ມາຮູ້ຈັກກັບ!!! 10 ຍອດຍິງທີ່ສ້າງວີລະກໍາແຫ່ງປະຫວັດສາດ…
ສາວໆແມ່ຍິງນັ້ນກໍເກັ່ງບໍ່ໄດ້ນ້ອຍໜ້າຜູ້ຊາຍເລີຍບໍ່ວ່າຈະຍຸກ ຫຼືສະໄໝໃດ ແມ່ນບໍ່? ມື້ນີ້ແອັດມິນຢາກຈະມານໍາສະເໜີສາວໆໃຫ້ຮູ້ຈັກກັບ ເລື່ອງລາວຂອງແມ່ຍິງໃນສະໄໝກ່ອນ ທີ່ເກັ່ງຈົນສາມາດສ້າງເລື່ອງລາວທີ່ເປັນປະຫວັດສາດໄວ້ໃຫ້ຄົນລຸ້ນຫຼັງໄດ້ລໍາລຶກເຖິງບໍ່ວ່າຈະເປັນ ນັກຂຽນ ນັກເຄື່ອນໄຫວເພື່ອສິດທິແມ່ຍິງ ແລະອື່ນໆ ເຊິ່ງສົ່ງຜົນມາເຖິງປັດຈຸບັນ ເວົ້າມາຂະໜາດນີ້ແລ້ວເຮົາກໍມາຮູ້ຈັກພວກນາງກັນເລີຍ!!!
- Lucy Stone (1818-1893)
ລູຊີ່ ສະໂຕນ ນັກເຄື່ອນໄຫວເພື່ອສິດທິສະຕຼີ ແລະການຍົກເລີກທາດ ນາງເປັນແມ່ຍິງຄົນທໍາອິດທີ່ຈົບການສຶກສາໃນລະດັບມະຫາວິທະຍາໄລໃນ ແມັດຊາຊູເຊດ ທັງຍັງມີຄວາມສາມາດດ້ານນັກຂຽນ ນັກໜັງສືພິມ ແລະນັກປາໄສທີ່ປະສົບຜົນສໍາເລັດ ນອກຈາກນີ້ ຍັງເປັນແມ່ຍິງຄົນທໍາອິດທີ່ນຸ່ງສົ້ງ ເຊິ່ງຖືກເບິ່ງວ່າເປັນເລື່ອງຜິດປົກກະຕິໃນຍຸກ 1800 ນໍາອີກ
- Zenobia (ສັດຕະວັດທີ 3)
ຣາຊີນີແຫ່ງຈັກກະພັດ ພານໄມຣີນ ຫຼືປະເທດເຊີເບຍໃນປັດຈຸບັນ ພະອົງເປັນທັງນັກຮົບ ນັກສະໜັບສະໜູນສິດທິສະຕຼີ ແລະນັກການທູດທີ່ສາມາດເວົ້າໄດ້ຢ່າງໜ້ອຍ 4 ພາສາ ພະອົງຂຽນໜັງສືປະຫວັດສາອາຊີດ້ວຍພະອົງເອງ ນອກນັ້ນຍັງສາມາດບຸກຍຶດດິນແດນເອຢິບ ແລະສາຖານປະນາຕົນເປັນ ຣາຊີນີແຫ່ງໂລກຕາເວັນອອກ
- Mary Mcleod Bethune (1875-1955)
ນາງເປັນນັກການສຶກສາ ແລະນັກເຄື່ອນໄຫວເພື່ອສິດທິພົນລະເມືອງ ເປັນຜູ້ກໍ່ຕັ້ງໂຮງຮຽນສໍາລັບເດັກນ້ອຍຊາວ ອາຟຣິກາ-ອາເມຣິກາ ແຖມນາງຍັງເປັນຜູ້ຈັດຕັ້ງອົງກອນຊ່ວຍເຫຼືອສະຕຼີຜິວສີ ແລະສະຕຼີຜິວດໍານໍາອີກ
- Laskarina Bouboulina (1771-1825)
ນາງຄືແມ່ຍິງຄົນດຽວທີ່ໄດ້ເຂົ້າຮ່ວມເປັນແກນນໍາອົງດອນໃຕ້ດິນ ທີ່ເຄື່ອນໄຫວຕໍ່ຕ້ານຈັກກະພັດ ອ໊ອກໂຕມັນ ແລະຍັງໄດ້ເຂົ້າຮ່ວມສົງຄາມ Greek War of Independende ໂດຍມີໜ້າທີ່ບັນຊາກອງທະຫານເຮືອ
