Breaking News

ອົບອຸ່ນ! ມອສ ປະຕິພານ ນັກຮ້ອງ-ນັກສະແດງຈາກເພື່ອນບ້ານ ພາຄອບຄົວທ່ອງທ່ຽວ-ຂີ່ຊ້າງທີ່ເມືອງມໍລະດົກໂລກ

ແບ່ງປັນ

ຊ່ວງໄລຍະສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ແບບນີ້ ທຸກໆຄົນກໍໄດ້ໄປຫຼິ້ນໄປທ່ອງທ່ຽວພັກຜ່ອນຢ່ອນອາລົມກັນຕາມອັດທະຍາໃສ ແບບດຽວກັບ ມອສ ປະຕິພານ ນັກຮ້ອງ-ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ກໍໄດ້ເດີນທາງພາຄອບຄົວມາສະຫຼອງປີໃໝ່ ຕ້ອນຮັບປີ 2018 ທີ່ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ ແລະ ຍັງໄດ້ໂພສຮູບພາບຄວາມອົບອຸ່ນລະຫວ່າງຄອບຄົວທີ່ໄດ້ມາທ່ອງທ່ຽວລາວໃຫ້ແຟນຄລັບ ແລະ ໝູ່ເພື່ອນຮ່ວມວົງການໄດ້ເຫັນ, ເຊິ່ງແຕ່ລະຮູບພາບກໍເຕັມໄປດ້ວຍຄວາມອົບອຸ່ນ ມີຄວາມໜ້າຮັກຂອງລູກສາວທັງສອງກໍຄື ນ້ອງ ສະໂນ ແລະ ນ້ອງ ສະຫວັນ ທີ່ໄດ້ມາສຳຜັດກັບທຳມະຊາດ ແລະ ວັດທະນະທຳທີ່ຫາໃສບໍ່ໄດ້

ສຳລັບການເດີນທາງຂອງຄອບຄົວ ມອສ ປະຕິພານ ໃນເທື່ອນີ້ ອ້າຍ ມອສ ເພິ່ນກໍໄດ້ພາລູກ ແລະ ເມຍຂອງເພິ່ນເຮັດບຸນໃສ່ບາດ ເລາະເຮັດບຸນຕາມສະຖານທີ່ສັກສິດໃນຫຼວງພະບາງ ແລະ ນອກຈາກນັ້ນຍັງມາຄອບຄົວໄປຫຼິ້ນຕາດ ກວາງຊີ ແລະ ຍັງໄປຂີ່ຊ້າງ ຢູ່ທີ່ ຕາດແສ້ ອີກດ້ວຍ ເບິ່ງແລ້ວເປັນຮູບພາບຄອບຄົວທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມອົບອຸ່ນຫຼາຍໆ.

ຮູບພາບ: mospatiparn

ແບ່ງປັນ