Breaking News

ເບິ່ງແຍງເລັບໃຫ້ແຂງແຮງດ້ວຍນໍ້າໝາກນາວ

ແບ່ງປັນ

ເບິ່ງແຍງເລັບໃຫ້ແຂງແຮງດ້ວຍນໍ້າໝາກນາວ

ໝາກນາວມີສັບພະຄຸນດີຕໍ່ເລັບຫຼາຍປະການທັງກົດອ່ອນໆເຮັດໃຫ້ເລັບມີສີຂາວ ນໍ້າມັນຈາກເປືອກໝາກນາວ ແລະ ວິຕາມິນຊີຊ່ວຍບໍາລຸງເລັບໃຫ້ແຂງແຮງເງົາງາມບໍ່ຫັກງ່າຍເຊິ່ງວິທີ່ເຮັດກໍ່ງ່າຍໆດັ່ງນີ້:

  • ວິທີທີ່ 1: ນໍ້າໝາກນາວ + ນໍ້າສົ້ມສາຍຊູ: ແກ້ໄຂບັນຫາເລັບເຫຼືອງ.

ບີບໝາກນາວໃຫ້ໄດ້ນໍ້າປະມານ 3 ບ່ວງແກງໃສ່ອ່າງ ລ້າງມືໃຫ້ສະອາດເຊັດໃຫ້ແຫ້ງແຊ່ປາຍນິ້ວມືລົງນໍ້າໝາກນາວປະໄວ້ປະມານ 5 ນາທີແລ້ວຍົກມືຂຶ້ນ ເພີ່ມນໍ້າສົ້ມສາຍຊູ 1 ບ່ວງແກງ ແລະ ນໍ້າອຸ່ນປະມານ 3 ບ່ວງແກງລົງໄປໃນນໍ້າໝາກນາວ ຄົນໃຫ້ເຂົ້າກັນໃຊ້ໄມ້ແປງຖູແຂ້ວຂົນນຸ່ມຈຸ່ມສ່ວນປະສົມທີ່ໄດ້ນໍາມາຂັດເລັບໃຫ້ທົ່ວແລ້ວລ້າງອອກດ້ວຍນໍ້າສະອາດ ເຮັດມື້ລະ 1 ເທື່ອ.

  • ວິທີທີ່ 2 : ນໍ້າໝາກນາວ + ນໍ້າມັນໝາກກອກ: ບໍາລຸງໜັງຂອບເລັບໃຫ້ອ່ອນ ເພີ່ມຄວາມແຂງແຮງໃຫ້ເລັບ.

ປະສົມນໍ້າໝາກນາວ 1 ບ່ວງແກງກັບນໍ້າມັນໝາກກອກ 3 ບ່ວງແກງຄົນໃຫ້ເຂົ້າກັນ ຈຸ່ມສໍາລີລົງໃນສ່ວນປະສົມແລ້ວນໍາມາພັນໄວ້ຮອບໆປາຍນິ້ວມື ປະໄວ້ 10 ນາທີ ເຮັດມື້ລະ 1 ເທື່ອ ຖ້າຫາກເລັບບາງຫຼາຍໃຫ້ເຮັດມື້ລະ 2 ເທື່ອເຊົ້າແລງເລັບຈະຄ່ອຍໆແຂງແຮງຂຶ້ນ.

  • ວິທີທີ່ 3: ນໍ້າໝາກນາວ + ເກືອ: ບໍາລຸງຜິວໜັງກ້ອງເລັບ.

ປະສົມນໍ້າໝາກນາວ 1 ບ່ວງແກງກັບເກືອເລັກນ້ອຍ ຄົນໃຫ້ເຂົ້າກັນຈາກນັ້ນໃຊ້ໄມ້ແປງຖູແຂ້ວຂົນອ່ອນຈຸ່ມສ່ວນປະສົມນໍາມາຂັດເລັບໃຫ້ທົ່ວປະໄວ້ 15 ນາທີແລ້ວລ້າງອອກດ້ວຍນໍ້າສະອາດ.

%e0%b9%80%e0%b8%a5%e0%b9%87%e0%b8%9a%e0%b9%80%e0%b8%ab%e0%b8%a5%e0%b8%b7%e0%b8%ad%e0%b8%87%e0%b9%80%e0%b8%81%e0%b8%b4%e0%b8%94%e0%b8%88%e0%b8%b2%e0%b8%81%e0%b8%ad%e0%b8%b0%e0%b9%84%e0%b8%a3

ແບ່ງປັນ