Breaking News

ມ່ວນ! ເພງ “ຖອຍ” ເວີ່ຊັ່ນພາສາລາວ ໂດຍ ພິກກີ້ ພິລາລັກ ຟັງແລ້ວນໍ້າຕາຈະໄຫຼ!!!

ແບ່ງປັນ

ອາກາດດີໆແບບນີ້ມາຟັງເພງສະບາຍໆ ຊື້ງໆ ເອົາໃຈຄົນອົກຫັກຮັກບໍ່ສົມຫວັງ ຫຼື ຄົນທີ່ກຳລັງອິນເລີບແຕ່ຢາກຟັງກໍບໍ່ວ່າກັນເດີ້ (ອິອິ), ມາໆ…ມາ ຟັງເພງ ເພງ “ຖອຍ” ເພງດັງທີ່ກຳລັງຮິດຕິດປາກ ເປັນເພງຈາກປະເທດເພື່ອນບ້ານ ບໍ່ວ່າຈະໄປໃສກໍໄດ້ຍິນ ແລະ ຮ້ອງຕິດປາກກັນເລີຍກໍວ່າໄດ້ໃນໄລຍະນີ້ ແລະ ຫຼ້າສຸດ ກໍໄດ້ມີ ເພງ “ຖອຍ”  ເວີ່ຊັ່ນພາສາລາວ ທີ່ຮ້ອງໂດຍສາວ ພິກກີ້ ພິລາລັກ ສີຫາລາດ ມາໃຫ້ແຟນຄລັບໄດ້ຟັງ ໄດ້ອິນໄປຕາມກັນໆ… ຈະມ່ວນ ຈະຊຶ້ງ ກິນໃຈພຽງໃດ ມາຟັງກັນເລີຍ!!!

ສຳລັບສາວ ພິກກີ້ ພິລາລັກ ສີຫາລາດ ເຮົາກໍຈະຄຸ້ນໜ້າຄຸ້ນຕາກັນແດ່ ເພາະນາງເປັນນ້ອງສາວສຸດທີ່ຮັກຂອງເນັດໄອດໍ້ຄົນດັງ ແອັບເປີ້ນ ສີສະຫງຽນ ສີຫາລາດ ນັ້ນເອງ.

ຄລິບຈາກ: BH BrickHouse

ແບ່ງປັນ