Breaking News

ພຽງແຕ່ເຮັດຕາມ 5 ຂໍ້ນີ້!!! ຂາວແນ່ນອນ! ບໍ່ມີວັນກັບມາດໍາອີກ…

ແບ່ງປັນ

ຢາກຂາວບໍ່? ຖ້າຢາກຂາວບໍ່ຍາກເລີຍ! ພຽງແຕ່ເຮັດ 5 ວິທີນີ້ ຮັບຮອງບໍ່ເກີນຄວາມສາມາດ ແລະຂາວຂຶ້ນຢ່າງແນ່ນອນ!!!

ພຽງແຕ່ເຮັດຕາມ 5 ຂໍ້ນີ້!!! ຂາວແນ່ນອນ! ບໍ່ມີວັນກັບມາດໍາອີກ…

ສະບາຍດີປີໃໝ່ຈ້າສາວໆ Kuanjai ທຸກຄົນ ປີໃໝ່ກັບມາກໍບໍ່ໄດ້ມີຫຍັງມາເປັນຂອງຕ້ອນຂອງຝາກສາວໆດອກ ນອກຈາກຄວາມຮູ້ດີໆທີ່ຈະມາໃຫ້ສາວໆໄດ້ໃຊ້ເປັນປະໂຫຍດກັນ ສໍາລັບສິ່ງດີໆທີ່ເປັນປະໂຫຍດທີ່ຈະນໍາມາຕ້ອນສາວໆໃນມື້ນີ້ກໍຄື ວິທີທີ່ຈະເຮັດໃຫ້ຜິວຂອງສາວໆຂາວຂຶ້ນນັ້ນເອງ! ຖ້າສາວໆຄົນໃດທີ່ມີບັນຫາເລື່ອງຂອງຜິວພັນຢູ່ໃນຕອນນີ້ ກໍນໍາມາເບິ່ງເລີຍວ່າຈະມີວິທີໃດແດ່ທີ່ຈະເຮັດໃຫ້ຜິວຂາວຂຶ້ນ!!! ແຕ່ຂໍບອກກ່ອນວ່າບໍ່ໄດ້ຍາກຢ່າງທີ່ຄິດ! ໄປເບິ່ງກັນເລີຍກັບ 5 ວິທີທີ່ເຮັດໃຫ້ຜິວຂາວຂຶ້ນ!!!

  1. ດຶ່ມນໍ້າຫຼາຍໆ

ການດຶ່ມນໍ້າຊ່ວຍໃຫ້ຜິວໃສໄດ້ເດີ່! ເພາະການດຶ່ມນໍ້າເປັນການເພີ່ມອົກຊີແຊນໃຫ້ກັບຮ່າງກາຍ ແລະຍັງເຮັດໃຫ້ຜິວຊຸ່ມຊື່ນບໍ່ຂາດນໍ້ານໍາອີກ ສາວໆຄວນດື່ມນໍ້າຢ່າງໜ້ອຍ ມື້ລະ 8 ຈອກ ຮັບຮອງຜິວຂອງສາວໆຈະນຸ່ມສຸຂະພາບດີຂຶ້ນຢ່າງແນ່ນອນຈ່າ

  1. ໝັ່ນຂັດຜິວ

ການຂັດຜິວດ້ວຍສະຄຼັບ ຫຼືສະໝຸນໄພທໍາມະຊາດເຊັ່ນ: ໝາກຂາມ, ເກືອສະປາ ຫຼືສູດຕ່າງໆທີ່ສາວໆຫາມາໄດ້ ເຮັດແບບນີ້ອາທິດລະ 2-3 ເທື່ອ ແຕ່ຖ້າເຮັດຫຼາຍກວ່ານີ້ຜິວກໍອາດຈະແຫ້ງໄດ້

  1. ທາຄຼີມບໍາລຸງ+ກັນແດດ

ບ້ານເຮົາໃຜກໍຮູ້ວ່າແດດແຮງຂະໜາດໃດ ດັ່ງນັ້ນ ກ່ອນອອກຈາກເຮືອນສິ່ງທີ່ຫ້າມລຶມເດັດຂາດຄື ທາກັນແດດແລະອີກຢ່າງໜຶ່ງທີ່ສໍາຄັນກໍຄືຄຼີມບໍາລຸງຜິວຢ່າລືມທາເດັດຂາດ ຍິ່ງຕອນກ່ອນນອນຜອກໜາໆເອົາໄວ້ເລີຍຍິ່ງດີ

  1. ເລືອກໃຊ້ໃຫ້ເປັນ

ການເລືອກໂລຊັ່ນ ສະບູ ສະຄຼັບຍີ່ຫໍ່ດີໆ ແລະໄວ້ໃຈໄດ້ ເອົາແບບທີ່ຊ່ວຍໃຫ້ຜິວໄສຂຶ້ນຢ່າງອ່ອນໂຍນ ຂອງແບບນີ້ຕ້ອງລອງໄປເລື້ອຍໆ ແຕ່ກໍຢ່າໄປໃຊ້ແບບທີ່ເປັນຕາຢ້ານຕາມກະແສອີ່ຫຍັງປະມານນັ້ນ ບໍ່ແນະນໍາຈ່າ

  1. ກິນອາຫານທີ່ມີປະໂຫຍດ

ກິນອາຫານທີ່ມີປະໂຫຍດ ກິນຜັກ ໝາກໄມ້ທີ່ມີວິຕາມິນສູງຈະຊ່ວຍໃຫ້ຜິວງາມຈາກພາຍໃນສູ່ພາຍນອກ…

 

ແບ່ງປັນ