Breaking News

ຟ້າໃສ ຈິນນາລີ ຍິ້ມຮັບຕຳແໜ່ງ “ຂວັນໃຈມະຫາຊົນ 2017” ພ້ອມຂອບໃຈຄົນລາວ ແລະ ຂໍມອບລາງວັນນີ້ໃຫ້ທຸກໆຄົນ

ແບ່ງປັນ

ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ຍິ້ມຮັບຕຳແໜ່ງ ຂວັນໃຈມະຫາຊົນ (PEOPLE’S CHOICE AWARD 2017) ພ້ອມຂອບໃຈຄົນລາວທຸກຄົນທີ່ຮັກ ແລະ ເຊຍມາໂດຍຕະຫຼອດ…

“ສຳລັບລາງວັນ People’s Choice Award ຫຼືລາງວັນຂວັນໃຈມະຫາຊົນ… ບໍ່ທັນໄດ້ຖ່າຍກັບລາງວັນດີດັກ ແຕ່… ນ້ຳຈິ້ມໄປກ່ອນເນາະ ລາງວັນທີ່ມີຄ່າທາງຈິດໃຈທີ່ສຸດ…ຂອບໃຈຜູ້ສະໜັບສະໜຸນ ບໍ່ວ່າຈະສະໜັບສະໜຸນທາງຊັບສິນຫຼືທາງດ້ານຈິດໃຈກໍຕາມ ຂອບໃຈຄົນລາວທຸກຄົນ ຂອບໃຈຜູ້ໃຫຍ່ທີ່ຮັກແພງ ຂອບໃຈພໍ່ແມ່ພີ່ນ້ອງໝູ່ເພື່ອນ ຂອບໃຈແຮງເຊຍ ຂອບໃຈທີ່ສົ່ງເສີມປະເທດຂອງຕົນ ເຖິງເຮົາຊິນ້ອຍ ແຕ່ຄົນລາວເຮົາມີພະລັງ … ໂລ້ລາງວັນນີ້ຂໍມອບໃຫ້ທຸກຄົນ ? ຈາກໃຈ …ຂອບໃຈທຸກຄົນທີ່ເຊຍ ເຮັດໃຫ້ຟ້າໄດ້ຮັບລາງວັນນີ້ PEOPLE’S CHOICE AWARD 2017 ລາງວັນຂວັນໃຈມະຫາຊົນ… ຟ້າຂໍມອບລາງວັນນີ້ໃຫ້ກັບທຸກຄົນ??”

ເປັນຄຳເວົ້າທີ່ອອກມາຈາກໃຈສາວນ້ອຍໄວພຽງ 18 ປີ ຟ້າໃສ ຈິນນາລີ ມິສແກຣນລາວ ໂດຍຜ່ານການໂພສຜ່ານເຟສບຸກສ່ວນຕົວຂອງນາງ ເຮັດໃຫ້ມີບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີກັບຕຳແໜ່ງ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ, ຢ່າງໃດກໍຂໍສະແດງຄວາມຍິນດີກັບ ນ້ອງ ຟ້າໃສ ຈິນນາລີ ຫຼາຍໆເດີ້ ຈົ່ງເປັນແບບຢ່າງທີ່ດີໃຫ້ ນ້ອງໆ ແລະ ໝູ່ເພື່ອນຕໍ່ໆໄປ.

 

ຮູບພາບ: Fasai Chinnaly Norasing

ແບ່ງປັນ