Bank ຊາຍໜຸ່ມທີ່ມັກຄວາມທ້າທາຍ ກ້າຄິດ, ກ້າສະແດງອອກ ແລະ ມີຄວາມໝັ້ນໃຈ ໃນຕົວເອງສູງ ອາຍຸ 22 ປີ ຈົບຈາກວິທະຍາໄລ ຮັຕນະບໍລິຫານທຸລະກິດ.
ປັດຈຸບັນ, ເປັນນາຍເເບບຮັບງານທົ່ວໄປ ຖ່າຍແບບ, ເດີນແບບໃນງານຕ່າງໆ ຍ້ອນມັກຄວາມທ້າທາຍ ໃນດ້ານວົງການບັນເທີງ ແຕ່ສຳລັບຄວາມໃຝ່ຝັນ ແມ່ນຢາກເປັນເຈົ້າຂອງທຸລະກິດສ່ວນຕົວຄືກັບ ພໍ່ ແລະ ແມ່.
ແບ້ງ ເອົາໃຈ ໃສ່ໃນການສຶກສາ ເພາະການສຶກສາແມ່ນການຮຽນຮູ້ຂອງທຸກສິ່ງທຸກຢ່າງເພື່ອນຳມາໃຊ້ໃນຊີວິດປະຈຳວັນ ແລະ ອະນາຄົດໄດ້. ກິລາທີ່ມັກ ແມ່ນກິລາປະເພດ ລຸຍລຸຍ ເເລະ ໃຊ້ກຳລັງ ເຊັ່ນ: Motocross ແລະ Fitness ເປັນຕົ້ນ ເພາະເປັນຜູ້ຊາຍສ່ວນຫຼາຍມັກຄວາມທ້າທາຍສະເໝີ.
ໂກວິດ ມຸ່ຍອຸດົມເດດ Kovith MOUIOUDOMDETH (Bank)