- Margaret Hamilton (19630
ນາງຄືນັກວິທະຍາສາດຄອມພິວເຕີຍິງ ທີ່ພັດທະນາ ຊອບແວ ໃຫ້ກັບໂຄງການ ອະພອນໂລ
- Hurrem Sultan (1526-1558)
ຫຼືທີ່ຮູ້ຈັກກັນໃນນາມ Roxelana ເປັນຜູ້ທີ່ເຮັດໃຫ້ສຸລະຕ່ານ ສຸໄລມານ ຍອມປົດປ່ອຍທາດ ແລະແຕ່ງຕັ້ງນາງເປັນຊາຍາເອກ ນໍາໄປສູ່ຍຸກ Sultanate of Women ຫຼືຍຸກທີ່ສະຕຼີມີບົດບາດສໍາຄັນທາງການເມືອງເໜືອສຸລະຕ່ານ ອ໊ອກໂຕມັນ
- Veronica Franco (1546-1591)
ໂສເພນີລະດັບສູງ ແລະນັກຂຽນຊາວອີຕາລີ່ ເປັນສະຕຼີທີ່ມີການສຶກສາທີ່ຊອກໄດ້ຍາກໃນຍຸກນັ້ນ ນາງມີຜົນງານໜັງສືຢ່າງໜ້ອຍ 2 ເຫຼັ້ມ ຕະຫຼອດຊີວິດຂອງນາງແມ່ນໄດ້ອຸທິດຕົນຊ່ວຍເຫຼືອເດັກນ້ອຍ ແລະສະຕຼີຢູ່ສະເໝີ
- Nettie Stevens (1861-1912)
ນາງເປັນນັກຊີວະສາດ ຜູ້ຄົ້ນພົບວ່າ ມະນຸດປະກອບດ້ວຍໂຄຼໂມໂຊ່ມ X ແລະ Y ເຊິ່ງລົບລ້າງຄໍາກ່າວຕະຫຼອດຫຼາຍຮ້ອຍປີຂອງຜູ້ຊາຍທີ່ອ້າງວ່າ ແມ່ຍິງບໍ່ໄດ້ເປັນຜູ້ມອບຊີວິດໃຫ້ແກ່ຕົນ
- Queen Nzing of Ndongo and Madamba (1583-1663)
ຣາຊີນີແຫ່ງ ແອງໂກລາ ຜູ້ຕໍ່ຕ້ານການຮຸກຮານຂອງ ປໍຕຸເກດ ໃນການປະຊຸມຄັ້ງໜຶ່ງກັບນັກລ່າອານານິດຄົມຊາວປໍຕຸເກດ ພວກເຂົາພະຍາຍາມໝີ່ນສັກສີດ້ວຍການຍາດບ່ອນນັ່ງຂອງພະອົງ ເພື່ອບັງຄັບໃຫ້ຣາຊີນີນັ່ງລົງກັບພື້ນ ແຕ່ຣາຊີນີໄດ້ຍ່າງໄປຫາຄົນຮັບໃຊ້ຄົນໜຶ່ງທີ່ຈົງຮັກພັກດີ ເຊິ່ງຄົນຮັບໃຊ້ກໍໄດ້ກົ້ມຕົວລົງໃຫ້ພະອົງໄດ້ປະທັບຢູ່ເທິງຫຼັງຂອງຕົນ
- Maya Deren (1917-1961)
ນາງເປັນຜູ້ປະລິດຮູບເງົາ ນັກເຕັ້ນ ນັກຂຽນ ຊ່າງພາບ ແລະນັກປະຕິວັດຊາວຢູເຄຼນ ທີ່ຍ້າຍມາອາໄສຢູ່ໃນສະຫັດອາເມຣິກາ ຜົນງານການຜະລິດຮູບເງົາຂອງນາງນັ້ນມີພະລັງ ແລະສື່ຄວາມໝາຍດີ ຈົນໄດ້ຮັບການຍອມຮັບຈາກສັງຄົມຢ່າງກວ້າງຂວາງ
ທີ່ມາ: Mthai