Breaking News

ເໜືອນາງງາມຍັງມີນາງຟ້າ ເລື່ອງລາວດີໆທີ່ເກີດຂຶ້ນຕ້ອນຮັບປີໃໝ່ 2018

ແບ່ງປັນ

ເປັນເລື່ອງລາວດີໆທີ່ເກີດຂຶ້ນແບບສົດໆຮ້ອນໆກັບ ນຸ້ຍ ສຸພາພອນ ສົມວິຈິດ ມິສຢູນິເວຣີດລາວ 2017 ເຊິ່ງໃນວັນທີ 2 ມັງກອນ 2017 ສາວນຸ້ຍກໍໄດ້ເດີນທາງໄປສົ່ງພີ່ນ້ອງຢູ່ທີ່ສະໜາມບິນວັດໄຕ ແຕ່ດັນລືມໂທລະສັບໄວ້ທີ່ຫ້ອງນໍ້າ ທຳອິດ ນຸ້ຍ ຄິດວ່າໂທລະສັບຂອງຕົນຕ້ອງເສຍແລ້ວແນ່ນອນ ແຕ່ຍັງໂຊກດີທີ່ມີແມ່ບ້ານພາຍໃນສະນາມບິນເກັບຮັກສາໄວ້ໃຫ້ ແລະ ສົ່ງມອບຄືນໃຫ້ໂດຍບໍ່ຫວັງສິ່ງຕອບແທນ.

“ມື້ນີ້ໂຊກດີປີໃໝ່ອີຫຼີ ນຸ້ຍມາສະໜາມບິນວັດໄຕກຳລັງຊິກັບໄດ້ໄປເຂົ້າຫ້ອງນໍ້າໃນຝາກເບື້ອງຂາອອກ ແລ້ວຍ່າງມາຈ່າຍເງິນຄ່າຝາກລົດຢູ່ຝາກເບື້ອງຂາເຂົ້າ ເລີຍຈົກກະເປົ່າເບິ່ງຄິດພໍ້ວ່າລືມໂທລະສັບກະແລ່ນນນນນນນ ດ້ວຍຄວາມໄວວາ ຄິດໃນໃຈບໍ່ເຫັນລະແຫຼະຄົນເຂົ້າອອກຕະຫຼອດ ?ເຂົ້າໄປໃນຫ້ອງນຳ້ບໍ່ເຫັນ ?
ບໍ່ມີໃຜເລີຍ ແລ້ວຍ່າງອອກມາບອກໝູ່ໂທເຂົ້າເບິ່ງດຸ ພໍດີມີຜູ້ຍິງຄົນໜຶ່ງເປັນພະນັກງານຢູ່ສາຍການບິນລາວໄດ້ຍິນແລ້ວເວົ້າຂຶ້ນວ່າ “ຊອກໂທລະສັບຫວາ”
“ໂດຍ”“ຢູ່ກັບແມ່ບ້ານເດີ້ລາວກວດເດີນຢູ່ນອກ” ໜ້າມີຄວາມຫວັງຂຶ້ນມາ ? ແລ່ນອອກໄປເຫັນເພິ່ນກວດເດີ່ນຢູ່ພໍດີເລີຍຍ່າງເຂົ້າໄປຖາມ
“ສະບາຍດີເອື້ອຍເຫັນໂທລະສັບເຮົາຢູ່ຫ້ອງນຳ້ບໍ່”

 “ໂອແມ່ນຂອງເຈົ້າຫວາ ຈົກອອກມາໃຫ້”
“ໂດຍແມ່ນແລ້ວ”
“ໂອຊອກຫາເຈົ້າຂອງຢູ່”
ນຸ້ຍເລີຍເອົານໍ້າໃຈໃຫ້ລາວເລັກນ້ອຍເພື່ອເປັນການຕອບແທນຄຳຂອບໃຈ ແຕ່ລາວບໍ່ເອົາເຮັດແນວໃດກະບໍ່ຍອມເອົາ ແລ້ວບອກກັບນຸ້ຍວ່າ
“ບໍ່ເປັນຫຍັງນີ້ເປັນໜ້າທີ່ເຮົາຢູ່ແລ້ວ”
ໄດ້ຍິນຄຳນິຮູ້ສຶກປື້ມໃຈແລະຊາບຊຶ້ງໃນໂຕລາວຫຼາຍ ປື້ມໃຈທີ່ຄົນເຮົາມີນຳ້ໃຈຕໍ່ກັນ ປື້ມໃຈທີ່ເອື້ອຍລາວເຮັດວຽກແບບຊື່ສັດ
ຂອບໃຈຫຼາຍໆ ??
ໂອ້ຍຍຍຍຍ ດີໃຈໂຊກດີປີໃໝ່ ?
ປລ: ລືມຖາມຊື່ເອື້ອຍເພິ່ນຄາດີໃຈ”

ສັງຄົມລາວຂອງເຮົາຈະໜ້າຢູ່ຖ້າທຸກຄົນຊ່ວຍກັນ ແລະ ມີຄວາມຊື່ສັດຄືກັບແມ່ບ້ານຄົນນີ້ ແລະ ທຸກອາຊີບບໍ່ວ່າຈະອາຊີບແມ່ບ້ານ ຫຼື ວ່າອາຊີບອື່ນໆ ລ້ວນແຕ່ມີຄຸນຄ່າຖ້າເຮົາເຮັດມັນດ້ວຍໃຈຮັກ ແລະ ຊື່ສັດໃນອາຊີບຂອງຕົນກໍຈະຍິ່ງມີຄຸນຄ່າຢ່າງເພີ່ມທະວີ.

#ຢ່າລືມແຊຣໃຫ້ສັງຄົມໄດ້ເຫັນນຳກັນ

ແບ່ງປັນ