Breaking News

ງາມທັງກາຍແລະໃຈ ລູກນໍ້າ ທິດາລັດ ຂໍງົດ social ທຸກຊ່ອງທາງເພື່ອໄປປະຕິບັດທຳໃນຊ່ວງປີໃໝ່

ແບ່ງປັນ

ໃນຊ່ວງປີໃໝ່ຫຼາຍຄົນອາດມີແຜນເດີນທາງໄປຫຼິ້ນຕ່າງແຂວງ ຫຼື ຕ່າງປະເທດ ບາງຄົນກໍມີແຜນທີ່ຈະກຽມປາຕີ້ກັບຄອບຄົວ  ແຟນ ແລະ ໝູ່ເພື່ອນ ແຕ່ສຳລັບ ລູກນໍ້າ ທິດາລັດ ວົງສິຣິ ກຳລັງເດີນໜ້າສູ່ການປະຕິບັດທຳໃນຊ່ວງໄລຍະປີໃໝ່ ແລະ ຂໍລາທາງແຟນຄລັບ ແລະ ສື່ social ທຸກຊ່ອງທາງເພື່ອຈະໄດ້ປະຕິບັດທຳຢ່າງເຕັມທີ່, ໂດຍສາວ ລູກນໍ້າກໍໄດ້ໂພສຮູບ ແລະ ຂຽນຄຳອະທິບາຍບອກທາງເຟສບຸກສ່ວນຕົວວ່າ: “ນ້ຳມາຮອດວັດທີ່ຈະປະຕິບັດທຳ ແລ້ວ ຂໍງົດ social ທຸກຊ່ອງທາງ ເປັນເວລາ 10ມື້ ເພາະທາງວັດຫ້າມໃຊ້ໂທລະສັບ ແລະຖືສິນ 8.. ຂໍໃຫ້ຜົນບຸນນີ້ໄປຮອດທຸກໆຄົນ ອານຸໂມທະນາບຸນນຳກັນເດີ້… ແລ້ວເຈິກັນອີກທີປີ 2018”

ນ້ຳມາຮອດວັດທີ່ຈະປະຕິບັດທຳ ແລ້ວ ຂໍງົດ social ທຸກຊ່ອງທາງ ເປັນເວລາ 10ມື້ ເພາະທາງວັດຫ້າມໃຊ້ໂທລະສັບ ແລະຖືສິນ 8.. ຂໍໃຫ້ຜົນບຸນນີ້ໄປຮອດທຸກໆຄົນ ອານຸໂມທະນາບຸນນຳກັນເດີ້… ແລ້ວເຈິກັນອີກທີປີ 2018

Louknum Vongsiliさんの投稿 2017年12月27日(水)

 

ສົມກັບໄດ້ສາຍາທີ່ວ່າເປັນ ດາລາສາວສາຍບຸນ ງາມທັງກາຍທັງໃຈອີ່ຫລີ ຢ່າງໃດກໍຂໍອະນຸໂມທະນາສາທຸນຳ ສາວ ລູກນໍ້າ ແລ້ວເຈິກັນໃໝ່ໃນປີໜ້າ 2018 ເດີ້!!!

ທີ່ມາ: Louknum Vongsili

ແບ່ງປັນ