິອິ), ເຊິ່ງຂໍຍອມຮັບໃນຄວາມໝັ້ນ ແລະ ໃຈກ້າຂອງນາງອີ່ຫລີ ທີ່ມີຄວາມກ້າຫານໄປໃກ້ ນ້ອງ ໄທເກີ້ ປານນັ້ນ

ເຖິງຢ່າງໃດກໍຕາມເພື່ອບໍ່ເປັນອັນຕະລາຍ ບໍ່ແນະນຳໃຫ້ຮຽນແບບເດີ້ ນ້ອງໆ ໝູ່ໆ ເພາະ ວັນໃໝ່ ນາງມີຜູ້ຊ່ຽວຊານເບິ່ງຢ່າງໃກ້ຊິດ ຈຶ່ງໂພສທ່າໄດ້ອອກມາເລີດໆໆໆ ປົນຄວາມສຽວແດ່ໜ້ອຍໜຶ່ງແມ່ນບໍ່ ວັນໃໝ່ (555).

ຮູບພາບ: Elizabeth Wanmai Thammavong

ແບ່ງປັນ